ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ກໍລະກົດ 2026

  

ຍົກ​ລະດັບ​ຂີດ​ຄວາມ​ສາມາດ ຍຸດ​ທະວິ​ທີ​​ີ​ສູ້​ຮົບ​ທາງນ້ຳ
ເວລາອອກຂ່າວ: 2026-06-16 08:55:27 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 210 | ຄວາມນິຍົມ:



ເພື່ອ​ຍົກ​ລະດັບ​ຂີດ​ຄວາມ​ສາ ມາດ ໃຫ້​ກອງທັບ​ປະຊາຊົນ​ລາວ ມີ​ຄວາມ​ຊຳນານ ໃນ​ການ​ສູ້​ຮົບ​ຮອບດ້ານ ແລະ ທຸກ​ຂົງເຂດ, ນັບ​ ແຕ່​ເລີ່ມ​ການ​ຫັດ​ແອບຊ້ອມຮົບ ຕີ​ພິເສດ “ໃຕ້​ຝຸ່ນ” ແລະ ຊ້ອມ​ຮົບຮ່ວມ ລາວ-ຣັດ​ເຊຍ “ລາໂຣດສ໌ 2026”, ການຫັດແອບສູ້ຮົບ ທາງນໍ້າເປັນ​ອີກ​ໜຶ່ງ​ວຽກ​ທີ່​ຄູ​ເຝິກ ແລະ ຊ່ຽວຊານ​ກອງທັບ​ສະ ຫະພັນ​ຣັດ​ເຊຍ ນຳ​ມາ​ເຝິກຊ້ອມ​ໃນ​ຄັ້ງ​ນີ້, ໂດຍ​ສະເພາະການ​ນຳ​ໃຊ້​ອຸປະກອນ​ການ​ສູ້​ຮົບ​ທາງນໍ້າ ເຊິ່ງ​ປະກອບ​ມີການ​ປະກອບ​ຊຸດ​ອຸປະກອນ​ເຂົ້າ​ກັບ​ຖັງ​ອົກ​ຊີ ເພື່ອ​ດຳ​ນ້ຳ, ການ​ນຳ​ໃຊ້ເຮືອພ້ອມ ດ້ວຍ​ນັກ​ດຳ​ນ້ຳເຂົ້າ​ບຸກ​ໂຈມ​ຕີ ເຂົ້າເຂດ​ເກາະດອນ ທີ່​ເປັນ​ບ່ອນ​ຕັ້ງ​ຄ້າຍ​ຄູ ຂອງ​ກຸ່ມ​ຄົນ​ບໍ່​ຫວັງ​ດີ ແລະ ກຳລັງ​ກໍ່​ການ​ຮ້າຍ​ຕ່າງໆ ທີ່​ເຂົ້າ​ມາ​ຕັ້ງ​ຄ້າຍ​ຄູໃນ​ຂອບ​ເຂດ​ ເກາະດອນ ຈຶ່ງ​ຕ້ອງ​ໃຊ້​ເຮືອເພື່ອ ​ນຳ​ກຳລັງ​ປິດ​ລັບ​ເຂົ້າ​ສູ່​ຮົບ ເພື່ອ​ຢຶດ​ພື້ນ​ທີ່ ແລະ ກວາດລ້າງກຳ ລັງດັ່ງກ່າວ​ອອກ​ໄປ. ການ​ຫັດ​ແອບ​ຊ້ອມ​ຮົບ​ຕີ​ພິເສດ​ທາງນ້ຳໃນ​ຄັ້ງ​ນີ້ ເພື່ອ​ຍົກ​ລະດັບ​ຂີດ​ຄວາມ​ສາມາດ ແລະ ສ້າງ​ຄວາມ​ຊຳນານ​ໃຫ້​ແກ່​ກຳລັງ​ພົນ ໃນ​ການ​ນຳ​ໃຊ້​ຍຸດທະວິທີ​ສູ້​ຮົບ​ທາງນ້ຳ. ນອກ​ນັ້ນ, ກອງທັບປະ ຊາຊົນ​ລາວ ຍັງ​ໄດ້​ຫັດ​ແອບເຝິກ ຊ້ອມການ​ໃຊ້​ປືນ​ຍິງ​ດ່ຽວສັງ ຫານ​ບຸກຄົນ (ສະໄນ​ເປີ) ໃຫ້​ແກ່​ກຳລັງ​ທີ່​ເຂົ້າ​ຮ່ວມ​ຫັດ​ແອບ​ຊ້ອມ​ຮົບ ຮ່ວມ​ຕີ​ພິເສດ “ໃຕ້​ຝຸ່ນ” ແລະ ຊ້ອມ​ຮົບ​ຮ່ວມ ລາວ-ຣັດ​ເຊຍ “ລາ​ໂຣດສ໌ 2026” ອີກ​ດ້ວຍ. ໂດຍ: ພຸດ​ທະ​ພອນ ລັດດາ​ນາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ