ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ເຝິກຊ້ອມ ການສວນສະໜາມກຽມປີດສົກຮຽນ 2025-2026
ເວລາອອກຂ່າວ: 2026-06-12 11:15:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1419 | ຄວາມນິຍົມ: ![]()
ປະຕິບັດຕາມແຜນການຂອງໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ເພື່ອກະກຽມປີດສົກຮຽນ 2025-2026 ແລະ ອີງໃສ່ຂໍ້ກຳນົດກ່ຽວກັບວຽກງານໂຮງຮຽນ ວ່າດ້ວຍການເປີດ - ປິດ ຂອງບັນດາໂຮງຮຽນ ໃນກອງທັບ ເພື່ອປະຕິບັດໂຄງການ ຫຼັກສູດວຽກງານ ອົບຮົມ - ຫັດແອບ ຂອງກົມໃຫຍ່ເສນາທິການກອງທັບ ແລະ ໂຄງການຫຼັກສູດການຮຽນ-ການສອນ ທີ່ກະຊວງສຶກສາ - ກິລາ ວາງອອກ, ແຜນການວຽກງານສິດສອນ - ຮໍ່າຮຽນ,ອົບຮົມຫັດແອບ ປະຈຳສົກຮຽນ 2025-2026 ຂອງໂຮງຮຽນໃຫ້ບັນລຸຕາມຄາດໝາຍ ໃນການກໍ່ສ້າງລຸ້ນສືບທອດໃຫ້ກອງທັບ, ຮັບປະກັນໄດ້ທັງປະລິມານ ແລະ ຄຸນະພາບ.
ໃນການເຝິກຊ້ອມສວນສະໜາມ ປີດສົກຮຽນ ໃນຄັ້ງນີ້, ໂດຍການຊີ້ນຳ ຂອງ ສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມາວົງ ຫົວໜ້າການທະຫານໂຮງຮຽນ ເຊິ່ງສະຫາຍ ໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບ ການສວນສະໜາມ ພ້ອມກັນ ເຝິກຊ້ອມ ແລະ ເຮັດສຳເລັດໜ້າທີ່, ເຊິ່ງການເຝິກຊ້ອມ ໄດ້ເລີ່ມແຕ່ວັນທີ 8 ມິຖຸນາ 2026 ເປັນຕົ້ນມາ ແຕ່ລະຫ້ອງການ, ກອງພັນ, ອະນຸກຳມະການ ຈັດຕັ້ງເຄື່ອນໄຫວ ປະຕິບັດໜ້າທີ່ຂອງຕົນເອງ ດ້ວຍຄວາມຮັບຜິດຊອບສູງ ສາມາດຕີລາຄາໄດ້ 100 %.
ໂດຍ: ຄຳແປງ ຟອງສາຍໄໝ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















