ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ກໍລະກົດ 2026

  

ກອງບັນຊາການທະຫານນະຄອນຫຼວງວຽງຈັນ ຄົ້ນຄວ້າ, ກະກຽມ ຍົກລະດັບ ພະແນກທະຫານຊາຍແດນ ຂຶ້ນເປັນຫ້ອງທະຫານຊາຍແດນ
ເວລາອອກຂ່າວ: 2026-06-09 10:33:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 243 | ຄວາມນິຍົມ:



ໃນວັນທີ 08 ມິຖຸນາ 2026 ນີ້, ກອງບັນຊາການທະຫານນະຄອນຫຼວງວຽງຈັນໄດ້ຈັດກອງປະຊຸມ ປຶກສາຫາລື, ຄົ້ນຄວ້າກ່ຽວກັບການກະກຽມ ຍົກລະດັບພະແນກທະຫານຊາຍແດນ ຂື້ນເປັນຫ້ອງທະຫານຊາຍແດນ, ຂຶ້ນກັບກອງບັນຊາການທະຫານນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ອຸ່ນຄໍາ ສີແຫວນວົງສັກ ຜູ້ບັນຊາການກອງບັນຊາການທະຫານຊາຍແດນ, ມີສະຫາຍ ພົນຈັດຕະວາ ໂສພາວັນ ທໍາມະເທວາ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ສະຫາຍ ພັນເອກ ບຸນທັນ ໄຊມຸງຄຸນ ຫົວໜ້າການທະຫານກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີກົມກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນໂທ ຄໍາພູ ຄໍາພະຈັນ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ລາຍງານຄວາມພ້ອມໃນການກະກຽມສ້າງຕັ້ງຫ້ອງທະຫານຊາຍແດນ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໂດຍຫຍໍ້, ຈາກນັ້ນ ໃນກອງປະຊຸມຍັງໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື, ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາດ້ວຍຄວາມຮັບຜິດຊອບສູງ ແລະ ໄດ້ຕົກລົງເຫັນດີເປັນເອກະພາບຮ່ວມກັນໃນການກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການຈັດຕັ້ງພິທີປະກາດຍົກລະດັບພະແນກ ທະຫານຊາຍແດນ ເປັນຫ້ອງທະຫານຊາຍແດນ ຂຶ້ນກັບກອງບັນຊາການທະຫານນະຄອນຫຼວງວຽງຈັນ, ພ້ອມກັນນັ້ນຍັງໄດ້ຄົ້ນຄວ້າດ້ານບຸກຄະລາກອນທີ່ຈະປະກອບໃສ່, ພ້ອມທັງກຳນົດຈຸດຄາດກະທີ່ຈະສ້າງຕັ້ງຫ້ອງທະຫານຊາຍແດນແບບຖາວອນ ເພື່ອໃຫ້ແທດເໝາະກັບເຂດຍຸດທະສາດໃນໄລຍະຍາວ ແລະ ເຮັດໃຫ້ການກະກຽມສ້າງຕັ້ງຫ້ອງທະຫານຊາຍແດນ ໃນຄັ້ງນີ້ ເປັນໄປຕາມລຳດັບຄາດໝາຍທີ່ຂັ້ນເທິງວາງໄວ້ ແນໃສ່ຮັບປະກັນໃຫ້ໄດ້ທາງດ້ານປະລິມານ ແລະ ຄຸນນະພາບ, ສາມາດປະຕິບັດໜ້າທີ່ການເມືອງ ແລະ ວິຊາສະເພາະໃຫ້ມີຜົນສຳເລັດໃນສະເພາະໜ້າ ແລະ ຍາວນານ. ໂດຍ: ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ