ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 14 ກໍລະກົດ 2026

  

ມອບ-ຮັບ ໜ້າທີ່ ຂັ້ນ​ບັນຊາ ພະແນກການ ທີ່​ຂຶ້ນ​ກັບ ທະຫານ​ເມືອງ​ຍອດ​ອູ ແຂວງ​ຜົ້ງ​ສາລີ
ເວລາອອກຂ່າວ: 2026-06-17 08:59:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 127 | ຄວາມນິຍົມ:



ວັນ​ທີ 8 ມິຖຸນາ 2026, ຢູ່​ທີ່ ກອງ​ບັນຊາ​ການ​ທະຫານ​ເມືອງ​ຍອດ​ອູ, ແຂວງ​ຜົ້ງ​ສາລີ ໄດ້​ຈັດ​ພິທີ​ມອບ-ຮັບ ໜ້າທີ່ ຂັ້ນ​ບັນຊາ ແລະ ບັນດາ​ພະແນກການ​ທີ່​ຂຶ້ນ​ກັບ, ໂດຍ​ການ​ເປັນ​ປະທານ​ຂອງສະຫາຍ ສົມ​ຫວັງ ສຸ່ມ​ວິໄລ ເຈົ້າເມືອງ ເມືອງ​ຍອດ​ອູ, ມີ​ສະຫາຍ ພັນ​ໂທ ຄຳ​ຂັນ ພົມມາ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ເມືອງ​ຍອດ​ອູ, ຄະນະ​ພັກ-ຄະນະ​ບັນຊາ ກົມ​ກອງ ແລະ ພະແນກການ​ທີ່​ກ່ຽວຂ້ອງ ເຂົ້າ​ຮ່ວມ ສະຫາຍ ພັນ​ໂທ ຫຸງ​ແອນ ຈຳປາ ຮອງ​ຫົວໜ້າ​ການເມືອງ ກອງ​ບັນຊາ​ການເມືອງ​ຍອດ​ອູ (ຜູ້​ເກົ່າ) ໄດ້​ຜ່ານ​ບົດ​ສະຫຼຸບ ແລະ ບົດ​ບັນ​ທືກ ມອບ-ຮັບ​ວຽກ​ງານ​ການເມືອງ; ໂດຍ​ມອບ​ໃຫ້ ສະຫາຍ ພັນ​ໂທ ແປງ​ຈ້ອຍ ອິນ​ຕະ ຮັບ​ໜ້າທີ່​ເປັນ​ຮອງ​ຫົວໜ້າ​ການເມືອງ(ຜູ້​ໃໝ່); ສະຫາຍ ພັນ​ໂທ ແປງ​ຈ້ອຍ ອີນ​ຕະ ຫົວໜ້າ​ພະ​ແນກ​ພະລາທິການ(ຜູ້​ເກົ່າ) ກໍ​ໄດ້​ຜ່ານ​ບົດ​ສະຫຼຸບ ແລະ ບົດ​ບັນທຶກ​ມອບ-ຮັບ​ໜ້າທີ່; ໂດຍ​ມອບ​ໃຫ້​ສະຫາຍ ພັນ​ຕີ ບູນ​ທີດ ກັນ​ໃຈ ເປັນ​ຫົວໜ້າ​ພະ​ແນກ​ພະ​ລາ​ທີ​ການ(ຜູ້​ໃໝ່) ແລະ ສະຫາຍ ພັນ​ໂທ ຄຳ​ຜ່ອຍ ອີນ​ຕະ ຫົວໜ້າ​ຫ້ອງການ​ບໍ​ລີ​ຫານ (ຜູ້​ເກົ່າ) ໄດ້​ຜ່ານ​ບົດ​ສະຫຼຸບ ແລະ ບົດ​ບັນທຶກ​ມອບ-ຮັບ​ວຽກ​ງານ​ໂດຍ​ມອບ​ໃຫ້ ສະຫາຍ ພັນ​ໂທ ຊາຍ​ຄຳ ສີ​ທີ​ວົງ ເປັນ​ຫົວໜ້າ​ພະ​ແນກ​ຫ້ອງການ​ບໍ​ລີ​ຫານ(ຜູ້​ໃໝ່), ທັງ​ນີ້ ກໍ​ເພື່ອ​ເປັນ​ການ​ປັບປຸງ​ກົງຈັກ​ການຈັດຕັ້ງ​ຂັ້ນ ນຳພາ-ບັນຊາ ໃຫ້​ມີ​ຄວາມ​ໜັກ​ແໜ້ນ ເຂັ້ມແຂງ ແລະ ສອດຄ່ອງ​ກັບ​ແນວທາງ​ຂອງ​ພັກ-ລັດ​ໃນ​ໄລຍະ​ໃໝ່, ເພື່ອ​ເຮັດ​ສຳເລັດ​ໜ້າທີ່ ຕາມ​ທິດ​ຊີ້​ນຳ​ຂອງ​ຂັ້ນ​ເທິງ​ວາງ​ອອກ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ສະຫາຍ ສົມ​ຫວັງ ສຸ່ມ​ວິໄລ ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ສະຫາຍ ຜູ້​ທີ່​ໄດ້​ຮັບ​ໜ້າທີ່​ໃໝ່ ຈົ່ງ​ຕັ້ງໜ້າ​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ໃຫ້​ກາຍເປັນ​ພະນັກງານ​ຫຼັກ​ແຫຼ່ງ ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ ເອົາໃຈໃສ່​ກຳ​ແໜ້ນ​ຕໍ່​ວິຊາ​ສະເພາະ​ໃຫ້​ມີ​ຄວາມ​ເຂັ້ມແຂງ​ຮອບດ້ານ, ເສີມ​ຂະຫຍາຍ​ດ້ານ​ດີ ແກ້​ໄຂ​ດ້ານ​ ອ່ອນ ແລະ ເປັນ​ແບບຢ່າງ​ທີ່​ດີ​ໃຫ້​ແກ່​ພະນັກງານ-ນັກຮົບ, ເຕົ້າໂຮມ​ຄວາມ​ສາມັກຄີ​ພາຍ​ໃນ​ເປັນ​ໝູ່​ຄະນະ ເພື່ອ​ນຳພາ​ກໍ່ສ້າງ​ກົມ​ກອງ ໃຫ້​ມີ​ລະບຽບ​ແບບແຜນ ແລະທັນ​ສະໄໝ. ໂດຍ: ສົມ​ໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ