ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ກໍລະກົດ 2026

  

ເວທີ​ປາ​ໄສ​ອະນາຄົດ​ອາ​ຊຽນ 2026 ເປີດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່ ​ສສ ຫວຽດນາມ
ເວລາອອກຂ່າວ: 2026-06-11 09:43:13 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 138 | ຄວາມນິຍົມ:



ຕອນ​ເຊົ້າ​ວັນ​ທີ 9 ມິຖຸນາ, ທີ່​ນະຄອນຫຼວງ​ຮ່າ​ໂນ້ຍ ​ສສ ຫວຽດນາມ, ເວທີ​ປາໄສ​ອະນາຄົດ​ອາ​ຊຽນ 2026 (AFF 2026) ໄດ້​ເປີດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ພາຍ​ໃຕ້​ຫົວຂໍ້“ການສ້າງ​ອະນາຄົດ​ຮ່ວມ​ກັນ: ສັນຕິພາບ, ຄວາມ​ຈະເລີນ​ຮຸ່ງເຮືອງ ແລະ ເອົາ​ປະຊາຊົນ​ເປັນໃຈ​ກາງ”. ພິທີ​ເປີດ AFF 2026 ໂດຍ​ມີ ທ່ານ ເລ​ມິງ​ຮຶງ ນາຍົກລັດຖະມົນຕີ ​ສສ ຫວຽດນາມ, ທ່ານ ສອນ​ໄຊ ສີ​ພັນ​ດອນ ນາຍົກລັດຖະມົນຕີ ແຫ່ງ ​ສປປ ລາວ, ທ່ານ ສົມເດັດ ຮຸນ ມາ​ເນັດ ນາຍົກລັດຖະມົນຕີ ແຫ່ງ​ຣາ​ຊະ​ອານາຈັກ ກຳປູເຈຍ, ທ່ານ ອະນຸ​ທິນ ຊານ​ວີ​ຣະ​ກູນ ນາຍົກລັດຖະມົນຕີ ແຫ່ງ​ຣາ​ຊະ​ອາ ນາຈັກ ໄທ, ທ່ານ ໄກ ຣາ​ລາ ຊາ​ນານາ ກຸ​​ສ​ເມົາ ນາຍົກລັດຖະມົນຕີ ແຫ່ງ ຕີ​ມໍ-ເລ​​ສ​ເຕ, ທ່ານ ເລ ຮ່ວ​​າຍ ຈຸງ ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດ ແລະ ທ່ານ ເກົ້າ ກິມ ຮຸນ ເລຂາທິການ​ໃຫຍ່​ອາ​ຊຽນ ເຂົ້າ​ຮ່ວມ. ກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ເປີດ, ທ່ານ ເລ​ມິງ​ຮຶງ ໄດ້​ເນັ້ນ​ໜັກ​ວ່າ, AFF 2026 ມີ​ຄວາມ​ໝາຍ​ສຳຄັນ​ເປັນ​ພິເສດ. ຫົວຂໍ້​ຂອງ​ເວທີ​ປາ​ໄສ​ສະທ້ອນ​ໃຫ້​ເຫັນ​ເຖິງ​ຄຸນຄ່າ​ຫຼັກ​ທີ່​ອາ​ຊຽນ​ໄດ້​ດຳເນີນ ແລະ ກຳນົດ​ທິດ​ທາງ​ສຳລັບ​ອະນາຄົດ​ຂອງ​ປະຊາ​ຄົມ​ໃນ​ໄລຍະ​ຕໍ່​ໄປ. ຫຼັງ​ຈາກ 59 ປີ​ຂອງ​ການ​ສ້າງຕັ້ງ ແລະ ການ​ພັດທະນາ, ຜົນງານ​ອັນ​ໂດດ​ເດັ່ນ​ທີ່​ສຸດ​ຂອງ​ອາ​ຊຽນ ບໍ່​ໄດ້​ຢູ່​ພຽງ​ແຕ່​ຂະໜາດ​ປະຊາກອນ​ເກືອບ 700 ລ້ານ​ຄົນ ຫຼື ສະຖານະ​ຂອງ​ການ​ເປັນ​ໜຶ່ງ​ໃນ​ສູນ​ກາງ​ການ​ເຕີບ​ໂຕ​ທາງ​ເສດຖະກິດ​ທີ່​ມີ​ຄວາມ​ຄຶກຄື້ນ ແລະ ມີ​ພະລັງ​ຫຼາຍ​ທີ່​ສຸດ​ໃນ​ໂລກ, ແຕ່​ຢູ່​ທີ່​ຄວາມ​ພະຍາຍາມ​ຮ່ວມ​ກັນ​ໃນ​ການ​ກ້າວ​ຂ້າມ​ຄວາມ​ແຕກ​ຕ່າງ, ສ້າງ​ສາຍສຳພັນ​ແຫ່ງ​ຄວາມ​ໄວ້​ວາງໃຈ ແລະ ຂະຫຍາຍ​ການ​ຮ່ວມ​ມື ຈົນ​ກາຍເປັນ​ປະຊາ​ຄົມ​ທີ່​ມີ​ຄວາມ​ສາມັກຄີ, ມີ​ຄວາມ​ເຂັ້ມແຂງ​ເພິ່ງ​ພາ​ຕົນ​ເອງ​ໄດ້ ແລະ ເປັນ​ໜຶ່ງ​ດຽວ​ກັນ​ທ່າມກາງ​ຄວາມ​ຫຼາກ​ຫຼາຍ. ຖ້າ​ເກືອບ 6 ທົດ​ສະ​ວັດ​ທີ່​ຜ່ານ​ມາເປັນ​ເສັ້ນທາງ​ແຫ່ງ​ການ​ສ້າງ​ເອກະລັກ​ຂອງ​ອາ​ຊຽນ, ແລ້ວ​ຫຼາຍ​ທົດ​ສະ​ວັດ​ຂ້າງ​ໜ້າ​ນີ້​ຈະ​ເປັນ​ເສັ້ນທາງ​ແຫ່ງ​ການ​ກຳນົດ​ອະນາຄົດ​ຂອງ​ອາ​ຊຽນ ໃນ​ໂລກ​ທີ່​ກົດເກນ​ພື້ນຖານ​ຂອງ​ເສດຖະກິດ, ເຕັກ​ໂນ​ໂລ​ຊີ ແລະ ອຳນາດ​ໃນ​ລະດັບ​ໂລກ ກຳລັງ​ຖືກ​ຂຽນ​ຂຶ້ນ​ໃໝ່. ເຕັກ​ໂນ​ໂລ​ຊີ​ກຳລັງ​ກຳນົດ​ຄວາມ​ໝາຍ​ໃໝ່​ກ່ຽວ​ກັບ​ການ​ແຂ່ງຂັນ, ປັນຍາ​ປະດິດ (AI) ກຳລັງ​ນິ​ຍາມ​ຜະລິດ​ຕະ​ພາບ​ຂຶ້ນ​ໃໝ່, ແລະ ຂໍ້​ມູນ ກຳລັງ​ນິ​ຍາມ​ອຳນາດ​ຂຶ້ນ​ໃໝ່; ຂະ​ບວນ​ການ​ຫັນປ່ຽນ​ສູ່​ສີຂຽວ​ກໍ​ກຳລັງ​ກຳນົດ​ຄວາມ​ໝາຍ​ແບບແຜນ​ການ​ພັດທະນາ​ໃໝ່​ເຊັ່ນ​ກັນ.ໃນ​ຊ່ວງ​ເວລາ​ສຳຄັນ​ອັນ​ເປັນ​ຈຸດ​ຫັນປ່ຽນ​ເຊັ່ນ​ນີ້, ຄວາມ​ໄດ້​ປຽບ​ຈະ​ບໍ່​ໄດ້​ຕົກ​ເປັນ​ຂອງ​ບັນດາ​ປະເທດ​ທີ່​ມີ​ຊັບພະຍາກອນ​ຫຼາຍ​ເທົ່າ​ນັ້ນ, ແຕ່​ຍັງ​ເປັນ​ຂອງ​ປະເທດ ແລະ ພາກ​ພື້ນ​ທີ່​ມີ​ຄວາມ​ສາມາດ​ເຂົ້າ​ຮ່ວມ​ກຳນົດ​ກົດເກນ ແລະ ມາດຕະຖານ​ໃໝ່ໆ​ຂອງ​ຍຸກ​ສະໄໝ. ຫວຽດນາມ​ເຊື່ອ​ວ່າ ອາ​ຊຽນ ຈຳເປັນ ແລະ ຕ້ອງ​ກາຍເປັນ​ຜູ້​ມີ​ບົດບາດ​ເຊີງ​ບຸກ​ໃນ​ຂະ​ບວນ​ການ​ນັ້ນ, ບ່ອນ​ທີ່​ບໍ່​ແມ່ນ​ພຽງ​ແຕ່​ຮັບ​ເອົາ​ທ່າ​ອ່ຽງ​ຂອງ​ໂລກ, ແຕ່​ຍັງ​ເປັນ​ແຮງ​ຂັບ​ເຄື່ອນ​ທີ່​ຮ່ວມ​ກັນ​ກຳນົດ​ແນວທາງ​ເຫຼົ່ານັ້ນ​ດ້ວຍ”. ທ່ານ​ນາຍົກ​ຫວຽດນາມ​ເນັ້ນ, ເພື່ອ​ໃຫ້​ຄວາມ​ປາຖະໜາ​ດັ່ງກ່າວ​ກາຍເປັນ​ຈິງ, ຕາມ​ທັດສະນະ​ຂອງ​ທ່ານ, ອາ​ຊຽນ ຈຳເປັນ​ຕ້ອງ​ສືບຕໍ່​ສົ່ງເສີມ​ຈິດໃຈ​ແຫ່ງ​ຄວາມ​ສາມັກຄີ, ຄວາມ​ເຂັ້ມແຂງ​ເພິ່ງ​ພາ​ຕົນ​ເອງ ແລະ ຄວາມ​ເປັນ​ໜຶ່ງ​ດຽວ​ທ່າມກາງ​ຄວາມ​ຫຼາກ​ຫຼາຍ ຊຶ່ງ​ເປັນ​ຄຸນຄ່າ​ທີ່​ສ້າງ​ຄວາມ​ສຳເລັດ​ໃຫ້​ແກ່​ອາ​ຊຽນ​ມາ​ໂດຍ​ຕະຫຼອດ. ແຕ່​ການ​ດຳເນີນ​ງານ​ຕ້ອງ​ມີ​ແນວທາງ​ທີ່​ສ້າງສັນ​ຫຼາຍ​ຂຶ້ນ: ມີ​ຄວາມ​ເຫັນ​ດີ​ເປັນ​ເອກະ​ພາບ ແລະ ຄ່ອງ​ຕົວ​ໃນ​ການ​ປະຕິບັດ; ຍຶດ​ໝັ້ນ​ໃນ​ຫຼັກການ ແຕ່​ປັບປຸງ​ວິທີ​ການ​ໃຫ້​ທັນ​ສະໄໝ; ໃນ​ການ​ເດີນທາງ​ໄປ​ສູ່​ການ​ບັນລຸ​ວິໄສ​ທັດ​ປະຊາ​ຄົມ​ອາ​ຊຽນ 2045, ພ້ອມ​ນັ້ນ ອາ​ຊຽນ​ຕ້ອງ​ມຸ່ງ​ໄປ​ສູ່ 3 ຍຸດ​ທະ​ສາດ​ສຳຄັນ ຄື: ໜຶ່ງ, ອາ​ຊຽນ ບໍ່​ຄວນ​ຈຳກັດ​ບົດບາດ​ຂອງ​ຕົນ​ພຽງ​ແຕ່​ການ​ເຂົ້າ​ຮ່ວມ​ໃນ​ທ່າ​ອ່ຽງ​ຂອງ​ໂລກ ແຕ່​ຕ້ອງ​ມີ​ສ່ວນ​ຮ່ວມ​ໃນ​ການ​ກຳນົດ​ແນວທາງ​ເຫຼົ່ານັ້ນ​ດ້ວຍ.ຕະຫຼອດ​ຫຼາຍ​ທົດ​ສະ​ວັດ​ຜ່ານ​ມາ, ອາ​ຊຽນ ເປັນ​ໜຶ່ງ​ໃນ​ພາກ​ພື້ນ​ທີ່​ໄດ້​ຮັບ​ຜົນ​ປະໂຫຍດ​ຈາກ​ສັນຕິພາບ, ການ​ເຊື່ອມ​ໂຍງ ແລະ ການ​ຄ້າ​ເສລີ. ແຕ່​ໃນ​ໂລກ​ທີ່​ກຳລັງ​ແຕກ​ແຍກ​ເປັນ​ກຸ່ມ ແລະ ມີ​ການ​ແຂ່ງຂັນ​ຢ່າງ​ຮຸນ​ແຮງ, ອາ​ຊຽນ ຈຳເປັນ​ຕ້ອງ​ມີ​ສຽງ​ທີ່​ເຂັ້ມແຂງ​ກວ່າ​ເກົ່າ​ໃນ​ການ​ຮ່ວມ​ສ້າງ​ມາດຕະຖານ, ກົດເກນ ແລະ ໂຄງ​ສ້າງ​ຄວາມ​ຮ່ວມ​ມື​ໃໝ່ໆ, ພ້ອມ​ທັງ​ແກ້​ໄຂ​ຄວາມ​ແຕກ​ຕ່າງ​ໂດຍ​ອີງໃສ່​ກົດໝາຍ​ສາກົນ. ອາ​ຊຽນ ຄວນ​ກາຍເປັນ​ສູນ​ກາງ​ແຫ່ງ​ການ​ສົນທະນາ, ເປັນ​ຈຸດ​ໃຈ​ກາງຂອງ​ການ​ຮ່ວມ​ມື ແລະ ເປັນ​ເສົາຄ້ຳ​ແຫ່ງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ. ນັ້ນ​ຄື​ການ​ປະກອບສ່ວນ​ອັນ​ພິເສດ​ຂອງ​ອາ​ຊຽນ ຕໍ່​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ພັດທະນາ ທັງ​ໃນ​ພາກ​ພື້ນ ແລະ ໃນ​ລະດັບ​ໂລກ. ສອງ, ອາ​ຊຽນ ບໍ່​ພຽງ​ແຕ່​ສູນ​ກາງ​ການ​ຜະລິດ​ເທົ່າ​ນັ້ນ, ແຕ່​ຕ້ອງ​ກາຍເປັນ​ສູນ​ກາງ​ແຫ່ງ​ນະ​ວັດຕະ​ກຳ ແລະ ຄວາມ​ຄິດ​ສ້າງສັນ. ຄວາມ​ໄດ້​ປຽບ​ດ້ານ​ແຮງ​ງານ ແລະ ທີ່​ຕັ້ງ​ທາງ​ພູມ​ສາດ ໄດ້​ຊ່ວຍ​ໃຫ້ ASEAN ກາຍເປັນ​ຈຸດ​ເຊື່ອມ​ຕໍ່​ສຳຄັນ​ໜຶ່ງ​ໃນ​ຕ່ອງ​ໂສ້​ການ​ສະໜອງ​ຂອງ​ໂລກ. ແຕ່​ໃນ​ຍຸກ​ດິ​ຈິ​ຕອນ, ອະນາຄົດ​ຈະ​ບໍ່​ໄດ້​ເປັນ​ຂອງ​ເສດຖະກິດ​ທີ່​ຮູ້​ພຽງ​ແຕ່​ການ​ຜະລິດ​ເທົ່າ​ນັ້ນ, ແຕ່​ຈະ​ເປັນ​ຂອງ​ເສດຖະກິດ​ທີ່​ສາມາດ​ສ້າງສັນ ແລະ ພັດທະນາ​ນະ​ວັດຕະ​ກຳ​ໄດ້. ອາ​ຊຽນ ຕ້ອງ​ບໍ່​ພຽງ​ແຕ່​ເປັນ​ບ່ອນ​ທີ່​ເຕັກ​ໂນ​ໂລ​ຊີ​ຖືກ​ນຳ​ໃຊ້​ເທົ່າ​ນັ້ນ, ແຕ່​ຕ້ອງ​ກາຍເປັນ​ສະຖານທີ່​ທີ່​ເທັກ​ໂນ​ໂລ​ຊີ ຖືກ​ຄິດ​ຄົ້ນ ແລະ ສ້າງ​ຂຶ້ນ, ບໍ່​ພຽງ​ແຕ່​ເປັນ​ບ່ອນ​ທີ່​ລະບົບ​ຕ່ອງ​ໂສ້​ການ​ສະໜອງ​ຜ່ານ​ເທົ່າ​ນັ້ນ, ແຕ່​ຍັງ​ເປັນ​ບ່ອນ​ທີ່​ລະບົບ​ຕ່ອງ​ໂສ້​ມູນ​ຄ່າ​ຖືກ​ສ້າງ​ຂຶ້ນ. ສິ່ງ​ນີ້​ຮຽກຮ້ອງ​ໃຫ້​ອາ​ຊຽນ​ລົງທຶນ​ຢ່າງ​ເຂັ້ມແຂງ​ຫຼາຍ​ຂຶ້ນ​ໃນ​ດ້ານ​ວິທະຍາສາດ ແລະ ເທັກ​ໂນ​ໂລ​ຊີ, ນະ​ວັດຕະ​ກຳ, ເສດຖະກິດ​ດິ​ຈິ​ຕອນ ແລະ ການ​ພັດທະນາ​ຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ. ເປົ້າ​ໝາຍ​ຄື​ການ​ສ້າງ​ລະບົບ​ນິເວດ​ດ້ານ​ເທັກໂນ​ໂລ​ຊີ ແລະ ດິ​ຈິ​ຕອນ​ທີ່​ມີ​ເອກະລັກ​ຂອງ​ອາ​ຊຽນ, ສະທ້ອນ​ໃຫ້​ເຫັນ​ຄຸນຄ່າ ແລະ ເອກະລັກ​ຂອງ​ອາ​ຊຽນ​ເອງ, ພ້ອມ​ທັງ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃນ​ການ​ສ້າງ​ມາດຕະຖານ​ທົ່ວ​ໂລກ​ຮ່ວມ​ກັນ. ສາມ, ອາ​ຊຽນ ບໍ່​ຄວນ​ເປັນ​ພຽງ​ແຕ່​ປະຊາ​ຄົມ​ຂອງ​ບັນດາ​ປະເທດ​ສະມາຊິກ ແຕ່​ຕ້ອງ​ກາຍເປັນ​ປະຊາ​ຄົມ​ຂອງ​ປະຊາຊົນ​ຢ່າງ​ແທ້​ຈິງ. ເປົ້າ​ໝາຍ​ສູງ​ສຸດ​ຂອງ​ທຸກ​ຍຸດ​ທະ​ສາດ​ການ​ພັດທະນາ ບໍ່​ແມ່ນ​ຢູ່​ທີ່​ຕົວ​ເລກ​ການ​ເຕີບ​ໂຕ​ທາງ​ເສດຖະກິດ, ແຕ່​ຢູ່​ທີ່​ຄຸນ​ນະ​ພາບ​ຊີວິດ​ຂອງ​ປະຊາຊົນ. ການ​ສ້າງ​ນະ​ວັດຕະ​ກຳ​ທີ່​ເຮັດ​ໃຫ້​ຊ່ອງ​ຫວ່າງ​ຄວາມ​ເຫຼື່ອມ​ລ້ຳ​ກວ້າງ​ຂຶ້ນ ບໍ່​ອາດ​ຖື​ວ່າ​ເປັນຄວາມ​ກ້າວໜ້າ​ໄດ້, ການ​ເຕີບ​ໂຕ​ທີ່​ຂາດ​ຄວາມ​ທົ່ວ​ເຖິງ ແລະ ບໍ່​ຄອບ​ຄຸມ​ທຸກ​ກຸ່ມ​ຄົນ ກໍ​ບໍ່​ສາມາດ​ຍືນ​ຍົງ​ໄດ້. ດັ່ງ ນັ້ນ, ຄວາມ​ສຳເລັດ​ຂອງ ASEAN ບໍ່​ຄວນ​ຖືກ​ວັດແທກ​ດ້ວຍ​ຕົວ​ເລກ GDP ເທົ່າ​ນັ້ນ, ແຕ່​ຄວນ​ວັດແທກ​ຈາກ​ໂອກາດ​ທີ່​ສ້າງ​ໃຫ້​ແກ່​ຄົນ​ຮຸ່ນ​ໃໝ່, ບົດບາດ​ທີ່​ມອບ​ໃຫ້​ແກ່​ແມ່ຍິງ, ແລະ ການ​ຄຸ້ມ​ຄອງ​ດູ​ແລ​ທີ່​ມອບ​ໃຫ້​ແກ່​ກຸ່ມ​ຄົນ​ທີ່​ອ່ອນ​ໄຫວ ຫຼື ມີ​ຄວາມ​ສ່ຽງ ເພື່ອ​ໃຫ້​ປະຊາຊົນ​ທຸກ​ຄົນຮູ້​ສຶ​ກວ່າ ອາ​ຊຽນ ແຫ່ງ​ນີ້​ແມ່ນ​ປະຊາ​ຄົມ​ທີ່​ຕົນ​ເອງ​ເປັນ​ສ່ວນ​ໜຶ່ງ​ຢ່າງ​ແທ້​ຈິງ. “ຄຸນຄ່າ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ ASEAN ໃນ​ເກືອບ 60 ປີ​ທີ່​ຜ່ານ​ມາ, ໄດ້​ພິສູດ​ໃຫ້​ໂລກ​ເຫັນ​ວ່າ ຄວາມ​ແຕກ​ຕ່າງ​ບໍ່​ໄດ້​ນຳໄປ​ສູ່​ການ​ແຕກ​ແຍກ, ຄວາມ​ເປັນ​ເອກະ​ພາບ​ບໍ່​ໄດ້​ລົບ​ລ້າງ​ຄວາມ​ຫຼາກ​ຫຼາຍ, ແລະ ການ​ເຊື່ອມ​ຈອດ​ບໍ່​ໄດ້​ເຮັດ​ໃຫ້​ສູນ​ເສຍ​ເອກະລັກ​ຂອງ​ຕົນ. ຄຸນຄ່າ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ອາ​ຊຽນ​ໃນ​ຫຼາຍ​ທົດ​ສະ​ວັດ​ຂ້າງ​ໜ້າ ຈະ​ເປັນ​ການ​ພິສູດ​ວ່າ ປະຊາ​ຄົມ​ທີ່​ມີ​ຄວາມ​ສາມັກຄີ ແລະ ເຂັ້ມແຂງ​ພຶ່ງ​ພາ​ຕົນ​ເອງ​ໄດ້ ສາມາດ​ມີ​ສ່ວນ​ຮ່ວມ​ຢ່າງ​ສ້າງສັນ​ໃນ​ການ​ກຳນົດ​ທິດ​ທາງ​ຂອງ​ສັນຕິພາບ, ຄວາມ​ຮ່ວມ​ມື ແລະ ການ​ພັດທະນາ ທັງ​ໃນ​ພາກ​ພື້ນ ແລະ ໃນ​ໂລກ. ໃນ​ເສັ້ນທາງ​ນັ້ນ, ຫວຽດນາມ​ຂໍ​ໃຫ້​ຄຳ​ໝັ້ນ​ສັນຍາ​ຢ່າງ​ແນ່ວ​ແນ່​ວ່າ ຈະ​ສືບຕໍ່​ເດີນ​ຄຽງ​ຂ້າງ​ອາ​ຊຽນ​ດ້ວຍ​ຄວາມ​ມຸ່ງ​ຫວັງ​ໃນ​ການ​ສ້າງ​ອະນາຄົດ, ດ້ວຍ​ທັງ​ຫົວໃຈ ແລະ ສະຕິ​ປັນຍາ. ເພາະ​ອະນາຄົດ​ຂອງ​ຫວຽດນາມ ຜູກ​ພັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ອະນາຄົດ​ຂອງ​ອາ​ຊຽນ ເຊັ່ນ​ດຽວ​ກັນ​ກັບ​ສັນຕິພາບ, ຄວາມ​ໝັ້ນຄົງ ແລະ ຄວາມ​ຮຸ່ງເຮືອງ​ຮ່ວມ​ກັນ​ຂອງ​ທົ່ວ​ພາກ​ພື້ນ,” ທ່ານ ເລ​ມິງ​ຮຶງ ເນັ້ນ​ຢ້ຳ​ຕື່ມ ໃນ​ຂອບ​ເຂດ​ຂອງ AFF 2026 ມີ​ກອງ​ປະຊຸມ​ໃຫຍ່ (Plenary Sessions) ວ່າ​ດ້ວຍ​ຫົວຂໍ້​ຕ່າງໆ ເຊັ່ນ: ຄວາມ​ເຂັ້ມແຂງ​ເພິ່ງ​ພາ​ຕົນ​ເອງ ແລະ ຄວາມ​ສາມັກຄີ​ຂອງ​ອາ​ຊຽນ, ການ​ສົ່ງເສີມ​ຂໍ້​ລິ​ເລີ່ມ​ຂອງ​ອາ​ຊຽນ​ໃນ​ການ​ປ້ອງ​ກັນ ແລະ ຫຼຸດຜ່ອນ​ຄວາມ​ຂັດ​ແຍ່ງ, ການ​ນຳ​ໃຊ້​ປັນຍາ​ປະດິດ (AI) ໃນ​ອາ​ຊຽນ, ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ ແລະ ແບບແຜນ​ການ​ພັດທະນາ, ພ້ອມ​ດ້ວຍ​ກອງ​ປະຊຸມ​ສົນທະນາ​ສະເພາະ​ດ້ານ​ອື່ນໆ ຫຼາຍ​ຫົວຂໍ້. ນອກຈາກ​ນັ້ນ ຍັງ​ມີ​ການ​ຈັດ​ສຳ​ມະ​ນາ ແລະ ການ​ສົນທະນາ​ກ່ຽວ​ກັບ​ຫົວຂໍ້ ເຕັກ​ໂນ​ໂລ​ຊີ​ການ ​ເງິນ (FinTech) ເພື່ອ​ແລກປ່ຽນ​ແນວ​ຄິດ, ປະສົບ​ການ ແລະ ແນວທາງ​ໃໝ່ໆ ໃນ​ການ​ພັດທະນາ​ການ​ເງິນ​ດິ​ຈິ​ຕອນ ແລະ ນະ​ວັດຕະ​ກຳ​ດ້ານ​ການ​ເງິນ​ໃນ​ພາກ​ພື້ນ. AFF 2026 ແມ່ນ​ເຫດການ​ດ້ານ​ການ​ຕ່າງປະເທດ​ຫຼາຍ​ຝ່າຍ​ລະດັບ​ສູງ​ທີ່​ມີ​ຂະໜາດ​ໃຫຍ່ ເຊິ່ງ​ເປັນ​ຄັ້ງ​ທຳ​ອິດ​ທີ່​ຫວຽດນາມ​ເປັນ​ເຈົ້າພາບ​ຈັດ​ຂຶ້ນ ພາຍຫຼັງ​ຄວາມ​ສຳເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ຄັ້ງ​ທີ XIV, ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ສະໄໝ​ທີ XVI ແລະ ການ​ແຕ່ງຕັ້ງ​ບຸກ​ຄະລາ​ກອນ​ຜູ້ນຳ​ສຳຄັນ​ຂອງ​ພັກ ແລະ ລັດ​ໃຫ້​ຄົບ​ຖ້ວນ. AFF ແມ່ນ​ຂໍ້​ລິ​ເລີ່ມ​ຂອງ​ລັດຖະບານ​ຫວຽດນາມ ທີ່​ໄດ້​ປະກາດ​ໃນ​ກອງ​ປະຊຸມ​ສຸດ​ຍອດ ASEAN ປີ 2023 ໂດຍ​ມີ​ເປົ້າ​ໝາຍ​ສ້າງ​ເວທີ​ໃຫ້​ຜູ້ນຳ​ອາ​ຊຽນ, ບັນດາ​ຄູ່​ຮ່ວມ​ງານ​ຂອງ​ອາ​ຊຽນ, ນັກວິຊາການ ແລະ ພາກ​ທຸລະ​ກິດ​ນານາ​ຊາດ ໄດ້​ຮ່ວມ​ກັນ​ປຶກສາ​ຫາລື, ສະເໜີ​ແນວ​ຄິດ ແລະ ຂໍ້​ລິ​ເລີ່ມ​ໃໝ່ໆ ເພື່ອ​ຮ່ວມ​ກັນ​ກຳນົດ​ອະນາຄົດ​ຂອງ​ອາ​ຊຽນ. ນອກຈາກ​ນັ້ນ, AFF ຍັງ​ເປັນ​ຊ່ອງ​ທາງ​ເສີມ​ສຳລັບ​ຂະ​ບວນ​ການ​ຮ່ວມ​ມື​ຢ່າງ​ເປັນ​ທາງ​ການ​ຂອງ​ອາ​ຊຽນ. AFF ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ 2024 ແລະ ຄັ້ງ​ທີ 2 ໃນ​ປີ 2025 ຊຶ່ງ​ປະສົບ​ຜົນສຳເລັດ​ຢ່າງ​ດີ, ດຶງ​ດູດ​ຄວາມ​ສົນໃຈ, ການ​ຕອບ​ຮັບ ແລະ ການ​ສະໜັບສະໜູນ​ຢ່າງ​ກວ້າງຂວາງ​ຈາກ​ບັນດາ​ປະເທດ​ອາ​ຊຽນ ແລະ ເພື່ອນ​ມິດສາ ​ກົນ, ເຫດການ​ນີ້​ໄດ້​ຄ່ອຍໆ​ຂະ ຫຍາຍອອກໄປນອກອາຊຽນ ຢັ້ງຢືນ​ຊື່​ສຽງ​ຂອງ​ຕົນ​ໃນ​ຖານະ​ເປັນ​ເວທີ​ເປີດ​ກວ້າງ ທີ່​ມຸ່ງ​ໄປ​ສູ່​ອະນາຄົດ ແລະ ສົ່ງເສີມ​ການ​ຮ່ວມ​ມື​ຂອງ​ພາກ​ພື້ນອາຊຽນ​ຢ່າງ​ຍືນ​ຍົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ