ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ກໍລະກົດ 2026

  

ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ຈັດ​ຕັ້ງ​ເຄົາລົບ​ທຸງຊາດ​ປະຈຳ​ເດືອນ
ເວລາອອກຂ່າວ: 2026-06-10 09:26:22 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 301 | ຄວາມນິຍົມ:



ໃນ​ວັນ​ທີ 8 ມິຖຸນາ 2026 ນີ້, ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ໄດ້​ຈັດ​ຕັ້ງ ​ພິທີ​ເຄົາລົບ​ທຸງຊາດ ປະຈຳ​ເດືອນ 6 ໂດຍ​ການ​ເປັນ​ປະທານ​ຂອງ ​ສະຫາຍ ພັນ​ເອກ ບຸນ​ທັນ ໄຊ​ມຸງຄຸນ ຫົວໜ້າ​ການ​ທະຫານ​ກອງ​ບັນຊາ​ການ​ທະຫານ​ນະ ຄອນຫຼວງ​ວຽງ​ຈັນ, ມີ​ຄະນະ​ພັກ-ຄະນະ​ບັນຊາ ຕະຫຼອດ​ຮອດ​ພະນັກງານ​-ນັກຮົບ ທົ່ວ​ອົງການ 5 ຫ້ອງ ພ້ອມ​ດ້ວຍ​ກົມ​ກອງ​ອ້ອມ​ຂ້າງ​ທີ່​ຂຶ້ນ​ກັບເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ບຸນ​ທັນ ໄຊ​ມຸງຄຸນ ໄດ້​ສະຫຼຸບ​ຕີ​ລາຄາ​ຄືນ​ກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ​ຂອງ​ອົງການ ແລະ ກົມ​ກອງ ໂດຍ​ປິ່ນ ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ, ຕະຫຼອດ​ໄລຍະ 1 ເດືອນ ຜ່ານ​ມາຄະ​ນະ​ພັກ-ຄະນະ​ບັນຊາ​ທຸກ​ຂັ້ນ​ແມ່ນ​ໄດ້​ເອົາໃຈໃສ່​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ຢ່າງ​ເປັນ​ປົກກະຕິ ເປັນຕົ້ນ​ແມ່ນ​ໄດ້​ນຳ​ເອົາ​ບັນດາ​ເອກະສານ​ມູນເຊື້ອ​ຂອງ​ຊາດ, ຂອງ​ພັກ, ຂອງ​ກອງທັບ ມາ​ຈັດ​ຕັ້ງ​ເຜີຍແຜ່ ເພື່ອ​ແນໃສ່​ເຮັດ​ໃຫ້​ບັນດາ​ພະນັກງານ-ນັກຮົບ​ພາຍ​ໃນ​ກົມ​ກອງ​ຂອງ​ຕົນ​ໄດ້​ຮັບ​ຮູ້​ເຊື່ອມ​ຊຶມ, ກຳ​ແໜ້ນ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ-ລັດ​ຢ່າງ​ໜັກ​ແໜ້ນ, ຊີ້​ນຳ​ກົມ​ກອງ​ທີ່​ກ່ຽວຂ້ອງ​ສຸມ​ໃສ່​ເຂົ້າ​ໃນ​ການ​ເຮັດ​ໜ້າທີ່​ວຽກ​ງານ​ປ້ອງ​ກັນ​ຕາມ​ຂອບ​ເຂດ ​ທີ່​ຕົນ​ຮັບຜິດຊອບ​ຢ່າງ​ເຄັ່ງ​ຄັດ, ຈັດ​ຕັ້ງ​ລະບົບ​ປະຈຳການ​ບັນຊາ​ແຕ່​ລະ​ຂັ້ນ​ຕະຫຼອດ 24 ຊົ່ວໂມງ ເພື່ອ​ຕິດຕາມ​ສະພາບ ແລະ ກະກຽມ​ແກ້​ໄຂ​ປະກົດ​ການ ​ຫຍໍ້ທໍ້​ທີ່​ຈະ​ເກີດ​ຂຶ້ນ​ໃຫ້​ທັນ​ເວລາ, ປຸກລະດົມ​ໃຫ້​ພະນັກງານ-ນັກ ຮົບ​ເຮັດ​ວຽກ​ງານ​ເພີ່ມ​ພູນ​ຜະລິດຜົນ ບົນ​ຈິດໃຈ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ໂດຍ​ອີງ ໃສ່​ເງື່ອນໄຂ​ທ່າແຮງ​ບົ່ມ​ຊ້ອນ​ຂອງ​ກົມ​ກອງ, ນອກ​ນັ້ນ ​ຍັງ​ໄດ້​ ເອົາໃຈໃສ່​ຊີ້​ນຳ​ບັນດາ​ກົມ​ກອງ ​ເຮັດ​ໜ້າທີ່​ວຽກ​ງານ​ການ​ກວດກາ, ຄຸ້ມ​ຄອງ, ບົວລະບັດ​ຜັດ​ເຊັດ​ພາຫະນະ​ເຕັກນິກ, ອາວຸດ-ລູກ​ກະ​ສູນ ຢ່າງ​ເປັນ​ປົກກະຕິ ແນໃສ່​ໃຫ້​ມີ​ຄວາມ​ທົນ​ທານ, ນຳ​ໃຊ້​ໄດ້​ຍາວ​ນານ ແລະ ຮັບ​ໃຊ້​ທຸກ​ວຽກ ​ງານ​ໃຫ້​ມີ​ຜົນສຳເລັດ​ຕາມ​ການຈັດຕັ້ງ ຂັ້ນ​ເທິງ​ມອບ​ໝາຍ​ໃຫ້​ໄດ້​ຕະຫຼອດ​ເວລາ. ໂດຍ: ແສງ​ດາລາ ໄຊ​ຍະ​ລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ