ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 14 ກໍລະກົດ 2026

  

ໂຮງຮຽນນາຍສິບເຫຼົ່າຮົບ ຕັ້ງໜ້າຫັດແອບສວນສະໜາມ ກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ບັ້ນປິດຊຸດຮຽນນາຍສິບ 3 ເຫຼົ່າຮົບ ຊຸດທີ II
ເວລາອອກຂ່າວ: 2026-06-17 10:30:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 504 | ຄວາມນິຍົມ:



ເພື່ອເຮັດໃຫ້ບັ້ນປິດຮຽນ ແລະ ມອບ-ຮັບ ໃບປະກາສະນິຍະບັດ ໃຫ້ແກ່ນັກຮຽນນາຍສິບ 3 ເຫຼົ່າຮົບ ລະບົບ 1 ປີ ຊຸດທີ II ດຳເນີນໄປຢ່າງມີຄວາມໝາຍ, ຄວາມສຳຄັນ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງ່າງາມສົມກັບເປັນກຳລັງຫຼັກແຫຼ່ງ ຂອງກອງທັບ, ໂຮງຮຽນນາຍສິບເຫຼົ່າຮົບ ໄດ້ຕັ້ງໜ້າຫັດແອບສວນສະໜາມ ກະກຽມຄວາມພ້ອມຮອບດ້ານ, ໂດຍການເຂົ້າຮ່ວມຮັບຊົມຂອງ ສະຫາຍ ພົນຈັດຕະວາ ພູວຽງ ສອນສົມໃຈ ຫົວໜ້າການທະຫານ ໂຮງຮຽນນາຍສິບເຫຼົ່າຮົບ, ມີຄະນະພັກ-ຄະນະອຳນວຍການ, ຄະນະຊີ້ນຳ, ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກຮຽນນາຍສິບ ເຂົ້າຮ່ວມ. ປັດຈຸບັນ ໂຮງຮຽນນາຍສິບເຫຼົ່າຮົບ ແມ່ນພວມສຸມທຸກສະຕິປັນຍາ ແລະ ເຫື່ອແຮງເຂົ້າໃນການຕັ້ງໜ້າເຝິກຊ້ອມ, ຫັດແອບສວນສະໜາມ ແລະ ຫັດແອບຂັ້ນຕອນການຮັບໃບປະກາສະນິຍະບັດ ຢ່າງຂະຫຍັນຂັນແຂງ ເພື່ອກະກຽມໃຫ້ແກ່ບັ້ນປິດຮຽນດັ່ງກ່າວ ທີ່ຈະໄດ້ຈັດຂຶ້ນຢ່າງເປັນທາງການໃນ ວັນທີ 19 ມິຖຸນາ 2026 ນີ້, ເຊິ່ງຖືເປັນຂີດໝາຍອັນສຳຄັນໃນການທົບທວນ ແລະ ປະເມີນຜົນສຳເລັດ ຂອງການຮຽນ-ການສອນ, ການເຝິກຝົນຫຼໍ່ຫຼອມທາງດ້ານສິລະປະຍຸດ, ຍຸດທະວິທີ, ການເມືອງ ແລະ ແນວຄິດ ຂອງນັກຮຽນນາຍສິບຕະຫຼອດໄລຍະຜ່ານມາ. ເຊິ່ງການຫັດແອບສວນສະໜາມ: ເນັ້ນໃສ່ຄວາມພ້ອມພຽງ, ຄວາມເຂັ້ມແຂງ, ຄວາມສະຫງ່າງາມ ແລະ ຄວາມເປັນເອກະພາບຂອງແຕ່ລະຈຸ, ແຕ່ລະກ້ອນ ບົນພື້ນຖານລະບຽບຮູບແຖວຂອງກອງທັບປະຊາຊົນລາວ ແລະ ການຫັດແອບຮັບໃບປະກາສະນິຍະບັດ: ແມ່ນເນັ້ນໃສ່ທ່າທາງ, ຈັງຫວະກ້າວຍ່າງ ແລະ ຂັ້ນຕອນພິທີການຕ່າງໆ ໃຫ້ມີຄວາມລະອຽດ, ຖືກຕ້ອງ, ຄ່ອງແຄ່ວ ແລະ ສົມກຽດ. ຜ່ານການກວດກາ ແລະ ຕິດຕາມຢ່າງໃກ້ຊິດ ຈາກຄະນະຮັບຜິດຊອບ ເຫັນວ່າ: ອ້າຍນ້ອງນັກຮຽນນາຍສິບທຸກສະຫາຍ ຕ່າງກໍມີຄວາມຕັ້ງໜ້າ, ມີຄວາມຮັບຜິດຊອບສູງ, ສາມາດກຳແໜ້ນບັນດາທ່າທາງ ແລະ ຂັ້ນຕອນຕ່າງໆ ໄດ້ເປັນຢ່າງດີ, ມີສະພາບຈິດໃຈໜັກແໜ້ນ ແລະ ພ້ອມແລ້ວ 100% ທີ່ຈະເຂົ້າສູ່ພິທີປິດຮຽນ ທີ່ຈະມາເຖິງນີ້ ດ້ວຍຜົນສຳເລັດອັນຈົບງາມ. ການກຽມຄວາມພ້ອມຮອບດ້ານ ໃນຄັ້ງນີ້, ບໍ່ພຽງແຕ່ເປັນການສະແດງໃຫ້ເຫັນເຖິງຄວາມເປັນລະບຽບວິໄນອັນເຂັ້ມງວດຂອງໂຮງຮຽນນາຍສິບເຫຼົ່າຮົບເທົ່ານັ້ນ, ແຕ່ຍັງເປັນການຢັ້ງຢືນເຖິງຄຸນນະພາບໃນການກໍ່ສ້າງກຳລັງພົນ ເພື່ອອອກໄປຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ ແລະ ປົກປັກຮັກສາໝາກຜົນຂອງການປະຕິວັດ ໃຫ້ມີຄວາມໝັ້ນຄົງທະນົງແກ່ນຕະຫຼອດໄປ. ຂ່າວ: ສົມຮັກ ຈັນທະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ