ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ກໍລະກົດ 2026

  

ມອບ​ຄອມ​ພິວ​ເຕີ ໃຫ້​ພະ​ແນກ​ໄອ​ຍະ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ
ເວລາອອກຂ່າວ: 2026-06-10 09:33:39 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 311 | ຄວາມນິຍົມ:



ໃນ​ບໍ່​ດົນ​ຜ່ານ​ມາ​ນີ້, ອົງການ​ໄອ​ຍະ​ການ​ປະຊາຊົນ​ແຂວງ​ຄຳ​ມ່ວນ ໄດ້​ນຳ​ເອົາ​ຄອມ​ພິວ​ເຕີ ຈຳນວນ 1 ຊຸດ ແລະ ປິນ​ເຕີ 1 ເຄື່ອງ ລວມ​ມູນ​ຄ່າ 10 ລ້ານກີບ, ມາ​ມອບ​ໃຫ້ພະ​ແນກໄອ​ຍະ​ການກອງ​ ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ, ໂດຍ​ການ​ກ່າວ​ມອບ ຂອງ​ສະຫາຍ ຄຳ​ແດງ ສີ​ບຸນ​ເຮືອງ ຫົວໜ້າ​ອົງການ​ໄອ​ຍະ​ການ​ປະ ຊາຊົນ​ແຂວງ​ຄຳ​ມ່ວນ ແລະ ກ່າວ​ຮັບ​ໂດຍ ສະຫາຍ ພັນ​ໂທ ໜູ​ຄຳ ນຽມ​ຜາ​ຈັນ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ພ້ອມທັງ ​ຕາງໜ້າ​ໃຫ້ ພະ​ແນກ​ໄອ​ຍະ​ການ ສະແດງ​ຄວາມ​ຂອບໃຈ​ມາຍັງສະຫາຍ ຫົວໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ແຂວງ ພ້ອມ​ດ້ວຍ​ຄະ ນະ ທີ່​ເຫັນ​ໄດ້​ຄວາມ​ໝາຍ​ຄວາມ​ສຳຄັນຂອງ​ໜ້າທີ່​ວຽກ​ງານ​ຢູ່​ພະ​ແນກ​ດັ່ງກ່າວ ຈຶ່ງ​ໄດ້​ນຳ​ເອົາ ຄອມ​ພິວ​ເຕີ ແລະ ປິນ​ເຕີ ມາ​ມອບ​ໃຫ້​ໃນ​ຄັ້ງ​ນີ້ ແລະ ສັນຍາ​ວ່າ ຈະ​ນຳ​ເອົາ​ເຄື່ອງ​ດັ່ງກ່າວ ມາ​ໝູນ​ໃຊ້​ເຂົ້າ​ໃນ​ໜ້າທີ່​ວຽກ​ງານ ໃຫ້​ໄດ້​ຮັບ​ໝາກຜົນ. ໂອກາດ​ນີ້, ຍັງ​ໄດ້​ມອບ​ໃບ​ຍ້ອງຍໍ ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ໃຫ້​ອົງການ​ໄອ​ຍະ​ການ​ປະຊາຊົນ​ແຂວງ ທີ່​ໄດ້​ປະກອບສ່ວນ​ອຸປະ ຖຳ​ຄອມ​ພິວ​ເຕີ ໃນ​ຄັ້ງ​ນີ້ ຕື່ມ​ອີກ. ໂດຍ: ເກດ​ມະນີ ສຸວັນນະ​ລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ