ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 11 ກໍລະກົດ 2026

  

ກອງທັບ ລາວ-ຣັດ​ເຊຍ ສ້າງ​ຂະ​ບວນ​ການ​ແຂ່ງຂັນ​ກິລາ ມິດຕະພາບ
ເວລາອອກຂ່າວ: 2026-06-08 15:36:33 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 109 | ຄວາມນິຍົມ:



ໃນ​ໂອກາດ ການ​ຫັດ​ແອບ​ຊ້ອມ​ຮົບ ຕີ​ພິເສດ “ໃຕ້​ຝຸ່ນ” ແລະ ຊ້ອມ​ຮົບ​ຮ່ວມ ລາວ-ຣັດ​ເຊຍ “ລາ​ໂຣ​​ສ 2026”, ວັນ​ທີ 30 ພຶດສະພາ 2026 ນີ້, ກອງທັບ ລາວ-ຣັດ​ເຊຍ ໄດ້​ສ້າງ​ຂະ​ບວນ​ການ​ແຂ່ງຂັນ​ກິລາ ມິດຕະພາບ​ຮ່ວມ​ກັນ, ໂດຍ​ການ​ເປັນ​ ປະທານ​ຂອງ ​ສະຫາຍ ພັນ​ເອກ ແສງ​ອາ​ລຸນ ແກ້ວ​ສະຫວ່າງ ຮອງ​ຫົວໜ້າ​ກົມ​ໂຄສະນາ​ອົບຮົມ ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ຄະນະ​ຮັບຜິດຊອບ​ການ​ຫັດ​ແອບ​ເຝິກຊ້ອມ ພ້ອມ​ດ້ວຍ ນາຍ ແລະ ພົນທະຫານ ທັງ​ສອງ​ກອງທັບ ເຂົ້າ​ຮ່ວມ. ສຳລັບ​ກິລາ​ທີ່​ນຳ​ມາ​ແຂ່ງຂັນ ມີ 2 ປະເພດ ຄື: ກິລາ​ບານສົ່ງ ແລະ ກິລາ​ເປ​ຕັງ. ຈຸດປະສົງກໍ​ເພື່ອ​ເປັນ​ການ​ຜ່ອນຄາຍ, ສ້າງ​ບັນຍາກາດ​ໃຫ້​ມີ​ຂະ​ບວນ​ຟົດຟື້ນ​ມ່ວນຊື່ນ, ຮັດ​ແໜ້ນ​ຄວາມ​ສາມັກຄີ​ຮັກແພງ, ສ້າງ​ໂອກາດ​ໃຫ້​ພະນັກງານ-ນັກຮົບ ສອງ​ກອງທັບ ໄດ້​ມີ​ການ​ພົບ​ປະ​ສ້າງສັນ, ແລກປ່ຽນ​ບົດຮຽນ ເຊິ່ງ​ກັນ ແລະ ກັນ ໃຫ້​ມີ​ຄວາມ​ສະໜິດສະໜົມ ແລະ ເປັນ​ກັນ​ເອງ, ທັງ​ເປັນ​ການ​ສົ່ງເສີມ​ການ​ອອກກຳລັງ​ກາຍ ເພື່ອ​ສຸຂະພາບ ແລະ ມິດຕະພາບ ລະຫວ່າງ ກອງທັບ​ປະຊາຊົນ​ລາວ ແລະ ກອງທັບ​ສະຫະພັນ​ຣັດ​ເຊຍ ໃຫ້​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ. ພ້ອມ​ກັນ​ນີ້, ຍັງ​ເປັນ​ການ​ເສີມ​ສ້າງ​ສາຍ​ພົວພັນ ຂອງ​ສອງ​ກອງທັບ, ສືບຕໍ່​ການ​ຮ່ວມ​ມື​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ໃຫ້​ນັບ​ມື້​ເຂັ້ມແຂງ​ຮອບດ້ານ, ໝັ້ນຄົງ​ຍາວ​ນານ. ໂດຍ: ພຸດ​ທະ​ພອນ ລັດດາ​ນາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ