ທະຫານແຂວງ ໄຊຍະບູລີ ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ ແລະ ໜັກແໜ້ນ
ເວລາອອກຂ່າວ: 2026-06-16 14:45:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 645 | ຄວາມນິຍົມ: ![]()
ກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2025 ຂອງ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 11 ມີຖຸນາ 2026 ທີ່ສະໂມສອນຂອງກົມກອງ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ປອ ບຸນຍອງ ດວງດີ ຄະນະປະຈໍາພັກແຂວງ ເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງໄຊຍະບູລີ, ເປັນກຽກເຂົ້າຮ່ວມໃນພິທີມີ ສະຫາຍ ປອ ສີສອນພັນ ບຸນສີ ຮອງເລຂາຄະນະບໍລິຫານງານພັກແຂວງ ຜູ້ຊື້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ,ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ອົງການຈັດຕັ້ງມະຫາຊົນຂັນແຂວງ, ມີຄະນະພັກກອງບັນຊາການທະຫານແຂວງ, ມີໜ່ວຍປະຕິບັດງານຂອງແຂວງ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກທີ່ເປັນຕົວແທນມາຈາກ 77 ໜ່ວຍພັກໃນທົ່ວກອງບັນຊາການທະຫານແຂວງໄຊຍະບູລີເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ພົນຈັດຕະວາ ປອ ບຸນຍອງ ດວງດີ ເລຂາຄະນະພັກ ໄດ້ຂຶ້ນຜ່ານບົດສະຫຼຸບ ການກໍ່ສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2025 ແລະ ທິດທາງແຜນການປະຈໍາປີ 2026 ເຊິ່ງສະຫາຍໄດ້ຍົກໃຫ້ເຫັນ ໜ້າທີ່ ພາລະບົດບາດຂອງຄະນະກອງບັນຊາການທະຫານແຂວງໄຊຍະບູລີ ເຊິ່ງຍາມໃດກໍ່ເປັນເສນາທິການໃຫ້ອົງຄະນະພັກແຂວງ ແລະ ອົງຄະນະພັກກະຊວງປ້ອງກັນປະເທດໃນການນໍາພາ-ຊື້ນໍາບັນດາຄະນະພັກຮາກຖານ,ໜ່ວຍພັກຮາກຖານ, ປັບປຸງກໍ່ສ້າງພັກ ແລະ ກົງຈັກການຈັດຕັ້ງຢູ່ຮາກຖານພັກ ຮັບປະກັນເຮັດສໍາເລັດໜ້າທີ່ການເມືອງຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ຄະນະພັກກອງບັນຊາການທະຫານແຂວງໄຊຍະບູລີ ປະກອບມີ 11 ສະຫາຍ, ມີ 14 ຄະນະພັກຮາກຖານ, ມີ 77ໜ່ວຍພັກ, ມີສະມາຊິກພັກທັງຫມົດ 1,856 ສະຫາຍ, ຍິງ 209 ສະຫາຍ, ມີ 6 ຫ້ອງ ມີ 11 ກອງບັນຊາການທະຫານເມືອງ, ມີກອງຮ້ອຍທະຫານຊາຍແດນ, ກອງພັນນ້ອຍ, ກອງຮ້ອຍເອກະລາກ, ໂຮງຮຽນ,ໂຮງໝໍ ແລະ ອົງການຈັດຕັ້ງຊາວໜຸ່ມແມ່ຍິງ, ໃນ 1 ປີຜ່ານມາຄະນະພັກກອງບັນຊາການທະຫານແຂວງແມ່ນໄດ້ນໍາພາຊີ້ນໍາບັນດາຄະນະພັກຮາກຖານ, ໜ່ວຍພັກຮາກຖານ,ບັນດາອົງການ-ກົມກອງຂັ້ນຕ່າງໆ ເພື່ອເຮັດໃຫ້ສະມາຊິກພັກ ແລະ ພະນັກງານ-ນັກຮົບຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະຂອງຕົນ ເຮັດໃຫ້ວຽກງານໄດ້ຮັບຜົນສໍາເລັດ ເຊິ່ງສະແດງອອກ ໄດ້ນໍາພາກົມກອງປະຕິບັດໄດ້ຂໍ້ກໍານົດກົດລະບຽບຂອງກອງທັບວາງອອກໄດ້ເປັນຢ່າງດີ ສາມາດຕີລາຄາແບ່ງປະເພດຂອງສະມາຊິກພັກ ໄດ້ປະເພດແຂງ 1,706 ສະຫາຍ, ຍິງ 205 ສະຫາຍ, ປະເພດກາງ 24 ສະຫາຍ, ບໍ່ໄດ້ແບ່ງ 126 ສະຫາຍ ຍ້ອນສະມາຊິກສໍາຮອງ ແລະ ຍົກຍ້າຍມາໃໝ່, ໃນພິທີຍັງໄດ້ປະດັບຫຼຽນໄຊແຮງງນ ແລະ ມອບ ໃບຍ້ອງຍໍຂອງລັດຖະບານໃຫ້ກັບພະນັກງານ-ນັກຮົບທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນການປະຕິບັດໜ້າທີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕະຫຼອດ 5 ປີຜ່ານມາ ພ້ອມທັງຮັບຟັງການຜ່ານບົດບັນທືກຜົນການກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ ປະຈໍາປີ 2025 ແລະ ແຜນການກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ ປະຈໍາປີ 2026 ໂອກາດນີ້ຕາງໜ້າຄະນະພັກຮາກຖານ, ອົງການຈັດຕັ້ງມະຫາຊົນ ໄດ້ຂຶ້ນຈັບມືກັນແຂ່ງຂັນ. ຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຂອງສະຫາຍ ສະຫາຍ ປອ ສີສອນພັນ ບຸນສີ ກ່ອນອື່ນໄດ້ຍົກໃຫ້ເຫັນສະພາບການຂອງໂລກ ແລະ ພາກພື້ນ ເປັນຕົ້ນແມ່ນສະຫາຍໄດ້ເໜັ້ນໃຫ້ເພີ່ມທະວີຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ມີຄວາມກະຕືລືລົ້ນ, ຫ້າວຫັນໃນການເຝິກຝົນຫຼໍ່ຫຼອມຕົນເອງ ເອົາໃຈໃສ່ຍົກສູງພາລະບົດບາດຄວາມສາມັກຄີເປັນປຶກແຜ່ນ, ຍຶດໝັ້ນຫຼັກການລວມສູນປະຊາທິ ປະໄຕເຮັດວຽກຕ້ອງມີລະບຽບແບບແຜນ ແລະ ມີການຕິດຕາມກວດກາ ແລະ ສະຫຼຸບລາຍງານ, ເພິ່ມທະວີບົດບາດການນຳພາຂອງພັກ ມີແນວຄິດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກການຈັດຕັ້ງຢ່າງເລິກເຊິ່ງ ຕັ້ງໜ້າຍູ້ແຮງຂະບວນການດ້ານຕ່າງໆໃຫ້ມີຄວາມຟົດຟື້ນ,ຕັ້ງໜ້າເຄື່ອນໄຫວປະຕິບັດໜ້າທີ່ຢ່າງຫ້າວຫັນເພື່ອເສີມຂະຫຍາຍ ແລະ ຮັກສາມູນເຊຶ້ອໜ່ວຍພັກປອດໃສ,ເຂັ້ມແຂງ ແລະ ໜັກແໜ້ນ
ໂດຍ: ນາງ ບົວລິວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















