ຍົກສູງຄວາມຮັບຜິດຊອບ ວຽກງານຕິດຕໍ່ສື່ສານ ໃນການຫັດແອບຊ້ອມຮົບຮ່ວມ ຕີພິເສດ “ໃຕ້ຝຸ່ນ`` ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ໌-2026”
ເວລາອອກຂ່າວ: 2026-06-10 09:38:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 297 | ຄວາມນິຍົມ: ![]()
ວຽກງານຕິດຕໍ່ສື່ສານ ຮັບປະກັນໃຫ້ແກ່ການຫັດແອບຊ້ອມຮົບຮ່ວມ ຕີພິເສດ “ໃຕ້ຝຸ່ນ” ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ໌-2026” ແມ່ນວຽກ ງານໜຶ່ງທີ່ມີຄວາມສຳຄັນ ເພື່ອຮັບປະກັນໃຫ້ແກ່ທຸກເຫຼົ່າຮົບ ຕິດ ຕໍ່ສື່ສານວຽກງານດ້ານຕ່າງໆ ທີ່ກ່ຽວກັບການຊ້ອມຮົບ ໄດ້ດຳເນີນໄປຢ່າງມີປະສິດທິພາບ, ຖືກຕ້ອງ, ຊັດເຈນ ແລະ ຮັບປະກັນຄວາມປອດໄພ ທາງດ້ານຂໍ້ມູນຂ່າວສານຂອງກອງທັບ.
ສະຫາຍ ພັນໂທ ຫົງສາ ທອງຄຳພາ ຮອງຫົວໜ້າພະແນກເສນາ ກົມສື່ສານ ກົມໃຫຍ່ເສນາທິການກອງທັບ, ຄະນະຮັບຜິດຊອບ ວຽກງານສື່ສານພາກສະໜາມ ໄດ້ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງໃຫ້ ເຫຼົ່າຮົບວິຊາສະເພາະສື່ສານ ເຂົ້າຮ່ວມຈັດຕັ້ງຮັບປະກັນການຕິດຕໍ່ສື່ສານ ໃນການຫັດແອບຊ້ອມຮົບຮ່ວມ ຕີພິເສດ “ໃຕ້ຝຸ່ນ” ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ໌-2026”, ຄະນະຮັບ ຜິດຊອບຂອງພວກເຮົາໄດ້ຮີບຮ້ອນສ້າງແຜນການນຳໃຊ້ກຳ ລັງ ແລະ ພາຫະນະສື່ສານໂດຍໄດ້ ມອບໝາຍໃຫ້ບັນດາກົມກອງທີ່ກ່ຽວຂ້ອງ ເຮັດວຽກງານກະກຽມຮອບດ້ານ ເພື່ອໃຫ້ທັນກັບ ເວລາ ທີ່ຂັ້ນເທິງກຳນົດໃຫ້. ການເຮັດວຽກງານຕິດຕໍ່ສື່ສານສຸດ ທີ່ມີຄວາມສຳຄັນ ໃນລະບົບການ ບັນຊາແຕ່ລະຂັ້ນ ໃນການຈັດຕັ້ງບັນຊາສູ້ຮົບປະສານເຫຼົ່າ, ເພື່ອຮັບປະກັນວຽກງານວິຊາສະ ເພາະຄະນະຮັບຜິດຊອບຂອງພວກເຮົາ ໄດ້ຂະຫຍາຍລະບົບການຕິດຕໍ່ສື່ສານເປັນ 4 ທາງ ຄື: ຮັບປະກັນການຕິດຕໍ່ທາງວິທະຍຸສື່ສານ, ຮັບປະກັນການຕິດ ຕໍ່ທາງໂທລະສັບ ແລະ ອິນເຕີເນັດ, ຮັບປະກັນຄວບຄຸມລະບົບຈໍແອວອີດີ ໂດຣນຖ່າຍພາບ ແລະ ລະບົບກ້ອງວົງຈອນປິດ ເພື່ອຮັບປະກັນໃຫ້ຄະນະຊີ້ນຳຜູ້ບັນຊາຝ່າຍລາວ ແລະ ຣັດເຊຍ ສາມາດຕິດຕາມພາບການເຄື່ອນໄຫວຢູ່ ໜ້າສະໜາມຢ່າງຊັດເຈນ, ຮັບປະກັນການປະຊາສຳພັນ ຖ່າຍທອດຄຳສັ່ງຂອງຜູ້ບັນຊາຜ່ານໂທລະໂຄ່ງ. ທັງໝົດນີ້ ກໍເພື່ອເຮັດໃຫ້ການຊ້ອມຮົບ ດຳເນີນໄປຢ່າງຄ່ອງແຄ້ວ, ມີປະສິດທິພາບ ແລະ ໄດ້ຮັບຜົນສຳເລັດຢ່າງຈົບງາມ.
ຜ່ານການລາຍງານ ແລະ ຈັດຕັ້ງປະຕິບັດວຽກງານດັ່ງກ່າວສາ ມາດເວົ້າໄດ້ວ່າ: ວຽກງານຕິດຕໍ່ ສື່ສານ ເປັນວຽກງານໜຶ່ງທີ່ມີ ຄວາມສຳຄັນໃນການສົ່ງຂໍ້ມູນ ຄຳສັ່ງຂອງຂັ້ນເທິງຫາກົມກອງ ທ້ອງຖິ່ນ ແລະ ຈາກກົມກອງ ທ້ອງຖິ່ນຫາສູນກາງ ເພື່ອຮັບປະກັນໃຫ້ແກ່ຂອດການປະສານສົມທົບວຽກງານ ມີຄວາມວ່ອງ ໄວ, ຖືກຕ້ອງ, ເຫຼົ່າຮົບສື່ສານ ຕ້ອງມີຄວາມຮັບຜິດຊອບສູງ, ມີເຄື່ອງມືທີ່ທັນສະໄໝ ເພື່ອຮັບ ປະກັນໄດ້ການສົ່ງຄຳສັ່ງ, ຂໍ້ມູນມີຄວາມຊັດເຈນສູງ, ທັນກັບເວ ລາ ເພື່ອໃຫ້ບັນດາກົມກອງ, ເຫຼົ່າຮົບ ເຂົ້າເຮັດໜ້າທີ່ໄດ້ທັນກັບຄວາມ ຮຽກຮ້ອງຕ້ອງການ ແລະ ໄດ້ຮັບປະສິດທິພາບສູງ.
ໂດຍ: ພຸດທະພອນ ລັດດານາວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















