ທະຫານແຂວງວຽງຈັນ ເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ
ເວລາອອກຂ່າວ: 2026-06-17 08:57:56 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 155 | ຄວາມນິຍົມ: ![]()
ໃນລະຫວ່າງວັນທີ 2-11 ມິຖຸນາ2026, ສະຫາຍ ພັນໂທ ຫຸມພັນ ສີສົມພອນ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງວຽງຈັນ ພ້ອມດ້ວຍ ພະແນກຈັດຕັ້ງພັກ, ພະແນກໂຄສະນາອົບຮົມ ໄດ້ລົງເຄື່ອນໄຫວເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຢູ່ ບັນດາກົມກອງທີ່ຂຶ້ນກັບ: ກອງພັນ, ກອງຮ້ອຍເອກະລາດ, ອົງການ 5 ຫ້ອງ ລວມທັງໝົດ 20 ກົມກອງ; ມີມະຫາຊົນຜູ້ກ້າວໜ້າເຂົ້າຮ່ວມ ຈຳນວນທັງໝົດ 104 ສະຫາຍ, ຍິງ 7 ສະຫາຍ.
ເອກະກະສານທີ່ໄດ້ນຳເອົາໄປອົບຮົມມະຫາຊົນຜູ້ທີ່ກ້າວໜ້າ ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ປະກອບມີ 13 ຄຳຖາມ ແລະ 13 ຄຳຕອບ. ຈຸດປະສົງ ເພື່ອເຮັດໃຫ້ມະຫາຊົນຜູ້ທີ່ກ້າວໜ້າ ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ; ເຂົ້າໃຈກ່ຽວກັບມາດຕະຖານ, ເງື່ອນ
ໄຂມະຫາຊົນຜູ້ກ້າວໜ້າ ທີ່ຈະເຂົ້າເປັນສະມາຊິກພັກ, ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ ແລະ ເມື່ອໄດ້ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວແລ້ວ ຈະປົກປ້ອງບົດບາດ, ກຽດສັກສີຂອງພັກຄືແນວໃດ; ບົນພື້ນຖານຄວາມຮັບຮູ້, ເຂົ້າໃຈດັ່ງກ່າວ ເຮັດໃຫ້ມະຫາຊົນຜູ້ ທີ່ຈະເຂົ້າເປັນສະມາຊິກພັກ ຕັ້ງໜ້າເຝິກ
ຝົນຫຼໍ່ຫຼອມຕົນເອງໃຫ້ມີມາດຕະຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະໝັກໃຈເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ເພື່ອເພີ່ມກຳລັງແຮງສູ້ຮົບໃຫ້ແກ່ພັກນັບມື້ ຫຼາຍຂຶ້ນ; ທັງເປັນການຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI, ເຮັດໃຫ້ບາດກ້າວຂັ້ນຕອນໃນການຂະຫຍາຍພັກ ມີຄຸນນະພາບ ແລະ ເປັນແບບຢ່າງໃຫ້ແກ່ມະຫາຊົນຜູ້ກ້າວໜ້າໃນຮຸ່ນຕໍ່ໆໄປ.
ໂດຍ: ສາຍຄຳ ພອນມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















