ຄົ້ນຄວ້າປຶກສາຫາລື ກ່ຽວກັບການປະມູນໂຄງການກໍ່ສ້າງ ຫ້ອງການທະຫານເມືອງແກ່ນທ້າວ
ເວລາອອກຂ່າວ: 2026-06-11 14:52:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 365 | ຄວາມນິຍົມ: ![]()
ໃນວັນທີ 10 ມີຖຸນາ 2026 ນີ້, ຢູ່ທີ່ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຄົ້ນຄວ້າປຶກສາຫາລື ກ່ຽວກັບການປະມູນໂຄງການກໍ່ສ້າງ ຫ້ອງການ ແລະ ຫ້ອງນໍ້າ ກອງບັນຊາການທະຫານເມືອງແກ່ນທ້າວ ແຂວງໄຊຍະບູລີ, ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ປອ ບຸນຍອງ ດວງດີ ຫົວໜ້າການທະຫານກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ, ຄະນະຮັບຜິດຊອບ, ຕາງໜ້າພະແນກການທີ່ກ່ຽວຂ້ອງຂອງແຂວງ, ເມືອງ ແລະ ຂອງກອງບັນຊາການທະຫານແຂວງ ເຂົ້າຮ່ວມ.
ກອງປະຊຸມ ຄະນະກໍາມະການປະມູນ, ກວດກາ ແລະ ຄວບຄຸມຕິດຕາມໂຄງການກໍ່ສ້າງຫ້ອງການ ແລະ ຫ້ອງນໍ້າ ກອງບັນຊາການທະຫານເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ແລະ ຕົກລົງເຫັນດີເປັນເອກະພາບຮ່ວມກັນຫຼາຍບັນຫານ ເປັນຕົ້ນແມ່ນສະເໜີລາຍງານຕໍ່ປະທານ ຄະນະປົກຄອງແຂວງໄຊຍະບູລີ ໃນການດັດແປງແບບໃຫ້ຖືກຕາມແບບທີ່ກະຊວງປ້ອງກັນປະເທດກໍານົດໃໝ່ ໃນປີ 2026; ໃຫ້ກໍານົດໃຊ້ແບບທີ່ກະຊວງປ້ອງກັນປະເທດກໍານົດໃໝ່ໃນປີ 2026 ມາຄິດໄລ່ປະເມີນລາຄາຄືນໃໝ່ ຕາມລະບຽບການໂດຍສົມທົບກັບ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ; ໃຫ້ແຕ່ຕັ້ງຄະນະກໍາມະການສະເພາະການປະມູນໃໝ່ ເພື່ອໃຫ້ສອດຄ່ອງກັບລະບຽບການຫຼັກການ ໃນການຈັດຊື້ຈັດຈ້າງ. ເພື່ອເຮັດໃຫ້ການກໍ່ສ້າງຫ້ອງການ ແລະ ຫ້ອງນໍ້າ ກອງບັນຊາການທະຫານເມືອງແກ່ນທ້າວ ແຂວງໄຊຍະບູລີ ຖືກຕ້ອງໂປ່ງໃສ ໄດ້ທັງປະລິມານ ແລະ ຄຸນນະພາບ ສາມາດຮັບປະກັນໃນການປະຕິບັດໜ້າທີ່ການເມືອງທີ່ພັກ-ລັດ ແລະ ການຈັດຕັ້ງມອບໝາຍໃຫ້ ເພື່ອນໍາໃຊ້ໄດ້ຍາວນານ.
ໂດຍ: ນາງ ບົວລິວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















