ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 11 ກໍລະກົດ 2026

  

ທ່ານ ສີ ຈິ້ນ​ຜິງ ແລະ ພັນ​ລະ​ຍາ ສຳເລັດ​ການ​ຢ້ຽມຢາມ ​ສປປ ເກົາຫຼີ ຢ່າງ​ຈົບງາມ
ເວລາອອກຂ່າວ: 2026-06-11 09:40:54 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 136 | ຄວາມນິຍົມ:



ພາລະກິດ​ການ​ຢ້ຽມຢາມ ​ສປປ ເກົາຫຼີ ໃນ​ພາກ​ເຊົ້າ​ວັນ​ທີ 9 ມິຖຸນາ ນີ້, ທ່ານ ສີ ຈິ້ນ​ຜິງ ເລຂາ ທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ປະທານ​ປະເທດ​ຈີນ ພ້ອມ​ດ້ວຍ​ພັນ​ລະ​ຍາ ໄດ້​ຢ້ຽມຢາມ​ໂຮງຮຽນ​ພະນັກງານ​ສູນ​ກາງ​ພັກ​ແຮງ​ງານ​ເກົາຫຼີ, ໄປ​ຢ້ຽມ​ຊົມ​ຫໍ​ມິດຕະພາບ ​ສປ ຈີນ-​ສປປ ເກົາຫຼີ ແລະ ຢ້ຽມຢາມ​ໂຮງຮຽນ​ພະນັກງານ​ສູນ​ກາງ​ພັກ​ແຮງ​ງານ​ເກົາຫຼີ ທີ່​ຕັ້ງ​ຢູ່​ນະຄອນຫຼວງ​ພຽງ​ຢາງ, ໂດຍ​ມີ​ທ່ານ ກິມ​ເຈິງ​ອຸນ ເລຂາທິການ​ໃຫຍ່​ພັກ​ແຮງ​ງານ​ເກົາຫຼີ ປະທານ​ກິດຈະການ​ແຫ່ງ​ລັດ ​ສປປ ເກົາຫຼີ ແລະ ພັນ​ລະ​ຍາ ຮ່ວມ​ເດີນທາງ​ໄປ​ນຳ, ເຊິ່ງ​ຢູ່​ທີ່​ນັ້ນ, ຜູ້ນຳ​ສູງ​ສຸດ​ສອງ​ປະເທດ​ໄດ້​ຮ່ວມ​ກັນ​ປູກ​ຕົ້ນໄມ້​ເພື່ອ​ເປັນ​ທີ​ລະນຶກ​ໃຫ້​ແກ່​ວັນ​ສ້າງຕັ້ງ​ສາຍ​ພົວພັນ​ທີ່​ມາ​ຍາວ​ນານ​ຂອງ​ສອງ​ປະເທດ ແລະ ເປັນ​ຫຼັກ​ຖານ​ແຫ່ງ​ການ​ຢ້ຽມຢາມ ​ສປປ ເກົາຫຼີ ໃນ​ຮອບ​ຫຼາຍ​ປີ​ຂອງ​ຜູ້ນຳ ​ສປ ຈີນ ຕື່ມ​ອີກ. ໃນ​ຕອນ​ທ່ຽງ, ທ່ານ ສີ ຈິ້ນ​ຜິງ ແລະ ທ່ານ ນາງ ເພີງ​ລີ້​ຢວນ ພັນ​ລະ​ຍາ ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ​ອາຫານ​ທ່ຽງ​ວົງ​ແຄບ ເພື່ອ​ສົ່ງ​ຄະນະ​ຜູ້ນຳ ​ສປ ຈີນ, ຈັດ​ຂຶ້ນ​ໂດຍ​ທ່ານ ກິມ​ເຈິງ​ອຸນ ພ້ອມ​ພັນ​ລະ​ຍາ. ໃນ​ງານ​ລ້ຽງ​ດັ່ງກ່າວ, ຜູ້ນຳ​ສູງ​ສຸດ​ຂອງ​ສອງ​ພັກ​ສອງ​ລັດ​ໄດ້​ລົງ​ເລິກ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ປັບປຸງ ແລະ ການ​ສືບ​ທອດ​ມິດຕະພາບ​ອັນ​ເປັນ​ມູນເຊື້ອ ລະຫວ່າງ ​ສປ ຈີນ ແລະ ​ສປປ ເກົາຫຼີ ຕື່ມ​ອີກ ເປັນຕົ້ນ: ທ່ານ ສີ ຈິ້ນ​ຜິງ ກ່າວ​ວ່າ, ຜ່ານ​ການ​ຢ້ຽມຢາມ​ຄັ້ງ​ນີ້, ເຮັດ​ໃຫ້​ສອງ​ຝ່າຍ​ມີ​ຄວາມ​ເຂົ້າໃຈ​ກັນ​ເລິກເຊິ່ງ ແລະ ຮອບດ້ານ​ກວ່າ​ເກົ່າ, ທິດ​ທາງ​ການ​ພັດທະນາ​ໃນ​ ອະນາຄົດ​ມີ​ຄວາມ​ຈະແຈ້ງ​ກວ່າ​ເກົ່າ. ຂ້າພະເຈົ້າ​ຍິນ​ດີ​ຮ່ວມ​ກັບ​ທ່ານ​ເລຂາທິການ​ໃຫຍ່ ກິມ​ເຈິງ​ອຸນ ເພື່ອ​ຮ່ວມ​ກັນ​ນຳພາ​ການ​ພົວພັນ ຈີນ-​ສປປ ເກົາຫຼີ ບັນລຸ​ການ​ພັດທະນາ​ຫຼາຍ​ກວ່າ​ເກົ່າ ແລະ ເພີ່ມ​ແຮງ​ຂັບ​ເຄື່ອນ​ທີ່​ແຂງແຮງ​ອັນ​ໃໝ່​ເຂົ້າ​ໃນ​ພາລະກິດ​ສັງຄົມ​ນິຍົມ​ຂອງ​ສອງ​ປະເທດ. ທ່ານ ກິມ​ເຈິງ​ອຸນ ກ່າວ​ວ່າ, ການ​ຢ້ຽມຢາມ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ສີ ຈິ້ນ​ຜິງ ໃນ​ຄັ້ງ​ນີ້ ໄດ້​ຮັບ​ຜົນສຳເລັດ​ຢ່າງ​ຈົບງາມ, ໄດ້​ສົ່ງ​ສັນຍານ​ທາງ​ບວກ​ໄປ​ທົ່ວ​ໂລກ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ ​ສປປ ເກົາຫຼີ ແລະ ຈີນ, ໄດ້​ຮັບ​ຄວາມ​ສົນໃຈ​ໃນ​ລະດັບ​ສູງ​ຈາກ​ທຸກ​ຝ່າຍ. ການ​ຢ້ຽມຢາມ​ຄັ້ງ​ນີ້ ມີ​ຄວາມ​ໝາຍ​ສຳຄັນ​ເປັນ​ຢ່າງ​ຍິ່ງ​ຕໍ່​ການ​ພົວພັນ​ສອງ​ປະເທດ ແລະ ການ​ພັດທະນາ​ຂອງ​ພາກ​ພື້ນ​ນີ້​ໃນ​ອະນາຄົດ. ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ທ່ານ ກິມ​ເຈິງ​ອຸນ ເລຂາທິການ​ໃຫຍ່​ພັກ​ແຮງ​ງານ​ເກົາຫຼີ ປະທານ​ກິດຈະການ​ແຫ່ງ​ລັດ ​ສປປ ເກົາຫຼີ ແລະ ທ່ານ ນາງ ລີ​ຊຸງ​ຈູ ພັນ​ລະ​ຍາ​ຂອງ​ທ່ານ ໄດ້​ຈັດ​ພິທີ​ສົ່ງ​ຢ່າງ​ຟົດຟື້ນ​ຍິ່ງ​ໃຫຍ່ ເພື່ອ​ເປັນ​ກຽດ​ແກ່ ທ່ານ ສີ ຈິ້ນ​ຜິງ ແລະ ທ່ານ ນາງ ເພີງ​ລີ້​ຢວນ ພັນ​ລະ​ຍາ​ຂອງ​ທ່ານ ຢູ່​ສະໜາມ​ບິນ​ນະຄອນຫຼວງ​ພຽງ​ຢາງ, ໂດຍ​ການ​ຢ້ຽມຢາມ ​ສປປ ເກົາຫຼີ ທາງ​ລັດ​ຖະ​ກິດ​ຄັ້ງ​ນີ້ ໄດ້​ຮັບ​ຜົນສຳເລັດ​ເຕັມ​ເມັດ​ເຕັມ​ໜ່ວຍ ແລະ ເດີນທາງ​ກັບ​ຮອດ​ນະຄອນຫຼວງ​ປັກ​ກິ່ງ ດ້ວຍ​ຄວາມ​ສະຫວັດດີ​ພາບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ