ພົບປະ ແລະ ເຜີຍແຜ່ເຊື່ອມຊຶມເອກະສານ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V
ເວລາອອກຂ່າວ: 2026-06-16 10:44:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 539 | ຄວາມນິຍົມ: ![]()
ວັນທີ 15 ມິຖຸນາ 2026 ນີ້, ທີ່ສະໂມສອນໃຫຍ່ ຂອງແຂວງໄຊຍະບູລີ, ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 7 (ສສຊ 7) ຮ່ວມກັບ ສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈໍາເຂດເລືອກຕັ້ງເມືອງໄຊຍະບູລີ ໄດ້ຈັດກອງປະຊຸມພົບປະ, ພ້ອມທັງເຜີຍແຜ່ ແລະ ເຊື່ອມຊຶມເອກະສານຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V, ໂດຍການເປັນປະທານ ຂອງທ່ານ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ໄຊຍະບູລີ, ມີບັນດາທ່ານຄະນະກຳມະການປົກຄອງແຂວງ, ຄະນະປະຈຳພັກແຂວງ, ອະດິດສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 7, ອະດິດສະມາຊິກສະພາປະຊາຊົນແຂວງ, ພະນັກງານຫຼັກແຫຼ່ງ, ພະນັກງານອາວຸໂສບຳນານ, ຜູ້ຕາງໜ້າອົງການຈັດຕັ້ງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ຕະຫຼອດຮອດນັກທຸລະກິດ ແລະ ຜູ້ປະກອບການພາຍໃນແຂວງ ເຂົ້າຮ່ວມ.
ໃນພິທີ, ຄະນະ ສສຊ ເຂດ 7 ໄດ້ຜ່ານເອກະສານກ່ຽວກັບຜົນສໍາເລັດຂອງກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X ທີ່ໄດ້ດຳເນີນໃນລະຫວ່າງວັນທີ 23–27 ມີນາ 2026 ແລະ ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງ ຊຸດທີ V ທີ່ໄດ້ດຳເນີນໃນວັນທີ 9-10 ເມສາ 2026 ຜ່ານມາ. ເຊິ່ງເນື້ອໃນສຳຄັນແມ່ນການແຈ້ງຜົນການເລືອກຕັ້ງ ແລະ ການຢັ້ງຢືນຄຸນລັກສະນະຂອງ ສສຊ ແລະ ສສຂ, ການຮັບຮອງເອົາກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂັ້ນສູນກາງ ແລະ ຂັ້ນແຂວງ. ພ້ອມກັນນັ້ນ, ຍັງໄດ້ເຜີຍແຜ່ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 5 ປີ (2026-2030) ເພື່ອໃຫ້ທຸກພາກສ່ວນກຳແໜ້ນ ແລະ ຫັນເປັນແຜນການ ຈັດຕັ້ງປະຕິບັດ ໃຫ້ປາກົດຜົນເປັນຈິງ.
ທັງເປັນການເຮັດໃຫ້ພະນັກງານຫຼັກແຫຼ່ງ ແລະ ປະຊາຊົນພາຍໃນແຂວງ ເຂົ້າໃຈເຖິງບົດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການຕົວແທນແຫ່ງສິດ, ຜົນປະໂຫຍດຂອງປະຊາຊົນ ແລະ ເປັນການປຸກລະດົມທຸກພາກສ່ວນເສດຖະກິດ-ສັງຄົມ ໃຫ້ຮ່ວມແຮງຮ່ວມໃຈກັນຈັດຕັ້ງຜັນຂະຫຍາຍມະຕິ ຂອງກອງປະຊຸມ ໃຫ້ບັນລຸຄາດໝາຍສູ້ຊົນທີ່ວາງໄວ້ ຢ່າງມີປະສິດທິຜົນສູງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















