ຍົກສູງຄວາມຮັບຜິດຊອບວຽກງານປະສານສົມທົບ, ຄໍາສັ່ງ ແລະ ສົ່ງຂໍ້ມູນຂ່າວສານ
ເວລາອອກຂ່າວ: 2026-06-09 09:03:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 269 | ຄວາມນິຍົມ: ![]()
ື ໃນກອງທັບ ການສົ່ງຂ່າວຂໍ້ມູນຂ່າວສານ, ເພື່ອລາຍງານ ປະສານວຽກງານຕ່າງຈາກຂັ້ນເທິງ, ສູນກາງຫາທ້ອງຖິ່ນ, ທ້ອງຖິ່ນຂຶ້ນຫາສູນກາງ ແມ່ນຂອດໜຶ່ງ ທີ່ມີຄວາມສໍາຄັນ ແລະ ຕ້ອງລະອຽດ, ຊັດເຈນ, ຖືກຕ້ອງ ຮັບປະກັນຄວາມປອດໄພທາງດ້ານຂໍ້ມູນຂ່າວສານຂອງກອງທັບ, ໂດຍມີເຫຼົ່າຮົບສື່ສານເປັນຈຸດສູນກາງ. ດັ່ງນັ້ນ, ຕ້ອງມີຄວາມວ່ອງໄວ, ທັນສະໄໝ ແລະ ຮັບປະກັນຄວາມຖືກຕ້ອງ ໃຫ້ແກ່ຂໍ້ມູນຂ່າວສານ ແລະ ຄໍາສັ່ງຕ່າງໆ.
ສະຫາຍ ພັນໂທ ຫົງສາ ທອງຄຳພາ ຮອງຫົວໜ້າພະແນກເສນາ ຄະນະຮັບຜິດຊອບວຽກງານສື່ສານພາກສະໜາມ ໄດ້ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບມອບໝາຍຈາກຂັ້ນເທີງໃຫ້ເຫຼົ່າຮົບວິຊາສະເພາະສື່ສານ ເຂົ້າຮ່ວມຈັດຕັ້ງຮັບປະກັນການຕິດຕໍ່ສື່ສານ ໃນການເຝີກອົບຮົມ-ຫັດແອບຊ້ອມຮົບຮ່ວມຕີພິເສດ “ໃຕ້ຝຸ່ນ ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ ລາໂຣດສ໌-2026” ຄະນະຮັບຜິດຊອບ ຂອງພວກເຮົາໄດ້ຮີບຮ້ອນສ້າງແຜນການນຳໃຊ້ກຳລັງ ແລະ ພາຫະນະ ສື່ສານໂດຍໄດ້ມອບໃຫ້ບັນດາກົມກອງທີ່ກ່ຽວຂ້ອງເຮັດວຽກງານກະກຽມຄົ້ນຄວ້າຮອບດ້ານ ເພື່ອໃຫ້ທັນກັບຂັ້ນເທິງກຳນົດເວລາ ຄຽງຄູ່ກັນນີ້, ວຽກງານຕິດຕໍ່ສື່ສານສຸດທີ່ມີຄວາມສຳຄັນໃນລະບົບການບັນຊາແຕ່ລະຂັ້ນໃນການຈັດຕັ້ງບັນຊາສູ້ຮົບປະສານເຫຼົ່າ ເພື່ອຮັບປະກັນວຽກງານວີຊາສະເພາະຄະນະຮັບຜິດຊອບຂອງພວກເຮົາໄດ້ຂະຫຍາຍລະບົບການຕິດຕໍ່ສື່ສານເປັນ 4 ທາງຄື: ຮັບປະການທາງຕິດຕໍ່ທາງວິທະຍຸສື່ສານ, ຮັບປະກັນການຕິດຕໍ່ທາງໂທລະສັບ ແລະ ອີນເຕີເນັດ, ຮັບປະກັນຄວບຄຸມລະບົບຈໍແອວອີດີ ໂດຣນຖ່າຍພາບ ແລະ ລະບົບກ້ອງວົງຈອນປິດ ເພື່ອຮັບປະກັນໃຫ້ຄະນະຊີ້ນຳຜູ້ບັນຊາຝ່າຍລາວ ແລະ ຣັດເຊຍ ສາມາດຕິດຕາມພາບການເຄື່ອນໄຫວຢູ່ໜ້າສະໜາມຢ່າງຊັດເຈນ, ຮັບປະກັນການປະຊາສຳພັນຖ່າຍທອດຄຳສັ່ງຂອງຜູ້ບັນຊາຜ່ານໂທລະໂຄ່ງ.
ຜ່ານການລາຍງານ ແລະ ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ສາມາດເວົ້າໄດ້ວ່າ: ວຽກງານສື່ສານ ເປັນວຽກງານໜຶ່ງທີ່ມີຄວາມສໍາຄັນ ໃນການສົ່ງຂໍ້ມູນ, ຄໍາສັ່ງ ຂອງຂັ້ນເທິງຫາທ້ອງຖິ່ນ, ກົມກອງ ແລະ ຈາກກົມກອງທ້ອງຖິ່ນຫາສູນກາງ ເພື່ອຮັບປະກັນໃຫ້ແກ່ຂອດການປະສານສົມທົບວຽກງານມີຄວາມວ່ອງໄວ ຖຶກຕ້ອງ ເຫຼົ່າຮົບສື່ສານຕ້ອງມີຄວາມຮັບຜິດຊອບສູງ, ມີເຄື່ອງມືທີ່ທັນສະໄໝ ຮັບປະກັນໄດ້ການສົ່ງຄໍາສັ່ງ ແລະ ຂໍ້ມູນ ໃຫ້ມີຄວາມຊັດເຈນສູງ ທັນກັບເວລາ ເພື່ອໃຫ້ບັນດາກົມກອງ, ເຫຼົ່າຮົບ ເຂົ້າເຮັດໜ້າທີ່ໄດ້ທັນກັບຄວາມຮຽກຮ້ອງຕ້ອງການ ແລະ ໄດ້ຮັບປະສິດທິພາບສູງ ໄດ້ຮັບໄຊຊະນະ ໃນທຸກບັ້ນຮົບຈັ້ງທ່າ, ບຸກຕີ.
ໂດຍ: ພຸດທະພອນ ລັດດານາວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















