ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ກໍລະກົດ 2026

  

ວິທະຍາຄານພະລາທິການກອງທັບ ຈັດຕັ້ງກໍານົດໂຄງປະກອບການຈັດຕັ້ງ, ຕໍາແໜ່ງງານ ແລະ ຈໍານວນພົນ ແຕ່ປີ 2026-2030
ເວລາອອກຂ່າວ: 2026-06-12 10:32:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1406 | ຄວາມນິຍົມ:



ວັນທີ 11 ມິຖຸນາ 2026 ນີ້, ວິທະຍາຄານພະລາທິການກອງທັບ ໄດ້ຈັດກອງປະຊຸມ ວ່າດ້ວຍການກໍານົດໂຄງປະກອບການຈັດຕັ້ງ, ຕໍາແໜ່ງງານ ແລະ ຈໍານວນພົນ ແຕ່ປີ 2026-2030, ໂດຍການເປັນປະທານຂອງສະຫາຍ ພັນເອກ ປອ ສົມເພັດ ວົງພະຈັນ ອໍານວຍການ ຫົວໜ້າການທະຫານວິທະຍາຄານພະລາທິການກອງທັບ, ມີ ສະຫາຍ ພົນຈັດຕະວາ ສອນທັນ ສຸວົງໄຊ ອໍານວຍການຫົວໜ້າການເມືອງ ວິທະຍາຄານພະລາທິການກອງທັບ, ມີຄະນະພັກ-ຄະນະອໍານວຍການ, ອະນຸກໍາມະການດ້ານເນື້ອໃນ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ອີງຕາມ ແຜນຍຸດທະສາດປັບປຸງກໍ່ສ້າງກໍາລັງປະກອບອາວຸດ ກອງທັບປະຊາຊົນລາວແຕ່ລະໄລຍະ ນັບມື້ເຕີບໃຫຍ່ເຂັ້ມແຂງຮອບດ້ານ, ປັບປຸງກອງທັບປະຕິວັດໃຫ້ມີລະບຽບ, ແບບແຜນທັນສະໄໝ ມີຄວາມສາມາດພຽງພໍ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ອີງຕາມ ຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການກໍານົດໂຄງປະກອບການຈັດຕັ້ງ, ຕໍາແໜ່ງງານ ແລະ ຈໍານວນພົນ ວິທະຍາຄານພະລາທິການກອງທັບ ແຕ່ປີ 2016-2020. ໂດຍສົມທຽບກັບເພດານທີ່ຂັ້ນເທິງກໍານົດ ແລະ ຄວາມຕ້ອງການປະກອບການຈັດຕັ້ງ, ຕໍາແໜ່ງງານ ແລະ ຈໍານວນພົນວິທະຍາຄານພະລາທິການກອງທັບ. ໃນກອງປະຊຸມບັນດາສະຫາຍຜູ້ເຂົ້າຮ່ວມໄດ້ພ້ອມກັນປຶກສາຫາລື, ປະກອບຄໍາຄິດເຫັນຢ່າງກົງໄປກົງມາດ້ວຍຄວາມຮັບຜິດຊອບສູງ, ເພື່ອຄົ້ນຄວ້າດ້ານບຸກຄະລາກອນເພີ່ມອີກຈໍານວນໜຶ່ງ ແລະ ປະກອບໜ້າທີ່ໃຫ້ແທດເໝາະກັບໜ້າວຽກຕົວຈິງ, ຮັບປະກັນໃຫ້ໄດ້ປະລິມານ ແລະ ຄຸນນະພາບ, ສາມາດປະຕິບັດໜ້າທີ່ການເມືອງ ແລະ ວຽກງານວິຊາສະເພາະໃຫ້ມີຜົນສໍາເລັດໃນສະເພາະໜ້າ ແລະ ຍາວນານ. ໂດຍ: ມິດຕະນາ ລົມລືເດດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ