ເພີ່ມທະວີການຮ່ວມມື, ປະສານສົມທົບ ນາຍທະຫານຊາຍແດນໜຸ່ມ ລາວ-ຫວຽດນາມ ໃຫ້ໜັກແໜ້ນເຂັ້ມແຂງ
ເວລາອອກຂ່າວ: 2026-06-15 15:35:52 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 165 | ຄວາມນິຍົມ: ![]()
ຄະນະນາຍທະຫານຊາຍ ແດນໜຸ່ມ ກອງບັນຊາການທະ ຫານຊາຍແດນ ກອງທັບປະຊາ ຊົນລາວ ນຳໂດຍ ສະຫາຍ ພັນໂທ ຄຳພູວິກ ດາລາເພັດ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານຊາຍແດນ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຕ້ອນຮັບ ຄະນະນາຍທະຫານຊາຍແດນໜຸ່ມ ກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນຫວຽດນາມ ເຊິ່ງນຳໂດຍ ສະຫາຍ ພັນເອກ ພິເສດ ຫງວຽນ ກວັກ ຮ້ຽວ ຮອງຫົວໜ້າກົມການເມືອງ ກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກິດຈະກຳ ພົບປະແລກປ່ຽນນາຍທະຫານຊາຍແດນໜຸ່ມລາວ-ຫວຽດນາມ ຄັ້ງທີ 5 ທີ່ແຂວງບໍລິຄຳໄຊ ແລະ ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 8-12 ມິຖຸນາ 2026 ນີ້, ທີ່ດ່ານສາກົນ ນຳພາວ-ເກົ່າແຈວ ແຂວງ ບໍລິຄຳໄຊ-ຮ່າຕິ່ງ ສສ ຫວຽດນາມ.
ພາຍຫຼັງສຳເລັດການຕ້ອນຮັບຢ່າງເປັນທາງການແລ້ວ, ຄະນະນາຍທະຫານໜຸ່ມຊາຍແດນລາວ-ຫວຽດນາມ ໄດ້ເດີນທາງໄປ ກອງຮ້ອຍທະຫານຊາຍແດນ 253 ກອງບັນຊາການທະຫານແຂວງ ບໍລິຄຳໄຊ ເພື່ອຈັດກິດ ຈະກຳປູກຕົ້ນໄມ້ມິດຕະພາບ ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດລາວ ຄົບຮອບ 46 ປີ. ເປັນການປູກຝັງຈິດສຳນຶກອັນລ້ຳຄ່າໃຫ້ນາຍທະຫານຊາຍແດນໜຸ່ມທັງສອງປະເທດພວກເຮົາໄດ້ເຫັນຄຸນຄ່າຂອງສິງແວດລ້ອມ ແລະ ເພື່ອສ້າງສະພາບແວດລ້ອມໃຫ້ມີຄວາມຊຸ່ມຊື່ນ, ອຸດົມສົມບູນຂຽວສົດງົດງາມ, ຊ່ວຍຫຼຸດຜ່ອນພາວະໂລກຮ້ອນ, ປ້ອງກັນການເສາະເຈື່ອນຂອງໜ້າດິນ, ລົມພາຍຸ, ປັບຄວາມສົມດຸນທາງທຳມະຊາດ ແລະ ເປັນການສ້າງພື້ນທີ່ສີຂຽວໃຫ້ແກ່ສຳນັກງານ-ອົງການມີຄວາມຮົ່ມເຢັນ.
ຈາກນັ້ນ, ກໍ່ໄດ້ມີການພົບປະກັນຢ່າງເປັນທາງການລະ ຫວ່າງນາຍທະຫານຊາຍແດນໜຸ່ມ ກອງທັບປະຊາຊົນລາວ-ຫວຽດນາມ ຄັ້ງທີ 5 ພາຍໃຕ້ຫົວຂໍ້: “ເພີ່ມທະວີການຮ່ວມມື, ປະສານສົມທົບ ນາຍທະ ຫານຊາຍແດນໜຸ່ມ ລາວ-ຫວຽດນາມ ໃນການສ້າງຊາຍແດນ ໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາຮອບດ້ານ”, ໂດຍການເປັນປະ ທານຮ່ວມຂອງ ສະຫາຍ ພັນໂທ ຄຳພູວິກ ດາລາເພັດ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ ແລະ ສະຫາຍ ພັນເອກ ພິເສດ ຫງວຽນ ກວັກ ຮ້ຽວ ຮອງຫົວໜ້າກົມການເມືອງ ກອງບັນຊາການທະຫານຊາຍ ແດນ ກອງທັບປະຊາຊົນຫວຽດ ນາມ, ມີນາຍທະຫານຊາຍແດນໜຸ່ມ ຂອງສອງກອງທັບ ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳພູວິກ ດາລາເພັດ ໄດ້ມີຄຳເຫັນໃນພິທີວ່າ: ໃນຖັນແຖວນາຍທະຫານໜຸ່ມຊາຍແດນ ຂອງກອງທັບປະຊາຊົນລາວ ແລະ ຫວຽດນາມ ແມ່ນພະນັກງານຮຸ່ນສືບທອດພາລະກິດປະຕິວັດຂອງກຳລັງປະກອບອາວຸດຂອງສອງຊາດ, ມີບົດບາດສຳຄັນໃນການຮັກສາ, ເສີມສ້າງ ແລະ ພັດທະນາສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ສາມັກຄີພິເສດ ລາວ-ຫວຽດນາມ, ເຊິ່ງໃນຫຼາຍປີທີ່ຜ່ານມາ, ການນຳພັກ-ລັດ, ການນຳກະຊວງປ້ອງກັນປະເທດ ແລະ ປະຊາຊົນສອງຊາດ ຍາມໃດກໍເອົາໃຈໃສ່ນຳພາ-ຊີ້ນຳ, ສ້າງເງື່ອນໄຂສະດວກ ເພື່ອໃຫ້ບັນດານາຍທະຫານໜຸ່ມຊາຍແດນ ສືບຕໍ່ສູ້ຊົນ, ອຸທິດຕົນ, ມີຄວາມກ້າວໜ້າ ແລະ ເຕີບໃຫຍ່ເຂັ້ມແຂງ, ເຊິ່ງງານພົບປະແລກປ່ຽນ ນາຍທະຫານໜຸ່ມຊາຍແດນ ກອງທັບປະຊາຊົນລາວ-ຫວຽດນາມ ໃນຄັ້ງນີ້, ແມ່ນບົດພິສູດອັນລະອຽດ ທີ່ເປັນກິດຈະກຳການປະສານສົມທົບ ລະຫວ່າງ ນາຍທະຫານຊາຍແດນໜຸ່ມ ຂອງສອງກອງ ທັບ, ເຊິ່ງໄດ້ສະແດງເຖິງຄວາມເອົາໃຈໃສ່ ແລະ ເຊື່ອໝັ້ນສູງຕໍ່ການນຳພາຂອງສອງກຳລັງ ໂດຍສະເພາະແມ່ນໄວໜຸ່ມ, ເພື່ອສ້າງກາລະໂອກາດໃຫ້ໄວໜຸ່ມຂອງສອງກຳລັງໄດ້ໃກ້ຊິດ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ. ພ້ອມທັງເປັນການຫວນຄືນມູນເຊື້ອອັນສະຫ່າງງາມ, ອົງອາດກ້າຫານ, ອັນມີຄວາມໝາຍຂອງສາຍພົວພັນ ລາວ-ຫວຽດນາມ, ບົນພື້ນຖານພ້ອມກັນຮ່ວມມື, ເສີມສ້າງ, ຫັດແໜ້ນ ຄວາມສາມັກຄີພິເສດ ແລະ ຮ່ວມມືຮອບດ້ານ ລະຫວ່າງສອງຊາດ, ສອງພັກ ແລະ ສອງກອງທັບ ຕໍ່ກັບນ້ຳໃຈ ແລະ ຄວາມໝາຍດັ່ງກ່າວນັ້ນ, ນາຍທະຫານຊາຍແດນໜຸ່ມກອງທັບປະຊາຊົນລາວ ມີຄວາມດີໃຈ, ປິຕິຊົມຊື່ນ ທີ່ໄດ້ຕ້ອນຮັບບັນດາສະຫາຍນາຍທະຫານໜຸ່ມຊາຍແດນ ກອງທັບປະຊາຊົນຫວຽດນາມ ທີ່ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມ ກິດຈະກຳສົນທະນາແລກປ່ຽນໃນຄັ້ງນີ້ ພວກເຮົາຫວັງ ແລະ ເຊື່ອໝັ້ນວ່າ, ຖັນແຖວນາຍທະຫານໜຸ່ມແມ່ນກຳລັງປະຈັນບານ, ຍາມໃດກໍນຳໜ້າ ໃນການຜັນຂະຫຍາຍປະຕິບັດໜ້າທີ່, ຢ່າງມີຄວາມຫວັງສູງ ແລະ ມີຫົວຄິດປະດິດສ້າງ, ຄວາມສາມັກຄີສາກົນຢ່າງຂາວສະອາດ, ຈະເສີມສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ, ມີເນື້ອແທ້ ແລະ ມີປະສິດທິຜົນສູງສຸດ.
ຈາກການພົບປະກັນຄັ້ງນີ້ ມີຫຼາຍເນື້ອໃນທີ່ໄດ້ຍົກຂຶ້ນມາສົນທະນາແລກປ່ຽນບົດຮຽນຮ່ວມກັນ ເຊັ່ນ: “ເພີ່ມທະວີນ້ຳໃຈມິດຕະພາບ ລາວ-ຫວຽດນາມ ໃນການປະຕິບັດໜ້າທີ່ ຂອງນາຍທະຫານຊາຍແດນໜຸ່ມສອງຝ່າຍ”, “ຄວາມຮັບຮູ້ ກ່ຽວກັບສາຍພົວພັນ ຫວຽດນາມ-ລາວ ໃນການປະຕິບັດໜ້າທີ່ ຂອງນາຍທະຫານຊາຍແດນໜຸ່ມສອງຝ່າຍ”, “ວຽກງານປະສານສົມ ທົບຂອງຖັນແຖວ ນາຍທະຫານໜຸ່ມສອງຝ່າຍ ໃນວຽກງານເຜີຍແຜ່ໂຄສະນາສະກັດກັ້ນ ແລະ ຕ້ານຜູ້ກະທຳຜິດຄ້າມະນຸດ” ແລະ “ ວຽກງານປະສານສົມ ທົບ ຂອງທະຫານຊາຍແດນສອງຝ່າຍ ໃນການປະຕິບັດໜ້າທີ່ຄຸ້ມຄອງປ້ອງກັນຊາຍແດນ, ສ້າງຊາຍແດນການເປັນຊາຍແດນແຫ່ງ ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ “ພັດທະນາ”. ພາຍຫຼັງສຳເລັດການແລກປ່ຽນບົດຮຽນ ຍັງໄດ້ຮ່ວມສ້າງກິດ ຈະກຳຫຼິ້ນກິລາບານສົ່ງ ແລະ ກິ ລາດຶງເຊືອກ ດ້ວຍບັນຍາກາດເບີກບານມ່ວນຊື່ນ.
ໃນໂອກາດທີ່ຄະນະນາຍທະ ຫານໜຸ່ມຊາຍແດນ ກອງທັບປະຊາຊົນຫວຽດນາມ ເຄື່ອນໄຫວມາຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນກັບຄະນະນາຍທະຫານໜຸ່ມຊາຍແດນກອງທັບປະຊາຊົນລາວ ຄັ້ງທີ 5 ປະຈຳປີ 2026 ຍັງໄດ້ເຂົ້າຢ້ຽມຊົມຫໍພິພິທະພັນປະຫວັດສາດກອງທັບປະຊາຊົນລາວ ແລະ ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ. ຈຸດປະສົງໃນການທັດສະນະສຶກສາຄັ້ງນີ້: ເພື່ອເປັນການປູກຝັງຈິດສຳນຶກໃຫ້ນາຍທະຫານໜຸ່ມຊາຍແດນ ຮຸ່ນສືບທອດໄດ້ຫວນຄືນເຖິງເຫດການປະຫວັດສາດລາວ ໃນແຕ່ລະໄລຍະ ທີ່ລະອິດລະອ້ຽວ ໂດຍສະເພາະແມ່ນການ
ກຳເນີດ, ການຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະ ຊາຊົນລາວ ຜ່ານການຊົມ ຮູບພາບ, ວັດຖຸພັນ, ເອກະສານຕ່າງໆ ທີ່ໄດ້ຈັດວາງປະກອບກັບການບັນຍາຍ ຂອງຜູ້ນຳທ່ຽວ ເຮັດໃຫ້ນາຍທະຫານໜຸ່ມຊາຍແດນກອງທັບປະຊາຊົນລາວ-ຫຽດນາມ ເຊື່ອມຊຶມກຳແໜ້ນ, ສຶກສາເອົາແນວຄິດຄຸນສົມບັດສິນທຳປະຕິວັດ, ນ້ຳໃຈຮັກຊາດ, ນຳເອົາບົດຮຽນທາງປະຫວັດ ສາດມາໝູນໃຊ້ເຂົ້າໃນໜ້າທີ່ການເມືອງຕົວຈິງຂອງຕົນ ໃຫ້ມີລະບຽບແບບແຜນທັນສະໄໝ ກໍຄື ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງສີວິໄລ ເວົ້າສະເພາະແມ່ນປະກອບສ່ວນສຳຄັນເຂົ້າໃນການກໍ່ສ້າງກອງ ທັບຂອງທັງສອງປະເທດໃຫ້ ເຕີບໃຫຍ່ ເຂັ້ມແຂງ ແລະ ທັນສະໄໝ.
ໂດຍ: ວັນໄຊ ໄຊສະຫັວດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















