ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ກໍລະກົດ 2026

  

ກອງພັນໃຫຍ່ 11 ມອບເງິນອຸດໜູນໃຫ້ຄອບຄົວພະນັກງານທີ່ເສຍຊີວິດ
ເວລາອອກຂ່າວ: 2026-06-16 10:46:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 501 | ຄວາມນິຍົມ:



ໃນວັນທີ 12 ມີຖຸນາ 2026, ກອງພັນໃຫຍ່ 11 ໄດ້ຈັດພິທີ ມອບເງິນອຸດໜູນໃຫ້ຄອບຄົວພະນັກງານທີ່ເສຍຊີວິດ, ໂດຍການເປັນປະທານຂອງສະຫາຍ ພັນໂທ ບຸນເກີດ ພະໄຊຍະວົງ ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 11, ມີບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ຄອບຄົວພະນັກງານທີ່ເສຍຊີວິດເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ບຸນທະເຍືອງ ໝັ້ນຄົງສິນ ຫົວໜ້າຂະແໜງປະກັນສັງຄົມ ກໍ່ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍວຽກງານປະກັນສັງຄົມ, ອີງຕາມຄຳສັ່ງແນະນຳກະຊວງປ້ອງກັນປະເທດ ກ່ຽວກັບການຈັດຕັ້ງປະຕິບັດກົດໜາຍ ວ່າດ້ວຍປະກັນສັງຄົມ, ໃນນີ້ ມອບເງິນໃຫ້ແກ່ຄອບຄົວພະນັກງານທີ່ເສຍຊີວິດຈຳນວນ 3 ສະຫາຍຄື: ຄອບຄົວສະຫາຍ ພັນຕີ ອຸ່ນເຮືອງ ສີສຸລິດ, ຄອບຄົວສະຫາຍ ພັນຕີ ບຸນຖະໜອມ ວິໄລຈິດ ແລະ ຄອບຄົວສະຫາຍ ສົມບູນ ພັນທະວົງ ຈຳນວນເງິນທັງໝົດ: 333.141.513 ກີບ ເຊິ່ງໃຫ້ກຽດມອບໂດຍສະຫາຍ ພັນໂທ ບຸນເກີດ ພະໄຊຍະວົງ ພ້ອມທັງໂອ້ລົມ ແລະ ໃຫ້ກຳລັງໃຈແກ່ຄອບຄົວພະນັກງານທີ່ເສຍຊີວິດຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ