ມອບເຮືອລາດຕະເວນ ໃຫ້ກອງບັນຊາການທະຫານແຂວງ
ເວລາອອກຂ່າວ: 2026-06-11 14:33:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 386 | ຄວາມນິຍົມ: ![]()
ໃນວັນທີ 11 ມິຖຸນາ 2026 ນີ້, ຢູ່ທີ່ ກອງບັນຊາການທະຫານແຂວງສະຫວັນນະເຂດ, ການນຳແຂວງ ໄດ້ຈັດພິທີ ມອບເຮືອລາດຕະເວນໃຫ້ກອງບັນຊາການທະຫານແຂວງຈຳນວນ 7 ລຳ. ໂດຍການເຂົ້າຮ່ວມຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນຂັ້ນແຂວງ,ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງສະຫວັນະເຂດ, ມີ ສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ ກຳມະການປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ, ຄະນະພັກ-ຄະນະບັນຊາໃນອົງການ 6 ຫ້ອງ, ຄະນະພັກ-ຄະນະບັນຊາກອງຮ້ອຍທະຫານຊາຍແດນ ຕະຫຼອດຮອດພະນັກງານ-ນັກຮົບ ໃນກອງຮ້ອຍສ້ອມແປງປະສົມເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ບຸນລົບ ແກ້ວເຮືອງໄຊ ຮອງຫົວໜ້າຫ້ອງເຕັກນິກກອງບັນຊາການທະຫານແຂວງ ໄດ້ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດ ທິດຊີ້ນຳຂອງສະຫາຍເລຂາພັກແຂວງ ໃນຄັ້ງວັນທີ 1 ສິງຫາ 2025 ໃຫ້ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ, ຈອດ ແລະ ຜະລິດເຮືອເຫຼັກຫາງຍາວ ເພື່ອປະກອບເພີ່ມເຕີມໃຫ້ກອງຮ້ອຍທະຫານຊາຍແດນ, ການຜະລິດເຮືອໃນຄັ້ງນີ້ ແມ່ນເລີ່ມປະຕິບັດມາແຕ່ວັນທີ 10 ພະຈິກ 2025, ມາຮອດວັນທີ 12 ກຸມພາ 2026 ແມ່ນໄດ້ສຳເລັດຕາມແຜນການ,ພື້ນຖານໂຄງສ້າງເຮືອ ແມ່ນໄດ້ຕາມມາດຕະຖານດ້ານເຕັກນິກຂອງວິຊາສະເພາະ, ຈຸດພິເສດຂອງເຮືອ ແມ່ນເປັນເຮືອເຫຼັກຫາງຍາວ, ທາເຄືອບສີດຳ, ມີຄວາມຍາວ 10 ແມັດ,ຄວາມໜາ 3 ມິລິແມັດ, ເຊິ່ງແມ່ນນາຍຊ່າງຂອງກອງຮ້ອຍສ້ອມແປງປະສົມຫ້ອງເຕັກນິກກອງບັນຊາການທະຫານແຂວງເປັນຜູ້ຜະລິດ, ພ້ອມປະກອບຈັກຮອນດ້າ 13 ແຮງມ້າ 7 ເຄື່ອງ, ມູນຄ່າໃນການຈັດຊື້ວັດສະດຸ, ອຸປະກອນຕ່າງໆພ້ອມຈັກລວມທັງໝົດ 238.462.000 ກີບ, ການຈອດ ແລະ ຜະລິດເຮືອໃນຄັ້ງນີ້, ແມ່ນຄົບຖ້ວນທາງດ້ານຈຳນວນ ແລະ ຄຸນນະພາບ, ສາມາດເອົາໄປນຳໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຢ່າງມີປະສິດທິຜົນສູງ.
ຈາກນັ້ນ, ສະຫາຍ ບຸນໂຈມ ອຸບົນປະເສີດ ກໍໄດ້ມີຄຳເຫັນໂອ້ລົມ ພ້ອມທັງກ່າວມອບເຮືອຈຳນວນ 7 ລໍາ ໃຫ້ກອງບັນຊາການທະຫານແຂວງ ເພື່ອນໍາໄປມອບຕໍ່ໃຫ້ກອງຮ້ອຍທະຫານຊາຍແດນເບື້ອງຕາເວັນອອກ ແລະ ຕາເວັນຕົກ ໃນການປະຕິບັດໜ້າທີ່ລາດຕະເວນໃຫ້ມີຄວາມສະດວກສະບາຍ ແລະ ວ່ອງໄວຍິ່ງຂຶ້ນ. ພ້ອມທັງຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງກໍຄືກອງ ຮ້ອຍທະຫານຊາຍແດນທຸກກອງຮ້ອຍ, ຈົ່ງເອົາໃຈໃສ່ໃນການປົກປັກຮັກສາເຂດນໍ້າແດນດິນ ບ່ອນຕົນຮັບພິຊອບໃຫ້ມີຄວາມສະຫງົບປອດໄພ ພ້ອມກັນປົກຮັກສາເຮືອຈັກທີ່ໄດ້ມອບໃຫ້ໃນຄັ້ງນີ້ ນຳໃຊ້ໃຫ້ຖືກຕ້ອງຕາມເປົ້າໝາຍ ແລະ ໃຫ້ມີອາຍຸການໃຊ້ງານໄດ້ຍາວນານ, ເພື່ອເຮັດສຳເລັດໜ້າທີ່-ທີພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.
ໂອກາດດັ່ງກ່າວນີ້, ສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ ກໍໄດ້ສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງຕໍ່ການນຳຂອງແຂວງ ທີ່ຍາມໃດກໍໄດ້ເປັນຫ່ວງເປັນໃຍຕໍ່ກຳລັງປະກອບອາວຸດ ຕະຫຼອດມາ ພ້ອມໃຫ້ຄຳໝັ້ນສັນຍາວ່າ ຈະເອົາໃຈໃສ່ນຳພາ-ຊີ້ນຳກອງບັນຊາການທະຫານແຂວງກໍຄືນຳພາ-ຊີ້ນຳກອງຮ້ອຍທະຫານຊາຍແດນໃຫ້ປະຕິບັດໜ້າທີ່ດ້ວຍຄວາມເອົາໃຈໃສ່ ແລະ ມີຄວາມຮັບພິຊອບສູງ, ເຮັດໃຫ້ສະພາບລຽບຕາມຊາຍແດນມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບປອດໄພໂດຍພື້ນຖານ.
ໂດຍ: ຄຳໃສ ແລະ ພານິດ ພິລາວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















