ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 14 ກໍລະກົດ 2026

  

ພິທີເຊັນສັນຍາໂຄງການກໍ່ສ້າງ ກຸ່ມບ້ານໜອງມ້າ ເມືອງບົວລະພາ ແຂວງຄໍາມ່ວນ
ເວລາອອກຂ່າວ: 2026-06-11 09:58:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 295 | ຄວາມນິຍົມ:



ວັນທີ 10 ມິຖຸນາ 2026 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ແຫ່ງ ສປປລາວ ໄດ້ມີພິທີເຊັນສັນຍາໂຄງການກໍ່ສ້າງ ກຸ່ມບ້ານໜອງມ້າ, ເມືອງບົວລະພາ, ແຂວງຄໍາມ່ວນ ແລະ ສ້ອມແປງບູລະນະ ບັນດາກິດຈະການໂຄງການ 14 ກຸ່ມບ້ານເກົ່າ ທີ່ໄດ້ລົງທືນກໍ່ສ້າງໄລຍະຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຫົວໜ້າຄະນະຊີ້ນໍາໂຄງການຮ່ວມມືພັດທະນາກຸ່ມບ້ານບໍລິເວນຊາຍແດນ ລາວ-ຫວຽດນາມ, ມີສະຫາຍ ສົມສະອາດ ອຸ່ນສີດາ ປະທານຄະນະກໍາມາທິການປົກຄອງ ແຂວງຄໍາມ່ວນ, ສະຫາຍ ພັນເອກ ຟານຮີ້ວຖັງ ຫົວໜ້າຫ້ອງການ ທີ່ປຶກສາທູດປ້ອງກັນຊາດຫວຽດນາມ ປະຈໍາລາວ, ສະຫາຍ ພັນເອກ ຟາມຮຸ່ງຖັງ ປະທານກຸ່ມບໍລິສັດຮ່ວມມືເສດຖະກິດໂກເອັກໂກ, ພ້ອມດ້ວຍບັນດາອານຸກໍາມະການ ລາວ-ຫວຽດນາມ ແລະ ພາກກ່ຽວຂ້ອງ ເຂົ້າຮ່ວມ. ໃນພິທີ ສະຫາຍ ພັນເອກ ເມກທັນວາ ວິລະຈິດ ຮອງຫົວໜ້າກົມຜະລິດກະສິກໍາ ກົມໃຫຍ່ພາລາທິການກອງທັບ ແລະ ສະຫາຍ ພັນເອກ ຟາມຮຸງຖັງ ປະທານກຸ່ມບໍລິສັດຮ່ວມມືເສດຖະກິດໂກເອັກໂກ ໄດ້ພັດປ່ຽນກັນຂື້ນຜ່ານບົດລາຍງານການຈັດຕັ້ງປະຕິບັດ ແລະ ບັນດາແຜນວຽກທີ່ສໍາຄັນເປັນຕົ້ນແມ່ນການປະຕິບັດຕາມແຜນການ ຂອງສອງລັດຖະບານ ໃນການພັດທະນາເສດຖະກິດ-ສັງຄົມ, ປັບປຸງພື້ນຖານໂຄງລ່າງ ແລະ ພັດທະນາກຸ່ມບ້ານບໍລິເວນຊາຍແດນ ລາວ-ຫວຽດນາມ ໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂື້ນເປັນກ້າວໆ. ໃນນັ້ນ, ໄດ້ສຸມໃສ່ປັບປຸງພື້ນຖານໂຄງລ່າງທີ່ສໍາຄັນ ເຊັ່ນ: ລະບົບເສັ້ນທາງຄົມມະນາຄົມ, ສາທາລະນະສຸກ, ວຽກງານສຶກສາ, ລະບົບໄຟຟ້າ, ລະບົບນໍ້າລີນ ແລະ ບັນດາໂຄງການສົ່ງເສີມກະສິກໍາການຜະລິດ ເພື່ອແກ້ໄຂຊີວິດການເປັນຢູ່ ຂອງປະຊາຊົນ ໃນຂອບເຂດແຫ່ງນີ້ໄດ້ມີຊີວິດດີຂຶ້ນ ໂດຍຕິດພັນກັບວຽກງານ ປກຊ-ປກສ ທົ່ວປວງຊົນຮອບດ້ານ, ສ້າງບ້ານໃຫ້ກາຍເປັນບ້ານພັດທະນາ, ປະຊາຊົນຢູ່ຖ່າງທໍາມາຫາກິນ ສ້າງໃຫ້ຄອບຄົວ ມີຄວາມເຂັ້ມແຂງກ້າວສູ່ຊີວິດໃໝ່. ໂອກາດນີ້, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ໄດ້ມີຄໍາເຫັນໂອ້ລົມບາງບັນຫາທີ່ສໍາຄັນ ເປັນຕົ້ນແມ່ນການປະສານງານກັນ ລະຫ່ວາງ ສອງອານຸກໍາມະການຄະນະຮັບຜິດຊອບບັນດາໂຄງການ ຕ້ອງປະສານກັນໃຫ້ກົມກຽວ, ສິ່ງສໍາຄັນຕ້ອງສ້າງປະຊາຊົນຢູ່ບັນດາບ້ານ ໃຫ້ເຂົ້າໃຈແຈ້ງຕໍ່ກັບການພັດທະນາບ້ານຊ່ອງຂອງຕົນ, ທຸກໆໂຄງການແມ່ນແນໃສ່ການສ້າງໃຫ້ປະຊາຊົນມີຊີວິດດີຂຶ້ນ ພ້ອມນັ້ນ, ກໍຕ້ອງສົ່ງການຜະລິດເປັນອາຊີບ, ສົ່ງເສີມໃນການປູກຝັງ-ລ້ຽງສັດ ອີງໃສ່ທ່າແຮງບົ່ງຊ້ອນຂອງພື້ນທີ່, ສ້າງໃຫ້ບັນດາບ້ານບໍລິເວນຊານແດນ ລາວ-ຫວຽດນາມ ເປັນບ້ານແຫ່ງມິດຕະພາບ, ມີຄວາມສາມັກກັນຢ່າງແທ້ຈິງ. ຈາກນັ້ນ, ທັງສອງຝ່າຍ ກໍໄດ້ພ້ອມກັນລົງນາມ ເຊັນສັນຍາຮ່ວມກັນ ຢ່າງເປັນທາງການ. ຂ່າວ-ພາບ: ຮອ ທອງມາ ໄຊຍະເພັງສາ (ຈາກໂທລະພາບກອງທັບ)



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ