ທະຫານແຂວງໄຊສົມບູນ ເປີດອົບຮົມຫັດແອບ, ບຳລຸງຄູການທະຫານໄລຍະສັ້ນ ປະຈຳປີ 2026
ເວລາອອກຂ່າວ: 2026-06-16 08:51:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 178 | ຄວາມນິຍົມ: ![]()
ໃນວັນທີ 10 ມິຖຸນາ 2026 ທີ່ຜ່ານມານີ້, ກອງບັນຊາການທະຫານ ແຂວງໄຊສົມບູນ ໄດ້ຈັດພິທີ ເປິດອົບຮົມຫັດແອບ, ບຳລຸງຄູການທະຫານໄລຍະສັ້ນ ປະຈຳປີ 2026 , ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສຸດໃຈ ເຈີບົວແພງ ຄະນະປະຈຳພັກ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານ ແຂວງໄຊສົມບູນ, ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ຄະນະພັກ-ຄະນະບັນຊາໂຮງຮຽນການທະຫານທ້ອງຖິ່ນ, ພະແນກການທີ່ກ່ຽວຂ້ອງ ຕະຫຼອດຮອດພະນັກງານ ຄູ-ອາຈານ ແລະ ນັກເຝີກອົບຮົມເຂົ້າຮ່ວມ.
ສະຫາຍ ພັນໂທ ບົວລອຍ ວົງພະຈັນ ຫົວໜ້າພະແນກອົບຮົມ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການອົບຮົມ-ຫັດແອບການເມືອງ, ການທະຫານ, ພະລາທິການ-ເຕັກນິກ ໃຫ້ບັນດາກຳລັງຫຼວງ-ກຳລັງທ້ອງຖິ່ນ ໃນທົ່ວກອງທັບ ປະຈຳປີ 2026 ແລະ ກຳນົດເນື້ອໃນອົບຮົມຄູການທະຫານໄລຍະສັ້ນ, ອີງຕາມແຜນການອົບຮົມ-ຫັດແອບ ປັບປຸງລະບຽບແບບ
ແຜນເຝີກຝົນຫຼໍ່ຫຼອມກຳລັງແຮງກາຍ ປະຈຳປີ 2026, ເພື່ອປັບປຸງລະບຽບແບບແຜນ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ພາຍໃນກົມກອງ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ, ຕິດພັນກັບທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ທົ່ວປວງຊົນຮອບດ້ານ. ຈຸດປະສົງໃນການອົບຮົມ-ຫັດແອບໃນຄັ້ງນີ້ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ທາງດ້ານລະບຽບຫຼັກການ, ບັນດາທຳນຽມຂອງຄູໃນເວລາສິດສອນ ແລະ ເຮັດໃຫ້ຄູສອນຮູ້ເຮັດວຽກງານວິຊາສະເພາະຂອງຕົນ ເພື່ອປັບປຸງ ແລະ ສ້າງຄວາມເປັນເອກະພາບທາງດ້ານເນື້ອໃນ, ທິດສະດີ, ຫຼັກການ ໃຫ້ຖຶກຕ້ອງ ໂດຍສະເພາະບັນດາຂໍ້ກຳນົດກົດລະບຽບຕ່າງໆ, ລະ
ບຽບຂອງກອງທັບ ເປັນຕົ້ນ 7 ລະບອບ 18 ວຽກຂອງກອງທັບວາງອອກ ໃຫ້ມີຄວາມເຂັ້ມແຂງ ແລະ ມີປະສິດທິພາບສູງ ຄຽງຄູ່ກັບວຽກງານປັບປຸງກໍ່ສ້າງກົມກອງ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ, ໜັກແໜ້ນ ແລະ ມີລະບຽບແບບ
ແຜນທີ່ທັນສະໄໝໄປເທື່ອລະກ້າວ.
ໂດຍ: ຄຳພາ ສີນວນທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















