ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ກໍລະກົດ 2026

  

ເຜີຍແຜ່ກົດລະບຽບຂອງກອງທັບ ໃຫ້ພະນັກງານຫຼັກແຫຼ່ງ ກົມກອງອ້ອມຂ້າງນະຄອນຫຼວງວຽງຈັນ
ເວລາອອກຂ່າວ: 2026-06-17 09:52:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 653 | ຄວາມນິຍົມ:



ວັນທີ 16 ມິຖຸນາ 2026 ນີ້, ທີ່ສະໂມສອນກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມ ເຜີຍແຜ່ກົດລະບຽບຂອງກອງທັບປະຊາຊົນລາວ ໃຫ້ພະນັກງານຫຼັກແຫຼ່ງ ກົມກອງອ້ອມຂ້າງນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ກົມ, ກອງ, ຫ້ອງການ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ກົມກອງອ້ອມຂ້າງນະຄອນຫຼວງ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພົນຕີ ວັນທອງ ບຸດຕະວົງ ໄດ້ເຜີຍແຜ່ກົດລະບຽບຂອງກອງທັບປະຊາຊົນລາວ ໂດຍຈຸດປະສົງຂອງການເຜີຍແຜ່ກົດລະບຽບໃນຄັ້ງນີ້ ເພື່ອເຮັດໃຫ້ນາຍ ແລະ ພົນທະຫານ ໄດ້ເຊື່ອມຊຶມ, ກຳແໜ້ນ ຕໍ່ບັນດາຂໍ້ກຳນົດກົດລະບຽບຂອງກອງທັບປະຊາຊົນລາວ ເພື່ອພ້ອມກັນຕັ້ງໜ້າປັບປຸງ, ແກ້ໄຂ ແລະ ປະຕິບັດໃຫ້ຖືກຕ້ອງຕາມລະບຽບການຂອງທັບປະຊາຊົນລາວ ຢ່າງເຂັ້ມງວດ. ໃນນັ້ນ, ປະກອບມີ 16 ພາກ 299 ມາດຕາ ການຈັດຕັ້ງເຄື່ອນໄຫວປະຕິບັດໜ້າທີ່ປັບປຸງກໍ່ສ້າງກຳລັງຢ່າງເປັນເອກະພາບ ກາຍເປັນກໍາລັງແຮງສັງລວມໃຫ້ກອງທັບ ສາມາດເຮັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ, ທັງເປັນເຂັມທິດການປັບປຸງກໍ່ສ້າງ ກອງທັບປະຊາຊົນລາວໃຫ້ໜັກແໜ້ນເຂັ້ມແຂງ, ເປັນກອງທັບປະຕິວັດທີ່ມີແບບແຜນທັນສະໄໝ, ຮັບປະກັນໃຫ້ປະເທດຊາດມີຄວາມສະຫງົບ ແລະ ມີບາດກ້າວເຕີບໃຫຍ່ຢ່າງໜັກແໜ້ນ. ໂດຍ: ນາງ ສຸພາພອນ ລາດສີເມືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ