ປະກາດການແຕ່ງຕັ້ງ ຮອງຫົວໜ້າການທະຫານ ກອງບັນຊາການທະຫານແຂວງສາລະວັນ
ເວລາອອກຂ່າວ: 2026-06-11 11:13:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 468 | ຄວາມນິຍົມ: ![]()
ພິທີ ປະກາດການແຕ່ງຕັ້ງ ຮອງຫົວໜ້າການທະຫານ ກອງບັນຊາການທະຫານແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 11 ມິຖຸນາ 2026 ນີ້, ທີ່ກອງບັນຊາການທະຫານແຂວງສາລະວັນ, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄໍາປະທຸມ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພັນເອກ ໂສພາ ໂພໄຊນະວົງ ກຳມະການຄະນະພັກແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສາລະວັນ, ມີຜູ້ຕາງໜ້າຈາກກົມພະນັກງານ, ຄະນະຈັດຕັ້ງແຂວງ, ຫ້ອງການຄະນະກໍາມະທິການ ປກຊ-ປກສ ແຂວງ, ກອງບັນຊາການ ປກຊ-ປກສ ແຂວງ, ພະແນກການ, ກົມກອງອ້ອມຂ້າງແຂວງ ແລະ ພະນັກງານຫຼັກແຫຼ່ງ ທົ່ວກອງບັນຊາການທະຫານແຂວງ ເຂົ້າຮ່ວມ.
ສະຫາຍ ພັນເອກ ຄໍາເອ້ຍ ສຸກແສງເໜືອ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານແຂວງສາລະວັນ ພັກການເພື່ອກຽມເຂົ້າຮັບບໍາການ ແລະ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າການທະການ ກອງບັນຊາການທະຫານ ແຂວງສາລະວັນ. ໃນນີ້, ກະຊວງປ້ອງກັນປະເທດ ຕົກລົງ ອະນຸມັດໃຫ້ ສະຫາຍ ພັນໂທ ໜູກອນ ພົມມະແສງ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງສາລະວັນ ພັກການເພື່ອກຽມຮັບບຳນານ ແລະ ແຕ່ງຕັ້ງ ສະຫາຍ ພັນໂທ ບຸນຖອງ ມູນມະຖັນ ຮອງຫົວໜ້າຫ້ອງເສນາທິການ ຂຶ້ນເປັນຮອງຫົວໜ້າການທະຫານ ທັງເປັນຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງສາລະວັນ. ພ້ອມນັ້ນ, ໃນພິທີ ຍັງໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ ຢ່າງເປັນທາງການ.
ໂອກາດນີ້, ສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄໍາປະທຸມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ຂອງສະຫາຍ ທີ່ໄດ້ຮັບນະໂຍບາຍລໍຖ້າຮັບບຳນານ ຍາດມາໄດ້ຕະຫຼອດໄລຍະຜ່ານມາ, ເຊິ່ງໄດ້ປະກອບສ່ວນທາງດ້ານຄວາມຮູ້, ຄວາມສາມາດເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຮັດສຳເລັດໜ້າທີ່ການເມືອງຂອງຕົນຢ່າງຈົບງາມ ແລະ ເປັນແບບຢ່າງ ທີ່ດີໃຫ້ແກ່ພະນັກງານຮຸ່ນສືບທອດໄດ້ຮໍ່າຮຽນເອົາໄປນຳໃຊ້ໃນກົມກອງ. ພ້ອມທັງ ເນັ້ນໜັກໃຫ້ສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບການມອບໝາຍ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ທາດແທ້ມູນເຊື້ອຂອງກອງທັບ ໃຫ້ເລິກເຊິ່ງ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ພາຍນອກໃຫ້ກວ້າງຂວາງ, ຍົກສູງບົດບາດການນຳພາຂອງພັກ, ມີການປຶກສາຫາລືໃນໝູ່ຄະນະ, ມີຄວາມເປັນເອກະພາບທຸກວຽກງານ, ລວມສູນປະຊາທິປະໄຕ ບົນຫຼັກການຂອງພັກ, ສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງນຳພາແນວຄິດ ໃຫ້ແຂງແຮງຕິດພັນກັບວຽກງານຂະບວນການຕ່າງໆ ເພື່ອນຳພາກົມກອງໃຫ້ມີໃບໜ້າອັນໃໝ່.
ຂ່າວ: ສຸຂາວພອນ ສອນນາລີ; ພາບ: ສຸກັນ ວົງສະຫວັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















