ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມ ຊາວກະສິກອນຫວຽດນາມ ຄັ້ງທີ IX ໄຂຂຶ້ນຢ່າງສົມກຽດ
ເວລາອອກຂ່າວ: 2026-06-10 09:20:13 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 87 | ຄວາມນິຍົມ: ![]()
ຂ່າວຫວຽດນາມ, ຊາວກະສິກອນສືບຕໍ່ແມ່ນພື້ນຖານຂອງເສດຖະກິດ, ປະກອບສ່ວນຮັບ ປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ນຳຫວຽດ ນາມ ໃຫ້ກາຍເປັນປະເທດສົ່ງ ອອກຜະລິດຕະພັນແຖວໜ້າ. ດ້ວຍຈິດໃຈ “ສາມັກຄີ ປະຊາທິປະໄຕ ບຸກທະລຸຮ່ວມມືພັດທະນາ”, ວັນທີ 8 ມິຖຸນາ, ຢູ່ນະ ຄອນຫຼວງຮ່າໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາ ຄົມຊາວກະສິກອນ ຫວຽດນາມ ຄັ້ງທີ 9, ອາຍຸການ 2026-2031 ໄດ້ໄຂຂຶ້ນຢ່າງເປັນທາງການ, ໂດຍມີການເຂົ້າຮ່ວມຂອງຜູ້ແທນດີເດັ່ນ 600 ຄົນ ທີ່ຕາງໜ້າໃຫ້ພະນັກງານ, ສະມາຊິກ, ຊາວກະສິກອນເກືອບ 10 ລ້ານຄົນໃນທົ່ວປະເທດ.
ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານ ເຈິ່ນເກິມຕູ ຜູ້ປະຈຳການເລຂາທິການສູນກາງພັກ ເນັ້ນໜັກວ່າ, ຊາວກະສິກອນສືບຕໍ່ແມ່ນພື້ນຖານຂອງເສດຖະກິດ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ນຳ ຫວຽດນາມ ໃຫ້ກາຍ ເປັນປະເທດສົ່ງອອກຜະລິດຕະພັນແຖວໜ້າ. ມະຕິຂອງພັກກຳ ນົດແຈ້ງ: ການພັດທະນາກະສິ ກຳຕາມທິດຊີວະພາບ, ຄົບວົງຈອນ, ນຳໃຊ້ວິທະຍາສາດເຕັກໂນໂລຊີ; ສ້າງຊົນຊັ້ນກຳມະກອນສີວິໄລ, ພັດທະນາຢ່າງຮອບດ້ານ ເພື່ອປະຕິບັດເປົ້າໝາຍດັ່ງ ກ່າວໃຫ້ໄດ້, ທ່ານສະເໜີວ່າ: “ສືບຕໍ່ປ່ຽນແປງໃໝ່ການຈັດຕັ້ງ ແລະ ວິທີການເຄື່ອນໄຫວຂອງສະມາຄົມຕາມທິດກະທັດຮັດ, ມີປະສິດທິຜົນ, ໃກ້ຊິດຕິດພັນກັບຂັ້ນຮາກຖານ; ຍົກສູງຄຸນນະພາບຖັນແຖວພະນັກງານ. ຖືຊາວກະສິກອນເປັນໃຈກາງ; ໜູນຊ່ວຍການພັດທະນາເສດຖະກິດກະສິກຳຕາມລະບົບມູນຄ່າ; ຊຸກຍູ້ການຫັນເປັນດີຈີຕອນ, ຍົກສູງຄຸນນະພາບຜະລິດຕະພັນ, ຕອບສະໜອງຄວາມຮຽກຮ້ອງຂອງຕະຫຼາດ. ຜັນຂະຫຍາຍບັນດາໂຄງການ, ແຜນການພັດທະນາກະສິກຳ, ຊົນນະບົດ; ໜູນຊ່ວຍຊາວກະສິກອນບຳລຸງສ້າງອາ ຊີບ, ພັດທະນາເສດຖະກິດລວມໝູ່”.
ກ່ອນໜ້ານີ້, ຕອນເຊົ້າວັນທີ 7 ມິຖຸນາ, ບັນດາຜູ້ແທນເຂົ້າ ສຸສານວາງພວງມາລາ, ໄຫວ້ອາໄລ ປະທານ ໂຮ່ຈີມິນ ແລະ ວາງພວງມາລາອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສອນສະຖານບັກເຊີນ.ຫຼັງຈາກນັ້ນ, ກອງປະຊຸມໃຫຍ່ໄດ້ດຳເນີນວາລະປະຊຸມຄັ້ງປະ ຖົມມະເລິກ ດ້ວຍຫຼາຍເນື້ອໃນທີ່ສຳຄັນ. ຮັບຟັງການລາຍງານ ໂດຍຫຍໍ້ກ່ຽວກັບໝາກຜົນການ ປະຕິບັດມະຕິ ກອງປະຊຸມໃຫຍ່ ສະມາຄົມຊາວກະສິກອນຫວຽດ ນາມ ຄັ້ງທີ VIII ແລະ ປະກອບຄຳເຫັນ.
ກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ສະມາຄົມຊາວກະສິກອນ, ເປັນເຫດການການເມືອງທີ່ສຳຄັນຂອງຊົນຊັ້ນຊາວກະສິ ກອນຫວຽດນາມ, ກອງປະຊຸມໃຫຍ່ ມີໜ້າທີ່ຕີລາຄາສະພາບການ, ໝາກຜົນການເຄື່ອນໄຫວຂອງສະມາຄົມ ແລະ ຂະບວນການຊາວກະສິກອນ ນັບແຕ່ກອງ ປະຊຸມໃຫຍ່ ຄັ້ງທີ VIII ມາຮອດປັດຈຸບັນ; ພ້ອມທັງວາງອອກທິດ ທາງ, ເປົ້າໝາຍ, ໜ້າທີ່ ແລະມາດຕະການແກ້ໄຂໃນອາຍຸການ ປີ 2026-2031. ກອງປະຊຸມໃຫຍ່ໄດ້ກຳນົດເປົ້າໝາຍ: ສ້າງສະມາຄົມຊາວກະສິກອນຫວຽດນາມ ໃຫ້ເຂັ້ມແຂງ; ເສີມຂະຫຍາຍບົດບາດເປັນເຈົ້າກຳຂອງຊາວກະສິກອນ ແລະ ເປັນໃຈກາງໃນການພັດທະນາກະສິກຳ, ເສດຖະກິດຊົນນະບົດ ແລະ ການກໍ່ສ້າງຊົນນະບົດໃໝ່; ປຸກລຸກຄວາມຄາດຫວັງພັດທະນາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ, ຈະເລີນສິວິໄລ ແລະ ມີຄວາມຜາສຸກໃນສັງກາດໃໝ່.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















