ຄະນະໂຄສະນາອົບຮົມສູນກາງພັກ ສຳມະນາວິທະຍາສາດສື່ມວນຊົນ ພາຍໃຕ້ຫົວຂໍ້ "ພັດທະນາວຽກງານສື່ມວນຊົນ ໄປສູ່ຄຸນນະພາບໃໝ່ ຢ່າງແຂງແຮງ"
ເວລາອອກຂ່າວ: 2026-06-17 09:24:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 557 | ຄວາມນິຍົມ: ![]()
ໃນວັນທີ 16 ມິຖຸນາ 2026 ນີ້, ຄະນະໂຄສະນາອົບຮົມ ສູນກາງພັກ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດສື່ມວນຊົນ ພາຍໃຕ້ຫົວຂໍ້: “ພັດທະນາວຽກງານສື່ມວນຊົນ ໄປສູ່ຄຸນ ນະພາບໃໝ່ ຢ່າງແຂງແຮງ”, ໂດຍການເປັນປະທານຂອງ ສະຫາຍ ປອ ຄໍາພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າ ໂຄສະນາອົບຮົມ ສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ, ທັງເປັນຜູ້ປະຈຳການຄະນະຮັບຜິດຊອບກະກຽມດໍາເນີນກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ 1, ມີບັນດາ ຄະນະນໍາ, ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ພະນັກງານວິຊາການເຂົ້າຮ່ວມ.
ສະຫາຍ ປອ ຄໍາມອນ ຈັນທະຈິດ ກຳມະການສໍາຮອງສູນກາງພັກ, ຮອງຫົວໜ້າ ໂຄສະນາອົບຮົມສູນກາງພັກ ໄດ້ຂຶ້ນຜ່ານບົດລາຍງານສະຫຼຸບຕີລາຄາການເຄື່ອນໄຫວວຽກງານສື່ມວນຊົນໃນໄລຍະທີ່ຜ່ານມາ ພ້ອມທັງຜ່ານ ທິດທາງແຜນການພັດທະນາໃນຕໍ່ໜ້າ. ກອງປະຊຸມຄັ້ງນີ້ ໄດ້ຮ່ວມກັນຕີລາຄາສູງຕໍ່ພາລະບົດບາດ ແລະ ຜົນສໍາເລັດ ອັນພົ້ນເດັ່ນໃນຕະຫຼອດໄລຍະຜ່ານມາ ເຊິ່ງສື່ມວນຊົນລາວໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງຮອບດ້ານ ທັງສີ່ສິ່ງພິມ, ສື່ ເອເລັກໂຕຣນິກ ແລະ ສື່ອອນລາຍ; ເຮັດໜ້າທີ່ເປັນກະບອກສຽງອັນແຫຼມຄົມ, ເປັນເຄື່ອງມືທາງດ້ານການເມືອງ- ແນວຄິດ ທີ່ຄຽງບ່າຄຽງໄຫຼ່ກັບຂະບວນການປະຕິວັດ, ສ້າງສາຍພົວພັນອັນສະໜິດແໜ້ນລະຫວ່າງພັກກັບປະຊາຊົນ, ທັງເປັນກຳລັງຫຼັກແຫຼ່ງໃນການຕອບໂຕ້ ແລະ ຕີຖອຍຖ້ອຍທຳນອງບິດເບືອນຂອງກຸ່ມຄົນບໍ່ດີຢ່າງທັນການ. ຜົນງານ ອັນພົ້ນເດັ່ນໃນໄລຍະ 5 ປີຜ່ານມາ, ສາມາດຄົ້ນຄວ້າ ແລະ ອອກບັດນັກຂ່າວໄດ້ 900 ກວ່າບັດ ພ້ອມທັງຂຶ້ນ ທະບຽນໜ້າຂ່າວອອນລາຍຂອງພາກລັດ ແລະ ເອກະຊົນໄດ້ຫຼາຍກວ່າ 200 ໜ້າຂ່າວ.
ສໍາລັບແຜນການພັດທະນາວຽກງານສື່ມວນຊົນໃນຕໍ່ໜ້າ ແມ່ນຈະສຸມໃສ່ 6 ວຽກງານຈຸດສຸມ ຄື: ການ ປ່ຽນແປງຈິນຕະນາການໃໝ່ຕາມຄໍາໂອ້ລົມຂອງ ສະຫາຍເລຂາທິການໃຫຍ່ທີ່ວ່າ: “ສື່ມວນຊົນແມ່ນຜູ້ປາກອອກ ແສງ, ຜູ້ທີ່ແທງເຖິງໃຈ, ຜູ້ສະດຸ້ງໄວເມື່ອໄດ້ອ່ານ, ຜູ້ກ້າຜ່ານອຸປະສັກ, ຜູ້ທີ່ມັກຄວາມຈິງ, ຜູ້ຍິງຖືກຕ້ອງ” ແລະ ກ້າ ຫັນໄປສູ່ກົນໄກບໍລິຫານທີ່ກຸ້ມຕົນເອງ”, ສ້າງຕັ້ງໜ່ວຍງານຕອບໂຕ້ໄວເພື່ອຕ້ານຂ່າວປອມ, ຍົກລະດັບທັກສະດິຈິ ຕອນ ແລະ AI ຄູ່ທິດສະດີການເມືອງ, ເພີ່ມທະວີຄວາມເຂັ້ມງວດດ້ານກົດໝາຍ ແລະ ຈັນຍາບັນນັກຂ່າວ, ປັບປຸງກົນ ໄກບໍລິຫານ 5 ພາກສ່ວນເພື່ອຫັນໄປສູ່ການກຸ້ມຕົນເອງດ້ານງົບປະມານ ແລະ ເລັ່ງຮັດແໜ້ນການຮ່ວມມືດ້ານສື່ມວນ ຊົນຮ່ວມກັບ ສສ ຫວຽດນາມ ໄລຍະປີ 2026-2030.
ຈາກນັ້ນ ບັນດາຜູ້ເຂົ້າຮ່ວມກອງປະຊຸມ ແລະ ນັກວິຊາການດ້ານສື່ມວນຊົນ ໄດ້ພ້ອມກັນຕີລາຄາຄືນເຖິງຜົນງານ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການເຄື່ອນໄຫວວຽກງານສື່ມວນຊົນໃນໄລຍະຜ່ານມາ. ຜູ້ເຂົ້າຮ່ວມໄດ້ສຸມໃສ່ປຶກສາຫາລືຢ່າງເລິກເຊິ່ງ ກ່ຽວກັບການຫັນປ່ຽນທາງດ້ານເນື້ອໃນ ແລະ ຮູບການນຳສະເໜີຂ່າວສານ ໃຫ້ມີຄວາມທັນສະໄໝ, ວ່ອງໄວ, ຊັດເຈນ ແລະ ເຕັມໄປດ້ວຍຄຸນນະພາບ ເພື່ອຮັບປະກັນການສະໜອງຂໍ້ມູນຂ່າວສານທີ່ຖືກຕ້ອງ, ເຊື່ອຖືໄດ້ ແລະ ມີລັກສະນະສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສັງຄົມ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















