ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 11 ກໍລະກົດ 2026

  

ປິດບັ້ນອົບຮົມການເມືອງ-ແນວຄິດ ທົ່ວກອງສິລະປະກອນກອງທັບ ປະຈຳປີ 2026
ເວລາອອກຂ່າວ: 2026-06-11 10:25:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 303 | ຄວາມນິຍົມ:



ວັນທີ 10 ມິຖຸນາ 2026 ນີ້, ກອງສິລະປະກອນກອງທັບ ໄດ້ຈັດພິທີປິດບັ້ນອົບຮົມການເມືອງ-ແນວຄິດ ປະຈຳປີ 2026, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຈັນທີ ບຸດດາແກ້ວ ຫົວໜ້າການເມືອງ ກອງສິລະປະກອນກອງທັບ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນຕີ ແສງແກ້ວ ຈັນທະວົງ ຫົວໜ້າພະແນກອົບຮົມ ສິລະປະກອນກອງທັບ ໄດ້ຜ່ານບົດສະຫຼຸບຫຍໍ້ ຜ່ານການຈັດຕັ້ງປະຕິບັດເຝິກອົບຮົມ ໃນໄລຍະ 2 ວັນຜ່ານມາ ສາມາດສັງເກດຕີລາຄາຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້, ເຊິ່ງພະນັກງານ-ນັກຮົບຈຳນວນຫຼາຍທີ່ເຂົ້າຮ່ວມເຝິກອົບຮົມ ແມ່ນຮັກສາໄດ້ທາງດ້ານຈຳນວນພົນ, ໂມງເວລາ, ຄວາມເປັນລະບຽບໃນໂມງຂຶ້ນຫ້ອງຮຽນ, ໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ. ສຳລັບຜູ້ບັນຍາຍເອກະສານ ກໍໄດ້ກະກຽມເນື້ອໃນບົດຮຽນ ຂອງແຕ່ລະບົດມາບັນລະຍາຍ ເຮັດໃຫ້ນັກຝຶກອົບຮົມ ມີຄວາມເຂົ້າໃຈຕໍ່ເອກະສານດັ່ງກ່າວ. ຜ່ານການຮໍ່າຮຽນຕົວຈິງ ສາມາດເຮັດໃຫ້ພະນັກງານ-ນັກຮົບ ທົ່ວກອງສິລະປະກອນກອງທັບ ມີຄວາມຮັບຮູ້, ເຂົ້າໃຈແຈ້ງ ຕໍ່ແນວທາງນະໂຍບາຍ ຂອງພັກ-ລັດ ຂຶ້ນອີກຕື່ມບາດກ້າວໜຶ່ງ ແລະ ມີແນວຄິດອຸ່ນອຽນທຸ່ນທ່ຽງ ເພື່ອເຮັດໃຫ້ກົມກອງມີຄວາມສະຫົງບປອດໄພ, ເຮັດລ້ອນໜ້າທີ່ການເມືອງທີ່ການຈັດຕັ້ງຂັ້ນເທິງ ມອບໝາຍໃຫ້. ໂອກາດນີ້, ສະຫາຍ ພັນເອກ ຈັນທີ ບຸດດາແກ້ວ ໄດ້ມີຄຳເຫັນໂອ້ລົມຫຼາຍບັນທີ່ສຳຄັນ ເຊິ່ງໄດ້ຍົກໃຫ້ເຫັນເຖິງຄວາມໝາຍ, ຄວາມສຳຄັນ ຕໍ່ວຽກງານການເມືອງ-ແນວຄິດ, ພ້ອມທັງ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ພະນັກງານນໍາພາ-ບັນຊາ, ຄະນະຮັບຜິດຊອບ, ນັກເຝິກອົບຮົມ ທີ່ໄດ້ເອົາໃຈໃສ່ໃນການອົບຮົມໃນຄັ້ງນີ້ ຈົນຍາດໄດ້ຜົນສໍາເລັດຢ່າງຈົບງາມ ແລະ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ສືບຕໍ່ເອົາໃຈໃສສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ, ມີແນວຄິດການເມືອງໜັກແໜ້ນ, ເປັນແບບຢ່າງນຳໜ້າໃນການຊອກຮູ້ຮ່ຳຮຽນ, ເປັນແບບຢ່າງທີ່ດີໃນການປະຕິບັດລະບຽບວິໄນຂອງກອງທັບ ກໍຄື ຂອງກົມກອງຂອງຕົນຢ່າງເຂັ້ມງວດ, ນໍາເອົາບົດຮຽນຕ່າງໆ ທີ່ໄດ້ຮໍ່າຮຽນໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ການເມືອງຂອງຕົນ ໃຫ້ມີຄວາມເປັນເອກະພາບ ແລະ ມີປະສິດທິຜົນສູງສຸດ. ໂດຍ: ອະວິໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ