ຫົວໜ້າການເມືອງ ກອງບັນຊາການທະຫານຊາຍແດນ ຕ້ອນຮັບ ຄະນະນາຍທະຫານຊາຍແດນໜຸ່ມ ກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນຫວຽດນາມ
ເວລາອອກຂ່າວ: 2026-06-12 11:12:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1380 | ຄວາມນິຍົມ: ![]()
ໃນວັນທີ 11 ມິຖຸນາ 2026 ນີ້, ສະຫາຍ ພົນຈັດຕະວາ ສີ ທະວີໄຊ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ ໄດ້ຕ້ອນຮັບ ສະຫາຍ ພັນເອກ ພິເສດ ຫງວຽນ ກວັກ ຮ້ຽວ ຮອງຫົວໜ້າກົມການເມືອງ ກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາ ຢ້ຽມຢາມ ແລະ ເຂົ້າຮ່ວມ ກິດຈະກໍາພົບປະແລກປ່ຽນນາຍທະຫານຊາຍແດນໜຸ່ມ ລາວ-ຫວຽດນາມ ຄັ້ງທີ 5.
ສະຫາຍ ພົນຈັດຕະວາ ສີ ທະວີໄຊ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນຕໍ່ ສະຫາຍ ພັນເອກ ພິເສດ ຫງວຽນ ກວັກ ຮ້ຽວ ພ້ອມດ້ວຍຄະນະ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ພ້ອມກ່າວສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກິດຈະກໍາພົບປະແລກປ່ຽນນາຍທະຫານຊາຍແດນໜຸ່ມລາວ-ຫວຽດນາມ ຄັ້ງທີ 5 ໃນຄັ້ງນີ້ ເຊິ່ງເປັນການເພີ່ມພູນຄູນສ້າງ ການພົວພັນຮ່ວມມື ລະຫວ່າງ ສອງກອງທັບ ລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມເວົ້າສະເພາະ ເພື່ອເປັນການປະກອບສ່ວນອັນສໍາຄັນຕໍ່ວຽກງານຊາຍແດນຂອງທັງສອງຊາດ ເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ສອງກອງທັບ ໃຫ້ເກີດດອກອອກຜົນ ແລະ ພ້ອມດຽວກັນນັ້ນ ກໍຕ້ອງຮັກສາມູນເຊື້ອ ການໄປ-ມາ ຫາສູ່ກັນຢ່າງເປັນປົກະຕິ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ.
ສະຫາຍ ພັນເອກ ພິເສດ ຫງວຽນ ກວັກ ຮ້ຽວ ກໍໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ພົນຈັດຕະວາ ສີ ທະວີໄຊ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນດ້ວຍໄມຕີຈິດມິດຕະພາບ ທັງເປັນການເສີມຂະຫຍາຍ ສາຍພົວພັນຮ່ວມມືລະຫວ່າງ ສອງກອງທັບ, ສອງກອງບັນຊາການທະຫານຊາຍແດນຫວຽດນາມ-ລາວ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ. ພ້ອມກັນນັ້ນ, ກໍ່ໄດ້ລາຍງານຜົນສຳເລັດຂອງກິດຈະກໍາພົບປະແລກປ່ຽນນາຍທະຫານຊາຍແດນໜຸ່ມລາວ-ຫວຽດນາມ ຄັ້ງທີ 5 ໃຫ້ ສະຫາຍ ພົນຈັດຕະວາ ສີ ທະວີໄຊ ຫົວໜ້າການເມືອງກອງບັນຊາການທະຫານຊາຍແດນ ໄດ້ຮັບຊາບຕື່ມອີກ. ຫຼັງຈາກນັ້ນກໍໄດ້ຮັບຊົມການສະແດງ ສິລະປະ-ວັນນະຄະດີ ດ້ວຍບັນຍາກາດເບີກບານມ່ວນຊື່ນ.
ໂດຍ: ນາງ ອານຸພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















