ກອງປະຊຸມເຊັນບົດບັນທຶກ ຖອນກຳລັງ ກອງກາ 53 ກອງທັບປະຊາຊົນຫວຽດນາມ ກັບຄືນປະເທດ
ເວລາອອກຂ່າວ: 2026-06-10 09:36:42 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 271 | ຄວາມນິຍົມ: ![]()
ກອງປະຊຸມເຊັນບົດບັນທຶກຖອນກຳລັງ ກອງກາ 53 ກອງທັບປະຊາຊົນຫວຽດນາມ ກັບຄືນປະເທດ ໄດ້ຈັດຂຶ້ນໃນທ້າຍເດືອນ ພຶດສະພາ 2026 ນີ້, ຢູ່ທີ່ກອງບັນຊາການທະຫານແຂວງຈຳປາສັກ, ເຂົ້າຮ່ວມມີ ສະຫາຍ ສົມບູນ ເຮືອງວົງສາ ກຳມະການຄະນະປະຈຳພັກແຂວງ, ຮອງຄະນະກຳ ມະການປົກຄອງແຂວງ, ຫົວໜ້າຄະນະປະຕິບັດງານພິເສດແຂວງຈຳປາສັກ, ມີສະຫາຍ ນາງ ອີ ງັອກ ກຳມະການຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ, ຫົວ ໜ້າຄະນະປະຕິບັດງານພິເສດ ແຂວງກວາງຫງາຍ ສສ ຫວຽດນາມ, ມີຄະນະປະຕິດບັດງານພິ ເສດສອງແຂວງ, ຄະນະສະເພາະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.
ສະຫາຍ ສົມບູນ ເຮືອງວົງສາ ໄດ້ຕາງໜ້າຄະນະບໍລິຫານງານພັກແຂວງ ແລະ ອົງການປົກຄອງແຂວງຈຳປາສັກ ສະແດງຄວາມຕ້ອນຮັບ ສະຫາຍ ນາງ ອີ ງັອກ ພ້ອມດ້ວຍຄະນະສະເພາະກິດ ແຂວງກວາງຫງາຍ ທີ່ເດີນທາງມາເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງຈຳປາສັກ ໃນຄັ້ງນີ້ ພ້ອມທັງຕີລາຄາຕໍ່ຜົນສຳເລັດການຮ່ວມມືຂອງສອງຝ່າຍ ລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະແຂວງ ຈຳປາສັກ ກັບແຂວງກວາງຫງາຍ ກໍຄື ກອງບັນຊາການທະ ຫານແຂວງຈຳປາສັກ ກອງທັບປະຊາຊົນລາວ ກັບ ກອງກາ 53 ກອງທັບປະຊາຊົນຫວຽດນາມ ທີ່ສາມາດເຮັດສຳເລັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ແລະ ສາມາດຊອກຄົ້ນ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານທີ່ເສຍສະຫຼະຊີວິດໃນປາງສົງ ຄາມຢູ່ລາວ ໃນລະດູແລ້ງສົກປີ 2025-2026. ການຊອກຄົ້ນ ອັດຖິຂອງອະດີດທະຫານອາສາ ສະໝັກ ແລະ ຊ່ຽວຊານຫວຽດ ນາມ ແມ່ນວຽກງານໜຶ່ງທີ່ພັກ ແລະ ລັດຖະບານລາວ ໃຫ້ຄວາມສຳຄັນເວົ້າລວມ, ເວົ້າສະເພາະ ຄະນະບໍລິຫານງານພັກແຂວງ, ອົງການປົກຄອງແຂວງຈຳປາສັກ ຖືເປັນວຽກງານບູລິມະສິດໜຶ່ງ ເຖິງວ່າຈະມີຄວາມຫຍຸ້ງຍາກ ບວກກັບສະພາບພູມີປະເທດ ມີການປ່ຽນແປງຈາກເມື່ອກ່ອນ ເຖິງແນວໃດກໍຕາມ ພັກ ແລະ ລັດ ຖະບານ ໄດ້ຊີ້ນຳທຸກເງື່ອນໄຂ ສຸມໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ. ເພື່ອນຳໄປສູ່ ການຊອກຫາ ແລະ ຂຸດຄົ້ນອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ຍັງຕົກຄ້າງຢູ່ດິນແດນລາວ ເວົ້າລວມ, ເວົ້າສະເພາະ ຢູ່ດິນແດນແຂວງຈຳປາສັກ ເພື່ອນຳສົ່ງກັບຄືນສູ່ບ້ານເກີດເມືອງນອນຢ່າງສົມກຽດ.
ໂອກາດດັ່ງກ່າວ ທັງສອງຝ່າຍ ກໍໄດ້ເຊັນບົດບັນທຶກ ຖອນກຳລັງກອງກາ 53 ກັບຄືນປະເທດ ຢ່າງເປັນທາງການ.
ໂດຍ: ນາງ ສີລິຄານ ສີດາວົງ
ພາບ: ຄານສະໄໝ ໄຊຍະເດດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















