ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ສຳເລັດບັ້ນເຄື່ອນທັບຊ້ອມຮົບສັງລວມ ຂັ້ນໝວດທະຫານຮາບ ໃຫ້ແກ່ນັກຮຽນນາຍສິບ ຊຸດທີ 39
ເວລາອອກຂ່າວ: 2026-06-10 09:27:56 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 285 | ຄວາມນິຍົມ: ![]()
ບັ້ນເຄື່ອນທັບຊ້ອມຮົບສັງລວມ ຂັ້ນໝວດທະຫານຮາບ ໃຫ້ແກ່ນັກຮຽນນາຍສິບ ຊຸດທີ 39 ສົກຮຽນ 2025-2026 ໄດ້ສຳເລັດລົງໃນວັນທີ 5 ມິຖຸນາ 2026 ນີ້, ໂດຍການເປັນປະທານຂອງສະຫາຍ ພັນເອກ ພົງສຸລິຍາ ເພັງຄູນ ຫົວໜ້າການທະຫານໂຮງຮຽນກໍ່ສ້າງນາຍສິບເລກ1, ມີຄະນະພັກ-ຄະນະອຳນວຍການ,ກອງພັນ, ກອງຮ້ອຍ, ຄູ-ອາຈານ, ພະນັກງານຮັບໃຊ້ ແລະ ນັກຮຽນ ເຂົ້າຮ່ວມ.
ສະຫາຍ ພັນໂທ ພາສີ ວິໄລວັນ ຫົວໜ້າພະແນກຄູຍຸດທະວິທີ ຮອງຄະນະຮັບຜິດຊອບຊີ້ນຳ ຕົວຈິງໄດ້ໃຫ້ຮູ້ວ່າ: ການຈັດຕັ້ງຊ້ອມຮົບສັງລວມ ໃນຄັ້ງນີ້ແມ່ນການປະຕິບັດຕາມໂຄງການອົບຮົມ-ຫັດແອບຮໍ່າຮຽນທີ່ກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບວາງອອກ. ເວົ້າລວມ ເວົ້າສະເພາະ ແມ່ນການຈັດຕັ້ງປະຕິບັດແຜນການທີ່ຫ້ອງອົບຮົມ ໂຮງຮຽນກໍ່ສ້າງນາຍສິບ ເລກ1 ໄດ້ສ້າງຂຶ້ນເພື່ອດຳເນີນອົບຮົມ ສິດສອນໃຫ້ແກ່ນັກຮຽນນາຍສິບ ຊຸດທີ 39 ສົກຮຽນ 2025-2026 ໃຫ້ປະກົດຜົນເປັນຈິງ ແລະ ບັນລຸຕາມຈຸດປະສົງຄາດ ໝາຍ. ການຈັດຕັ້ງຊ້ອມຮົບສັງລວມຄັ້ງນີ້ໄດ້ດຳເນີນມາເປັນເວລາ 3 ວັນ, ເຊິ່ງເລີ່ມແຕ່ວັນ 3
ມິຖຸນາ 2026-5 ມິຖຸນາ 2026, ມີຈຳນວນພົນເຂົ້າຮ່ວມທັງໝົດ 273 ສະຫາຍ, ຄູ-ອາຈານ 19 ສະຫາຍ,ນັກຮຽນ 211 ສະຫາຍ, ພະນັກງານຮັບໃຊ້ 31 ສະຫາຍ ແລະ ມີໄລຍະທາງຊ້ອມຮົບ 25 ກິໂລແມັດ. ໃນນີ້ປະກອບມີ 6 ເນື້ອໃນ ແລະ ແບ່ງເປັນ 4 ໝວດ, ໂດຍແມ່ນການຊ້ອມຮົບ 2 ຂັ້ນ, 2 ຝ່າຍ, ກອງຮ້ອຍຊີ້ນຳ ແລະ ເອົາໝວດຫັດແອບຢູ່ເທິງພູມີ ປະເທດຕົວຈິງ ຜ່ານການຫັດແອບ ຕົວຈິງເຫັນວ່າ ຄະນະຮັບຜິດ ຊອບກຳແໜ້ນໄດ້ຈຸດປະສົງຄາດໝາຍຂອງການຊ້ອມຮົບ ແລະ ເອົາໃຈໃສ່ຊີ້ນຳແຕ່ລະພາກ ສ່ວນດ້ວຍຄວາມຮັບຜິດຊອບສູງ ສາມາດເຮັດໃຫ້ເນື້ອໃນຊ້ອມຮົບດຳເນີນຖືກຕ້ອງ ແລະ ຄົບຖ້ວນຕາມແຜນການ. ນັກຮຽນແຕ່ລະສະຫາຍມີຄວາມຮັບຜິດຊອບຄົ້ນຄວ້າ, ກຳແໜ້ນເນື້ອ ໃນບົດຮຽນໄດ້ດີ ຮູ້ໝູນໃຊ້ເຂົ້າໃນສະພາບຕົວຈິງ ຖືກຕ້ອງ ແລະ ມີຄວາມຕັດສິນໃຈອົດທົນຜ່ານຜ່າຕໍ່ກັບສະພາບພູມມີປະເທດ, ເສັ້ນທາງຍາວໄກ, ຜ່ານຫ້ວຍນ້ຳ, ປ່າຕຶບໜາ, ຜ່ານສິ່ງກີດຂວາງ ຈາກທຳມະຊາດ, ພົບກັບສະພາບດິນຟ້າອາກາດຕາມລະດູການ, ຝົນຕົກ ແດດຮ້ອນ, ການພັກເຊົາ, ການກິນຢູ່, ການຫັດແອບທັງກາງເວັນ, ກາງຄືນ ມີຄວາມຫຍຸ້ງຍາກ ແຕ່ທຸກຄົນມີຄວາມຕັດສິນໃຈສູງ. ມັນສະແດງອອກໃນການອອກຄຳສັ່ງຈະແຈ້ງ, ຈັງຫວະເຂັ້ມແຂງ, ຜູ້ບັນຊາດຳເນີນວຽກງານຖືກຕາມລຳດັບບາດ ກ້າວຄົບຖ້ວນ ແລະ ພ້ອມກັນປະຕິບັດກົດລະບຽບຂອງການຫັດແອບໄດ້ດີ, ຮັກສາໄດ້ຄວາມສາມັກຄີ ແລະ ຮັບປະກັນຄວາມປອດໄພຕໍ່ຄົນ ແລະ ພາຫະນະໄດ້ 100% ຕີລາຄາຜົນຂອງການຫັດແອບ ໄດ້ 91,12 %.
ໂດຍ: ນ້ອຍຈັນໄພ ແກ້ວວັນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















