ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ກໍລະກົດ 2026

  

ກອງຮ້ອຍ​ທະຫານ​ຊາຍ​ແດນ 113 ເຊື່ອມ​ຊຶມ​ຜົນສຳເລັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຂັ້ນ​ຕ່າງໆຂອງ​ພັກ ແລະ ຮັບ​ໃບຢັ້ງຢືນ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ
ເວລາອອກຂ່າວ: 2026-06-17 09:05:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 171 | ຄວາມນິຍົມ:



ວັນ​ທີ 11 ມິ​ຖຸ​ນາ 2026 ຜ່ານມາ​ນີ້, ກອງຮ້ອຍ​ທະຫານ​ຊາຍ​ແດນ 113 ໄດ້​ເຜີຍແຜ່​ເຊື່ອມ​ຊຶມ​ຜົນສຳເລັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຂັ້ນ​ຕ່າງໆ​ຂອງ​ພັກ ແລະ ຮັບ​ໃບຢັ້ງຢືນ​ໜ່ວຍ​ພັກ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ປະຈຳ​ປີ 2024 ແລະ ປີ 2025, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນເອກ ບຸນ​ຈັນ ທອງ​ອ່ອນ​ປະເສີດ ຫົວໜ້າ​ຫ້ອງ​ພະລາທິການກອງ​ບັນຊາ​ການ​ທະ ຫານ​ແຂວງ​ຜົ້ງ​ສາລີ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ກົມ​ກອງ, ນາຍ ແລະ ພົນທະຫານ​ເຂົ້າ​ຮ່ວມ. ໃນ​ກອງ​ປະຊຸມສະຫາຍປະ ທານ​ໄດ້​ເຜີຍແຜ່​ເອກະສານຜົນ ສຳເລັດ​ມະຕິ​ກອງ​ປະຊຸມ​ໃຫຍ່ຜູ້​ ແທນ​ທົ່ວ​ປະເທດ ​ຄັ້ງ​ທີ XII ຂອງ​ພັກ, ເຊື່ອມ​ຊຶມ​ຜົນສຳເລັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ VI ຂອງ​ອົງຄະ​ນະ​ພັກ​ກະຊວງປ້ອງກັນ ​ປະເທດ, ຜົນສຳເລັດ​ມະຕິ​ກອງ​ ປະຊຸມ​ໃຫຍ່ ຄັ້ງ​ທີ XII ຂອງ ອົງຄະ​ນະ​ພັກ​ແຂວງ. ຈາກນັ້ນ, ສະຫາຍ ພັນ​ໂທ ເພັງ ວິໄລ ຫົວ ໜ້າ​ການເມືອງ ກອງຮ້ອຍ​ທະ ຫານ​ຊາຍ​ແດນ 113 ໄດ້​ຂຶ້ນ​ຜ່ານ​ບົດ​ສະຫຼຸບ​ການ​ກໍ່ສ້າງ​ໜ່ວຍ​ພັກ​ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ປະຈຳ​ປີ 2024, ປີ 2025 ແລະ ທິດ​ທາງ​ແຜນການ​ປະຈຳ​ປີ 2026. ເຊິ່ງ​ຄະນະ​ໜ່ວຍ​ພັກ​ໄດ້​ນຳ​ເອົາ​ມະຕິ​ຄຳ​ສັ່ງ​ຂອງ​ຄະນະ​ພັກ​ຂັ້ນ​ເທິງ​ກົດ​ລະບຽບ​ຂອງ​ພັກ​ມາ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ເຜີຍແຜ່​ໃຫ້​ສະມາຊິກ​ພັກ, ນາຍ ແລະ ພົນທະຫານ​ໃຫ້​ຮັບ​ຮູ້​ເຂົ້າໃຈ​ຢ່າງ​ເລິກ​ເຊິ່ງ ແລະ ທົ່ວ​ເຖິງ​ພາຍໃນ ​ໜ່ວຍ​ພັກ, ດ້ານ​ການເມືອງ​ແນວ​ຄິດ​ສະມາຊິກ​ພັກ​ແຕ່​ລະ​ສະຫາຍ​ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ​ທີ່​ຖືກຕ້ອງ​ມີ​ຄວາມ​ຈົ່ງ​ຮັກ​ພັກດີຕໍ່​ ອຸດົມ​ການ​ຂອງ​ພັກ, ມີ​ນໍ້າໃຈ​ເສຍ ສະຫຼະ​ຮັບ​ໃຊ້​ຊາດ​ຮັບ​ໃຊ້​ປະຊາ ຊົນ​ຢ່າງ​ສຸດ​ໃຈ, ຮູ້​ຈຳແນກ​ໄດ້​ມິດ​ສັດຕູ​ຢ່າງ​ຈະແຈ້ງ​ບໍ່​ຫວັນ​ໄຫວ​ຄອນ​ແຄນ​ຕໍ່​ສະພາບ​ການ​ຕ່າງໆ​ທີ່​ຈະ​ເກີດ​ຂຶ້ນ, ເດັດດ່ຽວ​ຕ້ານ​ທຸກ​ກົນອຸບາຍ​ມ້າງເພ​ທຳລາຍ​ຂອງ​ສັດຕູ ແລະ ກຸ່ມ​ຄົນ​ບໍ່​ດີ ເປັນ​ເຈົ້າ​ການ​ປົກ​ປ້ອງ​ແນວທາງ​ອຸດົມ​ການ​ຂອງ​ພັກ, ຕໍ່ຕ້ານ​ສິ່ງ​ຕ່າງໆ​ທີ່​ຈະ​ເກີດ​ຂຶ້ນ​ພາຍ​ໃນ​ໜ່ວຍ​ພັກ​ເປັນ​ຢ່າງ​ດີ, ຄະນະ​ໜ່ວຍ​ໄດ້​ສຶກ​ສາ​ອົບຮົມ​ພະນັກງານ​ສະມາຊິກ​ພັກ​ມີ​ສະຕິ​ຕໍ່​ການຈັດຕັ້ງ​ປະຕິບັດ​ຢ່າງ​ເຂັ້ມ​ງວດ​ຕາມ 5 ຫຼັກການ 3 ທິດ​ນຳ​ໃນ​ການ​ກໍ່ສ້າງ ແລະ ປັບປຸງ​ພັກ, ຄະນະ​ໜ່ວຍ​ພັກ ສະ ມາຊິກ​ພັກ​ໄດ້​ເປັນ​ເຈົ້າ​ການ​ຍົກ​ສູງ​ໜ້າທີ່​ຄວາມ​ຮັບຜິດຊອບ ​ໂດຍ​ບໍ່​ໄດ້​ເລືອກ​ວຽກ​ໜັກ​ວຽກ​ເບົາ​ວຽກ​ຫຍຸ້ງຍາກ​ສັບສົນ​ບໍ່​ໄດ້​ຈົ່ມ​ວ່າ​ຄຽງ​ຄູ່​ກັບ​ການ​ຕັດສິນ​ໃຈ​ສູງ​ເຮັດ​ແທ້​ທຳ​ຈິງ ແລະ ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່​ວຽກ​ງານ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ຈາກ​ຂັ້ນ​ເທິງ​ໃນ​ແຕ່​ລະ​ໄລຍະ​ເປັນ​ຢ່າງ​ດີ. ພ້ອມ​ດຽວ​ກັນ​ນັ້ນ, ສະຫາຍ ພັນ​ໂທ ໄຊ​ແກ້ວ ພົນ​ຮຸ່ງ​ເລີດ ຫົວໜ້າ​ພະ​ແນກ​ກວດກາ ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ ໄດ້​ຜ່ານ​ມະຕິ​ຕົກລົງ ວ່າ​ດ້ວຍ​ການ​ອະນຸມັດ​ມອບ​ໃບຢັ້ງຢືນ ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ປະຈຳ​ປີ 2024 ແລະ ປີ 2025 ໃຫ້​ແກ່​ໜ່ວຍ​ພັກ​ກອງຮ້ອຍ​ທະຫານ​ຊາຍ​ແດນ 113 ຕື່ມ​ອີກ. ຂ່າວ: ນາງ ສຸ​ນາລີ ອຸ່ນ​ວີ​ໄຊ ພາບ: ຄໍ 113



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ