ໂຮງຮຽນການທະຫານທ້ອງຖິ່ນ ນະຄອນຫຼວງວຽງຈັນ ເປີດການສອບເສັງຈົບຊັ້ນໃຫ້ນັກຮຽນພະນັກງານບຳລຸງການທະຫານຂັ້ນພື້ນຖານ
ເວລາອອກຂ່າວ: 2026-06-16 08:31:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 133 | ຄວາມນິຍົມ: ![]()
ພິທີສອບເສັງຈົບຊັ້ນໃຫ້ນັກຮຽນພະນັກງານບຳລຸງການທະຫານຂັ້ນພື້ນຖານ ລະບົບ 6 ເດືອນຊຸດທີ IV ຢູ່ໂຮງຮຽນການທະ ຫານທ້ອງຖິ່ນ ນະຄອນຫຼວງວຽງຈັນ ສົກປີ 2025-2026, ໄດ້ຈັດຂຶ້ນໃນວັນທີ 10 ມິຖຸນາ 2026 ນີ້, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນໂທ ຄຳສິງ ພົນປະເສີດ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີຄະນະອຳນວຍການໂຮງ ຮຽນ, ພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍຄູ-ອາຈານ ຕະຫຼອດຮອດນັກຮຽນຈຳນວນ 71 ສະຫາຍ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳຜາຍ ແກ້ວສັງວານ ຫົວໜ້າການທະ ຫານ ໂຮງຮຽນການທະຫານທ້ອງຖິ່ນ ນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານແຜນການສອບເສັງ ໂດຍໃຫ້ຮູ້ວ່າ: ເນື້ອໃນທີ່ຈະໄດ້ສອບເສັງໃນຄັ້ງນີ້ມີ 4 ວິຊາຄື: ວິຊາການເມືອງ ມີ 19 ຄຳຖາມ, ວິຊາລະບຽບຮູບແຖວ ພາກທິດສະດີ ແລະ ພາກປະຕິບັດຕົວຈິງ ມີ 41 ຄຳຖາມ, ວິຊາສິນລະປະຍຸດ ພາກທິດສະດີ ແລະ ພາກປະຕິບັດຕົວຈິງ ມີ 40 ຄຳຖາມ, ວິຊາຍຸດທະວິທີ ພາກທິດສະດີ ແລະ ພາກປະຕິບັດຕົວຈິງ ມີ 67 ຄຳຖາມ, ການສອບເສັງແມ່ນຈະໄດ້ດຳເນີນເປັນເວລາ 3 ວັນ, ນັບແຕ່ວັນທີ 10-12 ມິຖຸນາ 2026 ຈຶ່ງຈະສຳເລັດ, ທັ້ງນີ້ກໍ່ເພື່ອເປັນການຢັ້ງຢືນເຖິງຜົນໄດ້ຮັບລະດັບຄວາມຮູ້, ຄວາມເຂົ້າໃຈຂອງນັກ ຮຽນ ທີ່ໄດ້ສຶກສາຮ່ຳຮຽນພາກທິດສະດີ-ຫຼັກການ ໃນໄລຍະຜ່ານມາ, ເປັນການເກັບກຳຄະແນນຢັ້ງຢືນເຂົ້າໃສ່ໃບປະກາດສະນີຍະບັດໃຫ້ນັກຮຽນ ແລະ ທັງເປັນການແນໃສ່ເຮັດໃຫ້ວຽກງານຮັບ ປະກັນ ການຮຽນ-ການສອນ ຢູ່ພາຍໃນໂຮງຮຽນໄດ້ຮັບໝາກຜົນດີ ທັງປະລິມານ ແລະ ຄຸນນະພາບ, ສ້າງພະນັກງານໃນຖັນແຖວກຳລັງປະກອບອາວຸດໃຫ້ມີຄວາມຮູ້ຄວາມສາມາດ ເພື່ອນຳເອົາໝາກຜົນໃນຄັ້ງນີ້ໄປສືບຕໍ່ພັດທະນາກົມກອງຂອງຕົນໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງໃນສະເພາະໜ້າ ແລະ ຍາວນານ.
ໂດຍ: ແສງດາລາ ໄຊຍະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















