ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ກົມໃຫຍ່ເສນາທິການກອງທັບປະກາດເລື່ອນຊັ້ນ, ທຽບຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2018-11-25 13:05:16 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 1687 | ຄວາມນິຍົມ:



ໃນວັນທີ 21 ພະຈິກ 2018 ນີ້, ກົມໃຫຍ່ເສນາທິການກອງ ທັບໄດ້ຈັດພິທີປະກາດເລື່ອນ ຊັ້ນ, ທຽບຊັ້ນໃຫ້ນາຍທະຫານ ໂດຍການເຂົ້າຮ່ວມເປັນປະທານ ຂອງ ທ່ານ ພົນຕີ ຈັນທອງ ສອນ ຕະອາດ ຄະນະພັກກະຊວງປ້ອງ ກັນປະເທດ ຮອງຫົວຫນ້າກົມ ໃຫຍ່ເສນາທິການກອງທັບ, ມີ ຄະນະພັກ-ຄະນະບັນຊາ, ພະນັກ ງານນາຍທະຫານທີ່ໄດ້ຮັບການ ເລື່ອນຊັ້ນເຂົ້າຮ່ວມ. ໃນພິທີພັນເອກ ກອງແກ້ວ ວໍລະຈິດ ຄະນະພັກອົງການກົມ ໃຫຍ່ ຫົວຫນ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະ ຊວງປ້ອງກັນປະເທດວ່າດ້ວຍ ການເລື່ອນຊັ້ນ, ທຽບຊັ້ນໃຫ້ ນາຍທະຫານ ຢູ່ກົມໃຫຍ່ເສນາທິ ການກອງທັບ ເຊິ່ງຜູ້ທີ່ໄດ້ຮັບ ການເລື່ອນຊັ້ນຄັ້ງນີ້ມີຈຳນວນ 87 ສະຫາຍ. ໂອກາດນີ້, ທ່ານ ພົນຕີ ຈັນ ທອງ ສອນຕະອາດ ໄດ້ໂອ້ລົມ ສະແດງຄວາມຊົມເຊີຍຕໍ່ບັນດາ ນາຍທະຫານຜູ້ທີ່ມີຜົນງານດີ ເດັ່ນ ໂດຍສະເພາະແມ່ນຜູ້ທີ່ໄດ້ ຮັບການເລື່ອນຊັ້ນໃຫມ່ ຈົ່ງພ້ອມ ກັນສືບຕໍ່ເອົາໃຈໃສ່ເຝິກຝົນຫຼໍ່ ຫຼອມຕົນເອງທາງດ້ານທິດສະ ດີການເມືອງແນວຄິດໃຫ້ຫນັກ ແຫນ້ນ ປະຕິບັດບັນດາຂໍ້ກຳນົດ ກົດລະບຽບຂອງກອງທັບໃຫ້ ເຂັ້ມງວດ ແລະ ພ້ອມກັນເຊີດຊູ ບົດບາດໃນການຈັດຕັ້ງປະຕິບັດ ຫນ້າທີ່ວຽກງານຂອງຕົນໃຫ້ມີ ຜົນສຳເລັດດີ ແລະ ອອກແຮງ ແຂ່ງຂັນສ້າງຜົນງານດ້ານຕ່າງໆ ເພື່ອຂໍ່ານັບຮັບຕ້ອນວັນບຸນປະ ຫວັດສາດສຳຄັນຂອງຊາດລາວ ເຮົາ ໂດຍສະເພາະແມ່ນວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີ ໃຫ້ເປັນຂະບວນການ ຢ່າງແຂງແຮງ ແລະ ຕໍ່ເນື່ອງ. ໂດຍ: ເກນ ວິໄລສານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ