ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ກໍລະກົດ 2026

  

ກົມກົດໝາຍສຳເລັດ ການໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍສານທະຫານ (ສະບັບປັບປຸງ) ຢູ່ ວຕກ
ເວລາອອກຂ່າວ: 2026-06-17 09:54:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 637 | ຄວາມນິຍົມ:



ວັນທີ 16 ມິຖຸນາ 2026 ນີ້, ກົມກົດໝາຍ ກົມໃຫຍ່ການເມືອງກອງທັບ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ວ່າດ້ວຍສານທະຫານ (ສະບັບປັບປຸງ) ຢູ່ທີ່ວິທະຍາຄານເຕັກນິກການທະຫານ ປວຕກ), ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ບົວສີ ສີວົງສາ ຫົວໜ້າກົມກົດໝາຍ ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ລຽນວິໄລ ພັນທອງ ຫົວໜ້າການເມືອງ ວຕກ, ມີຄະນະພັກ-ຄະນະອຳນວຍການ, ຕະຫຼອດຮອດພະນັກງານຫຼັກແຫຼ່ງ ທົ່ວວິທະຍາຄານເຂົ້າຮ່ວມຮັບຟັງ. ສະຫາຍ ພັນໂທ ນາງ ພິມນະພາ ພວງສາວະດີ ຮອງຫົວໜ້າພະແນກໂຄສະນາເຜີຍແຜ່ກົດໝາຍ ກົມກົດໝາຍ ໄດ້ຜ່ານກົດໝາຍວ່າດ້ວຍສານທະຫານ (ສະບັບປັບປຸງ) ມີ 10 ພາກ, 5 ໝວດ, 71 ມາດຕາ ໂດຍເນື້ອເອກະສານຈແມ່ນເພື່ອກຳນົດຫຼັກການ, ລະບຽບ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ ແລະ ການຕິດຕາມກວດກາ ວຽກງານສານທະຫານເພື່ອຮັບປະກັນການປະຕິບັດໜ້າທີ່ຂອງສານທະຫານໃຫ້ມີປະສິດທິພາບ, ປະສິທິຜົນ ແລະ ເຮັດໃຫ້ການພິຈາລະນາ, ພິພາກສາຄະດີອາຍາມີຄວາມວ່ອງໄວ, ໂປງໃສ, ພາວະວິໄສ, ຖືກຕ້ອງ ແລະ ຍຸຕິທຳແນໃສ່ປົກປ້ອງຜົນປະໂຫຍດຂອງກອງທັບ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງນາຍ ແລະ ພົນທະຫານ, ກຳມະກອນ, ພາລະກອນ ແລະ ກຳລັງສຳຮອງໃນເວລາປະຕິບັດໜ້າທີ່ປ້ອງກັນຊາດ, ເຮັດໃຫ້ກອງທັບມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມໜັກແໜ້ນ, ເຂັ້ມແຂງທາງດ້ານກົດໝາຍ ແລະ ມີແບບແຜນທັນສະໄໝປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດ ທັງນີ້ ກໍເພື່ອແນໃສ່ເຮັດໃຫ້ນາຍທະຫານຢູ່ວິທະຍາຄານເຕັກນິກການທະຫານຮັບຮູ້, ເຂົ້າໃຈກ່ຽວກັບກົດໝາຍວ່າດ້ວຍສານທະຫານ (ສະບັບປັບປຸງ) ຢ່າງທົ່ວເຖິງ. ໂອກາດນີ້ ສະຫາຍ ພົນຈັດຕະວາ ບົວສີ ສີວົງສາ ຍັງໄດ້ມອບປຶ້ມກົດໝາຍວ່າ ດ້ວຍສານທະຫານ(ສະບັບປັບປຸງ) ປີ 2023 ຈຳນວນ 50 ຫົວໃຫ້ວິທະຍາຄານຄານເຕັກນິກການທະຫານ ໂດຍການກ່າວຮັບຂອງຄະນະພັກ-ຄະນະອຳນວຍການ. ໂດຍ: ເພັດນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ