ມອບເຄື່ອງຊຸກຍູ້ພະນັກງານ-ນັກຮົບ ທີ່ເຂົ້າຮ່ວມການຊ້ອມຮົບ (ໃຕ້ຝຸ່ນ 2026)
ເວລາອອກຂ່າວ: 2026-06-10 09:24:53 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 273 | ຄວາມນິຍົມ: ![]()
ໃນວັນທີ 4 ມິຖຸນາ 2026 ນີ້, ຄະນະພັກ-ຄະນະບັນຊາກອງພັນໃຫຍ່ 703 ນຳໂດຍສະຫາຍ ພັນໂທ ແສງປະເສີດ ຄຳພູນວົງ ຫົວໜ້າພະແນກການເມືອງ ກອງ ພັນໃຫຍ່ 703 ໄດ້ນຳເອົາເຄື່ອງດື່ມ 35 ແພັກ ແລະ ເຄື່ອງອຸປະ ໂພກ ຈຳນວນໜຶ່ງລວມມູນຄ່າ 3.000.000 ກີບ ໄປມອບໃຫ້ພະ ນັກງານ-ນັກຮົບ ທີ່ພວມປະຕິບັດໜ້າທີ່ເຂົ້າຮ່ວມບັ້ນຊ້ອມຮົບ ( ໃຕ້ຝຸ່ນ 2026 ). ເພື່ອເປັນການ ປະກອບສ່ວນຊຸກຍູ້ໃຫ້ເຂົາເຈົ້າມີກຳລັງແຮງໃຈເຮັດສຳເລັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງ ກໍຄື ຮັບປະກັນໃຫ້ແກ່ການຊ້ອມຮົບ ມີຄວາມສະຫງົບປອດໄພ100%. ກ່າວຮັບໂດຍ ສະຫາຍ ພັນເອກ ສຸພັນ ເດດນໍສິນ ຫົວໜ້າການທະຫານ ກອງພັນໃຫຍ່ 703 ໄດ້ກ່າວສະແດງຄວາມຂອບໃຈມາຍັງຄະພັກ-ຄະນະບັນຊາກອງພັນໃຫຍ່ 703 ທີ່ຍາມໃດກໍມີຄວາມເປັນຫ່ວງເປັນໃຍ ຕໍ່ພະນັກງານ-ນັກຮົບພວກເຮົາທີ່ພວມປະຕິບັດໜ້າທີ່ຢູ່ ພ້ອມທັງກ່າວວ່າ: ຈະນຳເອົາເຄື່ອງທີ່ໄດ້ຮັບໃນຄັ້ງນີ້ໄປມອບໃຫ້ອ້າຍນ້ອງຢ່າງທົ່ວເຖິງ.
ໂດຍ: ກອງສີ ຈັນເມືອງຊຽງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















