ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ກໍລະກົດ 2026

  

ມອບ-ຮັບໜ້າທີ່ ຫົວໜ້າຫ້ອງອົບຮົມ ວຕກ
ເວລາອອກຂ່າວ: 2026-06-11 15:53:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1414 | ຄວາມນິຍົມ:



ໃນວັນທີ 10 ມິຖຸນາ 2026 ນີ້, ຢູ່ທີ່ວິທະຍາຄານເຕັກນິກການທະຫານ (ວຕກ) ໄດ້ມີພິທີມອບ-ຮັບໜ້າທີ່ ຫົວໜ້າຫ້ອງອົບຮົມ, ໂດຍ ການເປັນປະທານຂອງສະຫາຍ ພົນຈັດຕະວາ ລຽນວິໄລ ພັນທອງຄຳ ຫົວໜ້າການເມືອງ ວິທະຍາຄານເຕັກນິກການທະຫານ, ມີບັນດາຄະນະບັນຊາຫ້ອງ ຕະຫຼອດຮອດນາຍທະຫານທົ່ວຫ້ອງອົບຮົມເຂົ້າຮ່ວມ. ໃນພິທີ ສະຫາຍ ພັນເອກ ສຸດໃຈ ລືໄຊສົມບັດ ຫົວໜ້າຫ້ອງອົບຮົມ (ຜູ້ເກົ່າ) ໄດ້ຂຶ້ນລາຍງານໂດຍຫຍໍ້ ຜ່ານການເຄື່ອນໄຫວຊີ້ນຳວຽກງານຕ່າງໆ ພາຍໃນຫ້ອງອົບຮົມ ໂດຍສະເພາະແມ່ນວຽກງານການຮຽນ-ການສອນໃນໄລຍະຜ່ານມາ ໃນນີ້, ໄດ້ຊີ້ນຳສ້າງແຜນການຮຽນ-ການສອນຕ່າງໆໄດ້ 28 ຄັ້ງ, ເຮັດໃບປະກາສະນິຍະບັດຈຳນວນ 284 ໃບ, ສະໜອງເບີກຈ່າຍວັດຖຸຮັບປະກັນການຮຽນ-ການສອນໄດ້ 12 ຄັ້ງ, ຊີ້ນຳວຽກງານການພິມ-ກັອບປີ້ເອກະສານໄດ້ 8772 ໜ້າ, ກວດກາ-ເຮັດປຶ້ມບົດໂຄງການຈົບຊັ້ນໃຫ້ນັກສຶກໄດ້ 348 ຫົວ; ຊີ້ນຳການສ້າງຫຼັກສູດເສນາເຕັກນິກລະດັບປະລິນຍາໂທລະບົບ 2 ປີ ໃຫ້ທັນເປີດຮຽນໃນສົກ 2026-2027, ປັບປຸງຫຼັກສູດຊັ້ນກາງເຕັກນິກລົດ, ເຕັກນິກຍຸດໂທໃຫ້ເຂົ້າຕາມລະບົບຫລັກສູດລົດຕັງຍານເກາະນຳອີກ. ຈາກນັ້ນ, ກໍໄດ້ມີການລົງນາມບົດບັນທຶກມອບ-ຮັບໜ້າທີ່ ຫົວໜ້າຫ້ອງອົບຮົມລະຫວ່າງ ສະຫາຍ ພັນເອກ ສຸດໃຈ ລືໄຊສົມບັດ ຫົວໜ້າຫ້ອງອົບຮົມ (ຜູ້ເກົ່າ) ແລະ ສະຫາຍ ພັນໂທ ບຸນທະວີ ສີວິໄລ ຫົວໜ້າຫ້ອງອົບຮົມ (ຜູ້ໃໝ່) ຢ່າງເປັນທາງການ. ໂອກາດນີ້, ສະຫາຍ ພົນຈັດຕະວາ ລຽນວິໄລ ພັນທອງຄຳ ກໍໄດ້ສະແດງຄວາມຊົມເຊີຍຕໍ່ສະຫາຍຫົວໜ້າຫ້ອງອົບຮົມຜູ້ເກົ່າທີ່ເຮັດສໍາເລັດໜ້າທີ່ວຽກງານໃນໄລຍະຜ່ານມາ, ພ້ອມທັງ ເນັ້ນໜັກໃຫ້ຫົວໜ້າຫ້ອງອົບຮົບຜູ້ໃໝ່ ໃຫ້ຍົກສູງຄວາມສາມັກຄີພາຍໃຫ້ເປັນປຶກແຜ່ນ, ສຶກສາອົບຮົມການເມືອງແນວຄິດໃຫ້ນາຍ ແລະ ພົນທະຫານພາຍໃນຫ້ອງອົບຮົມຢ່າງເປັນປົກກະຕິ, ຊອກຄວ້າເທັກໂນໂລຢີ, ຂໍ້ມູນຂ່າວສານ ເພື່ອນຳມາໝູນໃຊ້, ກໍ່ສ້າງ ແລະ ປັບປຸງໂຄງການຫຼັກສູດການຮຽນ-ການສອນ ໃຫ້ມີອັນແປກໃໝ່ ທ່ວງທັນກັບລະບົບການສຶກສາທັງພາຍໃນ ແລະ ຕ່າງປະເທດ. ໂດຍ: ເພັດນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ