ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 11 ກໍລະກົດ 2026

  

ດຶງ​ດູດ FDI ລຸ້ນ​ໃໝ່: ສ້າງ​ຖານະ​ບົດບາດ​ຂອງ ຫວຽດນາມ ໃນ​ລະບົບ​ຕ່ອງ​ໂສ້​ມູນ​ຄ່າ​ທົ່ວ​ໂລກ
ເວລາອອກຂ່າວ: 2026-06-09 09:57:38 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 128 | ຄວາມນິຍົມ:



(ແຫຼ່ງ​ຂ່າວ​ຫວຽດນາມ), ໃນ​ສະພາບ​ການ​ລະບົບ​ຕ່ອງ​ໂສ້​ການ​ສະໜອງ​ທົ່ວ​ໂລກ​ພວມ​ສ້າງ​ໂຄງ​ປະກອບ​ຄືນໃໝ່, ການ​ຫັນປ່ຽນ​ຢ່າງ​ວ່ອງໄວ​ຂອງ​ເຕັກ​ໂນ​ໂລ​ຊີ ນັ້ນ, ຫວຽດນາມ ພວມ​ຫັນປ່ຽນ​ຢ່າງ​ແຮງ​ໄປ​ສູ່​ຍຸດ​ທະ​ສາດ​ດຶງ​ດູດ​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະເທດ (FDI) ລຸ້ນ​ໃໝ່. ການ​ປ່ຽນແປງ​ນີ້​ທັງ​ສ້າງ​ໂອກາດ​ໃໝ່, ທັງ​ວາງ​ອອກ​ຫຼາຍ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃໝ່, ຂົງເຂດ​ໃໝ່​ຕໍ່​ກັບ​ຍຸດ​ທະ​ສາດ​ດຶງ​ດູດ, ນຳ​ໃຊ້​ແຫຼ່ງ​ທຶນ​ຢ່າງ​ມີ​ປະ​ສິດທິ​ຜົນ ພ້ອມ​ກັບ​ຄວາມ​ສາມາດ​ແຜ່​ກະຈາຍ​ເຖິງ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະເທດ. ພາຍຫຼັງ​ໄລຍະ​ເກືອບ 40 ປີ ທີ່​ດຶງ​ດູດ ແລະ ຄຸ້ມ​ຄອງ FDI (1987-2025) ດ້ວຍ​ຜົນສຳເລັດ​ຫຼາຍ​ຢ່າງ​ທີ່​ເປັນ​ໜ້າ​ຊົມເຊີຍ, ຮອດ​ເວລາ​ແລ້ວ​ທີ່ ຫວຽດນາມ ຕ້ອງ​ຫັນປ່ຽນ​ຍຸດ​ທະ​ສາດ. ຕາມ​ມະຕິ​ເລກ​ທີ 50 ຂອງ​ລັດຖະບານ​ໃນ​ປີ 2019 ກ່ຽວ​ກັບ​ທິດ​ທາງ​ປັບປຸງ​ລະບອບ​ລະບຽບ​ການ, ນະໂຍບາຍ​ໃຫ້​ສົມບູນ​ແບບ, ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດທິ​ຜົນ​ການ​ຮ່ວມ​ມື​ລົງທຶນ​ຈາກ​ຕ່າງປະເທດ, FDI ຈະ​ສືບຕໍ່​ແມ່ນ​ຊັບພະຍາກອນ​ສຳຄັນ​ໃຫ້ ຫວຽດນາມ ໃນ​ໄລຍະ​ພັດທະນາ​ໃໝ່. ເຖິງ​ຢ່າງໃດ​ກໍ​ຕາມ, ຈຸດ​ສຸມ​ບໍ່​ພຽງ​ແຕ່​ແມ່ນ​ການ​ດຶງ​ດູດ FDI ຕາມ​ຈຳນວນ​ເທົ່າ​ນັ້ນ ຫາກ​ແມ່ນ​ການ​ຄັດ​ເລືອກ​ບັນດາ​ໂຄງການ​ທີ່​ມີ​ຄຸນ​ນະ​ພາບ, ມີ​ຄວາມ​ສາມາດ​ແຜ່​ກະຈາຍ​ໄປ​ທົ່ວ​ພື້ນຖານ​ເສດຖະກິດ. ທ່ານ ຮວ່າງວັນ​ເກື່ອງ ກຳ​ມະ​ການ​ກຳ​ມາ​ທິ​ການ ການ​ເງິນ-ງົບ​ປະ​ມານ​ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຖື​ວ່າ:“ພວກ​ເຮົາ​ຫັນ​ໄປ​ສູ່​ຍຸດ​ທະ​ສາດ​ດຶງ​ດູດ FDI ລຸ້ນ​ໃໝ່, ນັ້ນ​ແມ່ນ​​ບໍ່​ພຽງ​ແຕ່​ແມ່ນ​ການດຶງ​ດູດທຶນ​ເທົ່າ​ນັ້ນ ຫາກ​ຍັງ​ດຶງ​ດູດເຕັກ​ໂນ​ໂລ​ຊີ, ຕ້ອງສ້າງ​ການ​ແຜ່​ຂະ​ຫຍາຍ​ລະ​ຫວ່າງ​​ວິ​ສາ​ຫະ​ກິດ FDI ແລະ ວິ​ສ​າ​ຫະ​ກິດ ພາຍ​ໃນ​ປະ​ເທດອີກ​ດ້ວຍ… ຈາກ​ນັ້ນ ຍົກ​ສູງ​ລະ​ດັບ​ຂອງວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ, ຂອງ​ຜູ້​ອອກ​ແຮງ​ງານ, ນຳ​ເສດ​ຖະ​ກິດ​ປະ​ເທດ​ຊາດ​ບຸກ​ທະ​ລຸ​ເພື່ອ​ພັດ​ທະ​ນາ.” ເພື່ອ​ປະຕິບັດ​ຕາມ​ການ​ກຳນົດ​ທິດ​ນີ້, ໃນ​ໄລຍະ​ຜ່ານ​ມາ, ຫວຽດນາມ ໄດ້​ສຸມ​ເຂົ້າ​ເນື້ອ​ໃນ​ຈຸດ​ສຸມ​ຈຳນວນ​ໜຶ່ງ​ຄື: ບຸກ​ທະລຸ​ລະບອບ​ລະບຽບ​ການ ເພື່ອ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ນະໂຍບາຍ, ດຶງ​ດູດ FDI ທີ່​ມີ​ການ​ຄັດ​ເລືອກ​ຕາມ​ບັນດາ​ຂະແໜງການ​ຍຸດ​ທະ​ສາດ, ຍົກ​ສູງ​ພື້ນຖານ​ໂຄງ​ລ່າງ​ຢ່າງ​ຄົບ​ຊຸດ, ພິເສດ​ແມ່ນ​ພະລັງງານ ແລະ ພື້ນຖານ​ໂຄງ​ລ່າງ​ດີ​ຈີ​ຕອນ; ພັດທະນາ​ຊັບພະຍາກອນ​ມະນຸດ​ເຕັກ​ໂນ​ໂລ​ຊີ​ສູງ; ຊຸກຍູ້ FDI ຕາມ​ທິດ​ສີຂຽວ ແລະ ຕິດ​ພັນ​ກັບ​ນະ​ວັດຕະ​ກຳ. ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ​ຂົວ​ເຊື່ອມ​ຕໍ່​ພັດ​ທະ​ນາ ​ຫວຽດ​ນາມ 2026 ທີ່​ໄດ້​ດຳ​ເນີນ​ຫວ່າງ​ແລ້ວ​ນີ້, ທ່ານ ຫງວຽນ​ວັນ​ທັ້ງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໃຫ້​ຮູ້​ວ່າ: “ສຳ​ລັບ ຫວຽດ​ນາມ, ນີ້ທັງ​ແມ່ນ​ສິ່ງ​ທ້າ​ທາຍ, ທັງ​ແມ່ນ​ກາ​ລະ​ໂອ​ກາດ​ທີ່​ໃຫຍ່ຫຼວງ ເພື່ອ​ກຳ​ນົດ​​ຄືນບົດ​ບາດ ໃນ​ລະ​ບົບ​ຕ່ອງ​ໂສ້ມູນ​ຄ່າ​ພາກ​ພື້ນ ແລະ ທົ່ວ​ໂລກ. ຫວຽດ​ນາມ ຈະ​ຫັນ​ປ່ຽນ​ຮູບ​ແບ​ບ​ການ​ເຕີ​ບໂ​ຕ​ຕາມ​ທິດ​ອີງ​ໃສ່​ວິ​ທະ​ຍາ​ສາດ, ນະ​ວັດ​ຕະ​ກຳ, ການຫັນ​ເປັນ​ດີ​ຈີ​ຕອນ, ການຫັນ​ເປັນ​ສີ​ຂຽວ ແລະ ການພັດ​ທະ​ນາ​ເສດ​ຖະ​ກິດ​ເອ​ກະ​ຊົນຫຼາຍກວ່າ​ອີກ”. ໃນ​ສະພາບ​ການ​ການ​ແກ້ງ​ແຍ້ງ​ໃນ​ການ​ດຶງ​ດູດ FDI ນັບ​ມື້​ນັບ​ຂ້ຽວຂາດ​ໃນ​ຂອບ​ເຂດ​ທົ່ວ​ໂລກ, ທ່າ​ອ່ຽງ​ຫັນປ່ຽນ​ຈາກ​ການ​ລົງທຶນ​ຕາມ​ກຸ່ມ​ບັນດາ​ປະເທດ​ທີ່​ເປັນ​ມິດ ຫຼື ມີ​ທີ່​ຕັ້ງ​ພູມີສາດ​ໃກ້ຄຽງ (friend-shoring, near-shoring), ເຮັດ​ໃຫ້​ກະແສ​ທຶນ​ມີ​ທ່າ​ອ່ຽງ​ລວມ​ສູນ​ກວ່າ ແລະ ມີ​ການ​ຄັດ​ເລືອກ​ກວ່າ. ພ້ອມ​ກັນ​ນັ້ນ, ກຳລັງ​ກົດ​ດັນ​ຈາກ​ການ​ຫັນ​ເປັນ​ສີຂຽວ ແລະ ຄວາມ​ຮຽກ ຮ້ອງ​ຕ້ອງ​ຮັບ, ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຊີ​ສູງ ກໍ​ນັບ​ມື້​ນັບ​ຫຼາຍ, ຮຽກຮ້ອງ​ໃຫ້ ຫວຽດນາມ ບໍ່​ພຽງ​ແຕ່​ດຶງ​ດູດ​ທຶນ​ໄດ້​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ຍົກ​ສູງ​ຄວາມ​ສາມາດ​ຮັບ​ເອົາ​ອີກ​ດ້ວຍ. ຕໍ່ໜ້າ​ສະພາບ​ຕົວ​ຈິງ​ນີ້, ຫວຽດນາມ ພວມ​ສືບຕໍ່​ຍົກ​ສູງ​ກຳລັງ​ແກ້ງ​ແຍ້ງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ເມື່ອ FDI ຍັງ​ແມ່ນ​ແຫຼ່ງ​ທຶນ​ສຳຄັນ​ໃຫ້​ແກ່​ການ​ເຕີບ​ໂຕ, ກຳນົດ​ແຈ້ງ​ເປົ້າ​ໝາຍ​ຍຸດ​ທະ​ສາດ ແລະ ປ່ຽນແປງ​ໃໝ່​ວິທີ​ການ​ຄຸ້ມ​ຄອງ ເພື່ອ​ໝູນ​ໃຊ້​ແຫຼ່ງ​ທຶນ ແລະ ບັນດາ​ໂຄງການ FDI ຢ່າງ​ມີ​ປະ​ສິດທິ​ຜົນ ແລະ ຍາວ​ນານ. ທ່ານ​ນາງ ບຸຍ​ທູ​ຖູຍ ຮອງ​ຫົວ​ໜ້າ​ກົມລົງ​ທຶນ​ຕ່າງ​ປະ​ເທດ ກະ​ຊວງ​ການ​ເງິນ ຫວຽດນາມ ໃຫ້​ຮູ້​ວ່າ, ທັດ​ສະ​ນະ​​ຂອງ ຫວຽດ​ນາມ ຍັງ​ຖື FDI ແມ່ນ​ກຳ​ລັງ​ໜູນສຳ​ຄັນ​ ແຕ່​ບໍ່​ສາ​ມາດ​ປ່ຽ​ນ​ແທນ​ກຳ​ລັງ​ພາຍ​ໃນ​ໄດ້.“ປັດ​ຈຸ​ບັນ​ນີ້, ພວກ​ຂ້າ​ພະ​ເຈົ້າ​ປາ​ຖະ​ໜາ​ຢາກໃຫ້​ແຫຼ່ງ​ທຶນ FDI ເຂົ້າມາ ຫວຽດ​ນາມ. ນອກ​ຈາກ​ແຫຼ່ງ​ທຶນແລ້ວ ກໍຕ້ອງມີ​ພູມ​ປັນ​ຍາ, ເຕັກ​ໂນ​ໂລ​ຊີ, ການ​ປ່ຽນ​ແປງ​ກ່ຽວ​ກັບ​ວິ​ທີ​ກາ​ນ​ຄຸ້ມ​ຄອງ, ​ການປ່ຽນ​ແປງ​ມາດ​ຕະ​ຖານໃນ​ແຜນ​​ຮ່າງ​ດຶງ​ດູດ FDI ໃໝ່ເຊິ່ງ​ພວກ​ຂ້າ​ພະ​ເຈົ້າ​ພວມ​ສ້າງ, ພວກ​ຂ້າ​ພະ​ເຈົ້າ​ປາ​ຖະ​ໜາ​ຢາກໃຫ້ ຫວຽດ​ນາມ ບໍ່​ພຽງ​ແຕ່ແມ່ນ​ສະ​ຖານ​ທີ່ທຶນ FDI ເທົ່າ​ນັ້ນ ຫາກ ຫວຽດ​ນາມ ຍັງ​ມີ​ຖາ​ນະ​ບົດ​ບາດ​ຢ່າງ​ແນ່ນອນໃນ​ລະ​ບົບ​ຕ່ອງ​ໂສ້​ມູນ​ຄ່າ​ທົ່ວ​ໂລກ. ຫວຽດ​ນາມ ບໍ່​ດຶງ​ດູດ​ ທຶນ FDI ​ແບບທົ່ວ​ໄປ ຫາກຢາກໄດ້ຮັບເອົາ​ບັນ​ດາ​ໂຄງ​ການ FDI ຕິດ​ພັນ​ກັບ​ບັນ​ດາ​ປັດ​ໄຈ​ລະ​ອຽດ​ຄື: FDI ໃນຂົງ​ເຂດ​ເຕັກ​ໂນ​ໂລ​ຊີ, ຍຸດ​ທະ​ສາດ. ບັນ​ດາ FDI ບໍ່​ພຽງ​ແຕ່​ແມ່ນ​ບູລິມະສິດ​ດ້ານ​ພາ​ສີ​ເທົ່າ​ນັ້ນ ຫາກ​ຍັງ​ປາຖະ​ໜາ​ວ່າ FDI ຈະ​ຄ່ອຍ​ໆ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ, ບຳ​ລຸງ​ສ້າງ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດເທື່ອລະກ້າວ”. ເປົ້າ​ໝາຍ​ຂອງ ຫວຽດນາມ ຮອດ​ປີ 2030, ຍົກ​ສູງ​ຄຸນ​ນະ​ພາບ FDI ແລະ ເພີ່ມ​ອັດຕາ​ສ່ວນ​ຫັນ​ເປັນ​ພາຍ​ໃນ​ປະເທດ, ໄລຍະ 2035 - 2045 ມຸ່ງ​ໄປ​ເຖິງ​ນຳ ຫວຽດນາມ ກາຍເປັນ​ສູນ​ເຕັກ​ໂນ​ໂລ​ຊີ​ໃນ​ພາກ​ພື້ນ, ດ້ວຍ​ທຶນ FDI ຫັນ​ໄປ​ສູ່​ການ​ຄົ້ນ​ຄວ້​​າ ແລະ ພັດທະນາ (R&D) ແລະ ນະ​ວັດຕະ​ກຳ. ທ່ານ ຫງວ​​ຽ​ນວັນ​ທັ້ງ ຮອງ​ນາຍົກລັດຖະມົນຕີ ໃຫ້​ຮູ້​ວ່າ, ຫວຽດນາມ ໄດ້ ແລະ ພວມ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ບຸກ​ທະລຸ​ຢ່າງ​ຄົບ​ຊຸດ. “ສືບຕໍ່​ຍູ້​ແຮງ​ການ​ປັບປຸງ​ລະບອບ​ລະບຽບ​ການ​ໃຫ້​ສົມບູນ​ແບບ, ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳເນີນ​ທຸລະ​ກິດ​ຢ່າງ​ແຮງ, ຫັນປ່ຽນ​ຈາກ​ຈິນຕະນາການ​ຄຸ້ມ​ຄອງ​ໄປ​ສູ່​ຈິນຕະນາການ​ຮັບ​ໃຊ້​ການ​ພັດທະນາ. ລັດຖະບານ​ຈະ​ສືບຕໍ່​ຫຼຸດຜ່ອນ​ການ​ປະຕິບັດ​ລະບຽບ​ການ​ບໍລິຫານ, ເງື່ອນໄຂ​ລົງທຶນ​ການ​ດຳເນີນ​ທຸລະ​ກິດ​ໂດຍ​ໄວ, ຍູ້​ແຮງ​ການ​ແບ່ງ​ຂັ້ນ, ແບ່ງ​ສິດ​ອຳນາດ​ໄປ​ຄຽງ​ຄູ່​ກັບ​ການ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ, ຊຸກຍູ້​ການ​ຫັນ​ເປັນ​ດີ​ຈີ​ຕອນ​ຢ່າງຮອບດ້ານ ແລະ ປະຕິບັດ​ກົນ​ໄກ​ປະຕູ​ດຽວ​ຢ່າງ​ມີ​ປະ​ສິດທິ​ຜົນ, ຍົກ​ສູງ​ລັກສະນະ​ໂປ່ງ​ໃສ, ເປັນ​ປົກກະຕິ ແລະ ຄວາມ​ສາມາດ​ຄາດ​ຄະເນ​ຂອງ​ນະໂຍບາຍ”. ໃນ​ສະພາບ​ການ ຫວຽດນາມ ວາງ​ເປົ້າ​ໝາຍ​ເຕີບ​ໂຕ​ບັນລຸ​ລະດັບ​ສອງ​ຕົວ​ເລກ, ການ​ດຶງ​ດູດ​ກະແສ​ທຶນ FDI ລຸ້ນ​ໃໝ່​ມີ​ຄວາມ​ໝາຍ​ສຳຄັນ​ພິເສດ, ເພີ່ມ​ເຕີມ​ຊັບພະຍາກອນ​ພັດທະນາ. ດ້ວຍ​ຫຼາຍ​ມາດ​ຕະການ​ທີ່​ວາງ​ອອກ, ລັດຖະບານ​ຫວັງ​ວ່າ ໂຄງ​ປະກອບ​ກະແສ​ທຶນ FDI ນັບ​ມື້​ນັບ​ຫັນປ່ຽນ​ຕາມ​ທິດ​ມີ​ຄຸນ​ນະ​ພາບ, ດ້ວຍ​ມາດຕາ​ຖ່ວງ​ເພີ່ມ​ຢູ່​ບັນດາ​ຂົງເຂດ​ເຕັກ​ໂນ​ໂລ​ຊີ​ສູງ, ອຸດສາຫະກຳ​ສີຂຽວ, ພະລັງງານ​ທົດ​ແທນ, ສ້າງ​ກຳລັງ​ໜູນ​ເພື່ອ​ໃຫ້​ເສດຖະກິດ ຫວຽດນາມ ບັນລຸ​ລະດັບ​ເຕີບ​ໂຕ​ສອງ​ຕົວ​ເລກ ໃນ​ປີ​ນີ້ ແລະ ໃນ​ຊຸມ​ປີ​ຕໍ່​ໄປ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ