ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ກໍລະກົດ 2026

  

ກອງປະຊຸມຮັບສ່ອງແສງ ວຽກງານປະກັນສັງຄົມຮອບດ້ານ ເຂດໃຈກາງ
ເວລາອອກຂ່າວ: 2026-06-11 09:24:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 349 | ຄວາມນິຍົມ:



ວັນທີ 10 ມິຖຸນາ 2026 ນີ້, ຢູ່ທີ່ກອງພັນໃຫຍ່ 941 ໄດ້ຈັດກອງປະຊຸມຮັບສ່ອງແສງວຽກງານປະກັນສັງຄົມຮອບດ້ານ ເຂດໃຈກາງ ຈຸດທີ 2, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ໄຊຍະແສງ ໄມມະນີ ຫົວໜ້າກົມປະກັນສັງຄົມ ກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍຄະນະພັກ-ຄະນະບັນຊາ, ຫົວໜ້າຂະແໜງປະກັນສັງຄົມ ຈາກ 10 ກົມກອງ ແລະ ພະແນກການ ພາຍໃນກົມປະກັນສັງຄົມ ເຂົ້າຮ່ວມ. ໃນກອງປະຊຸມຮັບສ່ອງແສງວຽກງານປະກັນສັງຄົມຮອບດ້ານ ເຂດໃຈກາງ ຈຸດທີ 2 ໃນຄັ້ງນີ້ ປະກອບມີ 3 ຈຸດປະສົງໃຫຍ່ ຄື: ຮັບຟັງລາຍງານ ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປະກັນສັງຄົມໃນໄລຍະ 1 ປີ ຜ່ານມາຈາກຂະແໜງປະກັນສັງຄົມ ກອງພັນໃຫຍ່ 941; ແລກປ່ຽນຄຳຄິດເຫັນຈາກບັນດາຂະແໜງປະກັນສັງຄົມກົມກອງ ແລະ ບັນດາພະແນກການທີ່ກ່ຽວຂ້ອງ ຈາກກົມປະກັນສັງຄົມ. ພ້ອມນັ້ນ ຈະໄດ້ຮັບຟັງການໂອ້ລົມຈາກສະຫາຍປະທານກອງປະຊຸມ ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ. ເຊີ່ງໃນກອງປະຊຸມ ຂະແໜງປະກັນສັງຄົມ ກອງພັນໃຫຍ່ 941 ໄດ້ສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານປະກັນສັງຄົມຮອບດ້ານ ໃນປີ 2026 ແລະ ທິດທາງແຜນການ, ເຊິ່ງໃນໄລຍະຜ່ານມາ ທາງຂະແໜງປະກັນສັງຄົມ ກອງພັນໃຫຍ່ 941 ມີຜົນສຳເລັດຕາມແຜນການເກັບກຳ ແລະ ຂຶ້ນທະບຽນສະມາຊິກປະກັນສັງຄົມ ເພື່ອອອກບັດໃຫ້ສະມາຊິກປະກັນສັງຄົມ ເປັນບ່ອນອີງໃນການຂໍຮັບອຸດໜູນ ປະເພດຕ່າງໆ, ເປັນເຈົ້າການໃນການຈັດຕັ້ງເຜີຍແຜ່ບັນດາຄຳສັ່ງແນະນຳ, ຂໍ້ກຳນົດ, ນິຕິກຳທີ່ກ່ຽວຂ້ອງກັບວຽກງານປະກັນສັງຄົມ ໃຫ້ນາຍ ແລະ ພົນທະຫານ, ພ້ອມຜູ້ຢູ່ໃນການດູແລ ທີ່ຂຶ້ນກັບກອງພັນໃຫຍ່ 941 ໃຫ້ຮັບຮູ້ຢ່າງທົ່ວເຖິງ. ຈາກນັ້ນ, ບັນດາຜູ້ຕາງໜ້າຄະນະພັກ-ຄະນະບັນຊາກອງກົມ ແລະ ຫົວໜ້າຂະແໜງປະກັນສັງຄົມ ຈຳນວນ 10 ກົມກອງ ໄດ້ຂຶ້ນປະກອບຄຳຄິດເຫັນຢ່າງກົງໄປກົງມາ ເພື່ອຖອດຖອນບົດຮຽນ ແລະ ແລກປ່ຽນບັນຫາຕ່າງໆ ກັບ ພະແນກການພາຍໃນກົມປະກັນສັງຄົມ ໃນບາງຈຸດທີ່ຍັງບໍ່ທັນເຂົ້າໃຈ ຈະໄດ້ນຳເອົາໄປປັບປຸງແກ້ໄຂໃນຕໍ່ໜ້າ. ໃນໂອກາດນີ້, ສະຫາຍ ພົນຈັດຕະວາ ໄຊຍະແສງ ໄມມະນີ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງກອງທຶນປະກັນສັງຄົມ ແລະ 9 ປະເພດການອຸດໜູນ ທີ່ກົດໝາຍໄດ້ກຳນົດໄວ້, ພ້ອມທັງ ຕອບຂໍ້ຂ້ອງໃຈ, ຄຳສະເໜີ ແລະ ບັນຫາຕ່າງໆ ທີ່ທາງບັນດາກອງກົມ ໄດ້ສະເໜີຕໍ່ກອງປະຊຸມ ແລະ ມີຄຳເຫັນແລກປ່ຽນບາງບັນຫາຕໍ່ ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ ຕ້ອງເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ຕິດພັນກັບການ ຊີ້ນຳ-ນຳພາ ຂະແໜງປະກັນສັງຄົມ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເພື່ອໃຫ້ເຂົາເຈົ້າຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຕ້ອງໃຫ້ຄວາມສຳຄັນຕໍ່ວຽກງານປະກັນສັງຄົມ, ໃຫ້ໂອກາດເຂົາເຈົ້າໄດ້ເຄື່ອນໄຫວເຮັດໜ້າທີ່ວິຊາສະເພາະ ຕາມພາລະບົດບາດຂອງຂະແໜງປະກັນສັງຄົມ. ສຳລັບຜູ້ຮັບຜິດຊອບວຽກງານປະກັນສັງຄົມ ກໍຄືຂະແໜງປະກັນສັງຄົມ ແຕ່ລະກົມກອງ ຕ້ອງກຳແໜ້ນຄຳສັ່ງແນະນຳ, ບັນດານິຕິກຳໃຕ້ກົດໝາຍທີ່ກ່ຽວຂ້ອງ ເພື່ອເປັນເສນາທິການລາຍງານໃຫ້ແກ່ຜູ້ບັນຊາ, ພ້ອມກັບສືບຕໍ່ເກັບກຳສະມາຊິກປະກັນສັັງຄົມ ພາຍໃນກົມກອງຂອງຕົນ ເພື່ອຂຶ້ນທະບຽນອອກບັດປະກັນສັງຄົມ ໃຫ້ເຂົາເຈົ້າຄົບຖ້ວນ, ຮັບປະກັນສິດ ແລະ ຜົນປະໂຫຍດທີ່ຈະໄດ້ຮັບອຸດໜູນປະເພດຕ່າງໆ ຂອງສະມາຊິກປະກັນສັງຄົມ ຕາມເງື່ອນໄຂຂອງກອງທຶນປະກັນສັງຄົມຄຸ້ມຄອງ. ພາບ: ແສງຕາວັນ ບຸນຍະສານ; ຂ່າວ: ຂັນທະວີ ແກ້ວກາໃຈ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ