ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 14 ກໍລະກົດ 2026

  

ກອງພົນທີ 1 ຈັດຕັ້ງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX
ເວລາອອກຂ່າວ: 2026-06-12 11:01:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1326 | ຄວາມນິຍົມ:



ວັນທີ 10 ມິຖຸນາ 2026 ນີ້, ກອງພົນທີ 1 ໄດ້ຈັດກອງປະຊຸມເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຂາວມະນີ ສີພອນ ຫົວໜ້າການເມືອງ ກອງພົນທີ 1, ມີຄະນະພັກ - ຄະນະບັນຊາ ອົງການ 05 ຫ້ອງ, ພະແນກການທີ່ກ່ຽວຂ້ອງ, ສູນເຝິກ, ໂຮງໝໍ, ກອງພັນ, ກອງຮ້ອຍເອກະລາດ, ຄະນະຊາວໜຸ່ມ ຕະຫຼອດຮອດສະມາຊິກຊາວໜຸ່ມກອງພົນເຂົ້າຮ່ວມ. ເອກະສານ ທີ່ນຳມາເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້ ມີ: ມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັັກ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງສະຫະພັນຊາວໜຸ່ມລາວ, ມະຕິກອງປະຊຸມສາມັນຄົບຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຄັ້ງທີ 2 ສະໄໝທີ IX ແລະ ບົດໂອ້ລົມຂອງສະຫາຍ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ຕໍ່ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX. ໂອກາດນີ້, ສະຫາຍ ພົນຈັດຕະວາ ຂາວມະນີ ສີພອນ ໄດ້ມີຄໍາເຫັນໂອ້ລົມ ຕໍ່ ພ້ອມທັງເນັ້ນໜັກ ໃຫ້ພ້ອມກັນນຳເອົາເນື້ອໃນຈິດໃຈບັນດາເອກະສານຕ່າໆທີ່ນຳມາເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້ ໄປປະຕິບັດ ແລະ ຜັນຂະຫຍາຍ, ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ແລະ ພ້ອມກັນຍົກສູງຄວາມຮັບຜິດຊອບ, ເອົາໃຈໃສ່ເພີ່ມທະວີສຶກສາອົບຮົມການເມືອງນໍາພາແນວຄິດ, ປະຕິບັດຂໍ້ກໍານົດກົດລະບຽບຂອງກອງທັບ, ຂອງກົມກອງ ແລະ ຂອງສູນກາງຊາວໜຸ່ມວາງອອກຢ່າງເຂັ້ມງວດ, ເອົາໃຈໃສ່ເພີ່ມທະວີຄວາມສາມັກຄີພາຍໃນ-ພາຍນອກ ໃຫ້ແໜ້ນແຟ້ນ, ຄະນະຊາວໜຸ່ມແຕ່ລະຂັ້ນ ຕ້ອງເປັນແບບຢ່າງທີ່ດີສ້າງຄວາມເຊື່ອໝັ້ນໃຫ້ສະມາຊິກ, ເອົາໃຈໃສ່ປະຕິບັດຂໍ້ແຂ່ງຂັນຊາວໜຸ່ມ 4 ບຸກ ຂອງ ໃຫ້ເປັນຂະບວນການຟົດຟື້ນຢ່າງຕໍ່ເນື່ອງ; ນອກຈາກນັ້ນ ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ແຕ່ລະອົງການຈົ່ງພ້ອມກັນນໍາເອົາເນື້ອໃນເອກະສານທີ່ເຜີຍແຜ່ໃນຄັ້ງນີ້ ນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ປາກົດຜົນເປັນຈິງ. ໂດຍ: ຊັນໂດ ລາດຊະພູມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ