ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ກໍລະກົດ 2026

  

ຫົວໜ້າການທະຫານ ວິທະຍາຄານນາຍທະຫານບົກ ເຄື່ອນໄຫວຢ້ຽມຢາມກວດກາ ນັກສຶກສາ ລົງເຝິກງານຢູ່ກອງພັນໃຫຍ່ 605
ເວລາອອກຂ່າວ: 2026-06-12 10:20:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1398 | ຄວາມນິຍົມ:



ໃນວັນທີ 10 ມິຖຸນາ 2026 ນີ້, ສະຫາຍ ພົນຈັດຕະວາ ຄໍາສຸກ ອິນທະພອນ ຫົວໜ້າການທະຫານວິທະຍາຄານນາຍທະຫານບົກ (ກົມມະດໍາ) ພ້ອມດ້ວຍຄະນະ, ໄດ້ເຄື່ອນໄຫວລົງມາຮັບສ່ອງແສງລາຍງານເກັບກໍາຂໍ້ມູນ ຈາກກອງພັນໃຫຍ່ 605, ທີ່ນັກສຶກສາຊັ້ນປະລິນຍາຕີ ຊຸດທີ 21 ຂອງວິທະຍາຄານນາຍທະຫານບົກ ຈໍານວນ 15 ສະຫາຍ ທີ່ສຶກສາວິຊາສະເພາະເຫຼົ່າຮົບປືນໃຫຍ່ ໄດ້ລົງມາເຝິກງານຢູ່ກອງພັນໃຫຍ່ 605, ໂດຍການຕ້ອນຮັບຂອງສະຫາຍ ພັນໂທ ວົງເດືອນ ແກ້ວມະນີ ຫົວໜ້າການທະຫານ ກອງພັນໃຫຍ່ 605 ພ້ອມຄະນະ. ໃນການລົງເຄື່ອນໄຫວຄັ້ງນີ້, ສະຫາຍ ພົນຈັດຕະວາ ຄໍາສຸກ ອິນທະພອນ ໄດ້ຮັບຟັງການສ່ອງແສງລາຍງານ ການລົງເຝິກຫັດຕົວຈິງຂອງນັກສຶກສາ ໂດຍສະເພາະລົງເຝິກວຽກງານ ບັນຊາຂັ້ນກອງຮ້ອຍ ຈາກຄະນະຮັບຜິດຊອບຂອງບັນດາຫົວໜ່ວຍກົມກອງ ຂອງກອງພັນໃຫຍ່ 605, ເຊິ່ງຜ່ານການກວດກາ ເຫັນວ່າເຮັດໄດ້ດີພໍສົມຄວນ ເປັນຕົ້ນແມ່ນການຮັບຮູ້ພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ການປະຕິບັດຂໍ້ກໍານົດກົດລະບຽບຂອງກອງທັບ ກໍຄືຂໍ້ກໍານົດຂອງກົມກອງວາງອອກ, ມີຄວາມສາມັກຄີເປັນເອກະພາບ ແລະ ຕັ້ງໜ້າສຶກສາຮໍ່າຮຽນຍົກລະດັບຄວາມຮູ້ຄວາມສາມາດຂອງຕົນຮອບດ້ານ. ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ຄໍາສຸກ ອິນທະພອນ ໄດ້ມີຄໍາເຫັນ ແລະ ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ແລະ ກົມກອງຮັບຜິດຊອບ ສືບຕໍ່ສິດສອນບົດຮຽນໃຫ້ບັນດານັກສຶກສາ ໃຫ້ສໍາເລັດຕາມເວລາທີ່ກໍານົດ, ພ້ອມທັງຮຽກຮ້ອງໃຫ້ນັກສຶກສາເອົາໃຈໃສ່ຢ່າງຕັ້ງໜ້າເພື່ອໃຫ້ຮັບຮູ້ ເຂົ້າໃຈ ຕໍ່ບົດຮຽນຕ່າງໆ ເພື່ອນໍາເອົາຄວາມຮູ້ຄວາມສາມາດ ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເຂົ້າໃນບົດລາຍງານ ແລະ ບົດຮຽນໃນການກະກຽມສອບເສັງຈົບຊັ້ນໃຫ້ໄດ້ຄະແນນດີ. ໂດຍ: ນາງ ໜູແດງ ລາດສະແກ້ວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ