ທຫລ ຈະສຸມໃສ່ 5 ວຽກງານບຸລິມະສິດ ແກ້ໄຂບັນຫາອັດຕາເງິນເຟີ້
ເວລາອອກຂ່າວ: 2026-07-08 14:34:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 453 | ຄວາມນິຍົມ: ![]()
ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຊີ້ແຈງຕໍ່ການຊັກຖາມ ຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ກໍລະກົດ ນີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ໂດຍໄດ້ຊີ້ແຈງບັນຫາທີ່ຕິດພັນກັບມາດຕະການແກ້ໄຂບັນຫາອັດຕາເງິນເຟີ້, ອັດຕາແລກປ່ຽນ, ການຄຸ້ມຄອງເງິນຕາຕ່າງປະເທດ ແລະ ການເຂົ້າເຖິງແຫຼ່ງທຶນ. ໃນນັ້ນ, ເພື່ອສືບຕໍ່ຄວບຄຸມອັດຕາເງິນເຟີ້ບໍ່ໃຫ້ເພີ່ມສູງຂຶ້ນ ແລະ ສູ້ຊົນປະຕິບັດຄາດໝາຍ ທີ່ສະພາແຫ່ງຊາດຮັບຮອງ ຄື: ອັດຕາເງິນເຟີ້ສະເລ່ຍໝົດປີ 2026 ບໍ່ໃຫ້ເກີນ 7% ໃນນັ້ນ, ທຫລ ຈະສຸມໃສ່ 5 ວຽກງານເປັນບຸລິມະສິດ ຄື:
1) ຈະສືບຕໍ່ຄວບຄຸມອັດຕາແລກປ່ຽນ ໃຫ້ມີຄວາມສະຫງົບ, ກຳນົດຂອບອັດຕາແລກປ່ຽນ ໃຫ້ມີຄວາມຍືດຍຸ່ນ ພ້ອມທັງ, ຮັກສາສ່ວນຕ່າງ ລະຫວ່າງ ອັດຕາຂອງທະນາຄານທຸລະກິດ (ທທກ) ແລະ ຕະຫຼາດນອກລະບົບ ໃຫ້ຫຍັບໃກ້ເຂົ້າກັນ; ຄຸ້ມຄອງ ແລະ ພັດທະນາຕະຫຼາດແລກປ່ຽນຊື້-ຂາຍເງິນຕາຕ່າງປະເທດ (ຕລຕ) ມູນຄ່າສູງ ເພື່ອເປັນຊ່ອງທາງແລກປ່ຽນເງິນຕາຕ່າງປະເທດ ລະຫວ່າງ ລູກຄ້ານິຕິບຸກຄົນລາຍໃຫຍ່ ເພື່ອຫຼຸດຜ່ອນແຮງກົດດັນຂອງກຸ່ມລູກຄ້າດັ່ງກ່າວ; ສືບຕໍ່ເກັບຊື້ ແລະ ດັດສົມເງິນຕາຕ່າງປະເທດ ໃຫ້ການນໍາເຂົ້າສິນຄ້າບຸລິມະສິດ ໂດຍສະເພາະນໍ້າມັນເຊື້ອໄຟ ແລະ ສິນຄ້າອື່ນໆ ເມື່ອເຫັນວ່າຈໍາເປັນ.
2) ຄວບຄຸມປະລິມານເງິນລວມ M2 ໃຫ້ມີຄວາມເໝາະສົມ ໂດຍການປະຕິບັດນະໂຍບາຍເງິນຕາແບບປະສົມປະສານ; ພັດທະນາເຄື່ອງມືນະໂຍບາຍໃຫ້ຄົບຖ້ວນ, ມີວິທະຍາສາດ ແລະ ສອດຄ່ອງກັບສະພາບການ ເປັນຕົ້ນ ທົບທວນ-ປະເມີນຄືນອັດຕາດອກເບ້ຍພື້ນຖານ ແລະ ປັບປຸງກົນໄກການຮັກສາເງິນແຮຝາກບັງຄັບ ໃນແຕ່ລະໄລຍະ; ສືບຕໍ່ອອກ ແລະ ຈຳໜ່າຍພັນທະບັດ ທຫລ ໄລຍະສັ້ນສະກຸນເງິນກີບ ແລະ ສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດການລວມສູນບັນຊີຄັງເງິນ (TSA) ຢູ່ ທຫລ.
3) ຄຸ້ມຄອງເງິນຕາຕ່າງປະເທດໃຫ້ເຂັ້ມງວດ ແລະ ຫັນເຂົ້າສູ່ລະບົບທະນາຄານ ໃຫ້ຫຼາຍຂຶ້ນ ໂດຍສະເພາະຄຸ້ມຄອງເງິນຕາຕ່າງປະເທດຈາກລາຍຮັບ ຈາກການສົ່ງອອກໃຫ້ບັນລຸ 75% ຂອງມູນຄ່າການສົ່ງອອກ (ບໍ່ລວມຫົວໜ່ວຍທີ່ຍົກເວັ້ນບາງມາດຕາ ຂອງກົດໝາຍຄຸ້ມຄອງເງິນຕາຕ່າງປະເທດ), ພ້ອມທັງ ຕິດຕາມກະແສເງິນຕາຈາກກຸ່ມຜູ້ລົງທຶນຕ່າງປະເທດ ໂດຍຜ່ານການເຈລະຈາ ຂອງຄະນະສະເພາະກິດ ເພື່ອໃຫ້ນັກລົງທຶນໂອນເງິນເຂົ້າມາ; ຈະສົມທົບກັບກະຊວງການເງິນ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງກ່ຽວຂ້ອງ ເພື່ອດັດສົມຫົວໜ່ວຍນໍາເຂົ້າ, ຈຳກັດໂກຕ້າການນໍາເຂົ້າ (ໂດຍແຍກເປັນ 5 ກຸ່ມສິນຄ້າບຸລິມະສິດ: ນໍ້າມັນເຊື້ອໄຟ, ຄໍາ, ພາຫະນະ, ຢາປົວພະຍາດ, ປຸ໋ຍຝຸ່ນ ແລະ ເຄື່ອງອຸປະໂພກ-ບໍລິໂພກ). ພິຈາລະນາດັດສົມເງິນຕາຕ່າງປະເທດ ໃຫ້ສະເພາະຜູ້ທີ່ໄດ້ຮັບອະນຸຍາດ ແລະ ຊຸກຍູ້ໃຫ້ ທທກ ດັດສົມເງິນຕາຕ່າງປະເທດ, ພ້ອມທັງ ຊຸກຍູ້ສົ່ງເສີມການນໍາໃຊ້ເງິນກີບໂດຍປະສານສົມທົບກັບບັນດາກະຊວງກ່ຽວຂ້ອງ ໂດຍສະເພາະການຂາຍດິນ, ຂາຍພາຫະນະ ແລະ ອື່ນໆ ໃຫ້ເປັນເງິນກີບ. ນອກຈາກນັ້ນ, ກໍຊຸກຍູ້ໃຫ້ຫົວໜ່ວຍທຸລະກິດນໍາເຂົ້າ-ສົ່ງອອກ ຫັນມານໍາໃຊ້ສະກຸນເງິນທ້ອງຖິ່ນ (ສະກຸນເງິນກີບ-ດົງ, ກີບ-ຢວນ, ກີບ-ບາດ) ເພື່ອຊຳລະຄ່າສິນຄ້າ, ການບໍລິການ ແລະ ການລົງທຶນກັບປະເທດຄູ່ຄ້າ ເພື່ອຫຼຸດຜ່ອນການເອື່ອຍອີງສະກຸນເງິນແຂງ (ສະກຸນເງິນໂດລາ) ຜ່ານ ທທກ ທີ່ໄດ້ຮັບອະນຸຍາດເປັນຜູ້ໃຫ້ບໍລິການທຸລະກຳເງິນຕາຕ່າງປະເທດຂ້າມສະກຸນໃຫ້ເພີ່ມຂຶ້ນ; ສືບຕໍ່ຄົ້ນຄວ້າປັບປຸງຮ່າງຍຸດທະສາດຄຸ້ມຄອງໜີ້ສິນຕ່າງປະເທດ ເພື່ອກະກຽມລາຍງານລັດຖະບານ, ພ້ອມທັງ ເລັ່ງປັບປຸງກົນໄກກ່ຽວກັບການກູ້ຢືມລະຫວ່າງປະເທດ ເພື່ອກຳນົດອັດຕາສ່ວນໜີ້ສິນຕໍ່ແຫຼ່ງທຶນ ແລະ ເງື່ອນໄຂເຂັ້ມງວດໃນການກູ້ຢືມລະຫວ່າງປະເທດ ແນໃສ່ຫຼຸດຜ່ອນໜີ້ສິນຈາກຕ່າງປະເທດຂອງພາກເອກະຊົນ. ນອກຈາກນີ້, ທຫລ ຈະອອກນິຕິກຳການຄຸ້ມຄອງທຸລະກິດຄໍາຢູ່ ສປປ ລາວ ໃຫ້ມີການຮັດກຸມຂຶ້ນຕື່ມ.
4) ຈະສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ຄົ້ນຄວ້າກົນໄກການກຳນົດລາຍການສິນຄ້າ ເພື່ອສ້າງໂຄງສ້າງລາຄາ ແລະ ມາດຕະການໃນການຄຸ້ມຄອງລາຄາສິນຄ້າທີ່ມີຜົນກະທົບໄວ ຕໍ່ການດໍາລົງຊີວິດປະຈຳວັນ ໂດຍສະເພາະກຸ່ມປະເພດຕົ້ນທຶນການຜະລິດສິນຄ້າ (ແນວພັນພືດ, ຝຸ່ນວິທະຍາສາດ, ຫົວອາຫານ) ແລະ ກຸ່ມປະເພດຢາປົວພະຍາດ. ນອກນີ້, ຈະສ້າງຕະຫຼາດປະມູນສິນຄ້າ ເພື່ອເພີ່ມປະສິດທິພາບ ໃນການຄຸ້ມຄອງລາຄາສິນຄ້າ.
5) ເພື່ອສືບຕໍ່ຊຸກຍູ້ການຜະລິດ: ທຫລ ຈະຊຸກຍູ້ ທທກ ໃຫ້ສະໜອງສິນເຊື່ອທີ່ມີຄຸນນະພາບ, ມີລະບົບການຄຸ້ມຄອງຮັດກຸມ, ທັນສະໄໝ, ທົ່ວເຖິງ ແລະ ມີຈຸດສຸມ. ຕໍ່ກັບນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ, ຈະສືບຕໍ່ພິຈາລະນາແຫຼ່ງທຶນ ໃຫ້ສະເພາະຫົວໜ່ວຍທີ່ຜ່ານການຄົ້ນຄວ້າ ແລະ ເຫັນດີອະນຸມັດ ຈາກຄະນະຮັບຜິດຊອບຂັ້ນແຂວງ/ນະຄອນຫຼວງ ໃນປີ 2025 ເທົ່ານັ້ນ. ສໍາລັບນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ, ຈະສືບຕໍ່ສົມທົບດອກເບ້ຍຕາມແຜນການທີ່ກຳນົດໄວ້.
ນອກນີ້, ຈະສືບຕໍ່ປະຕິບັດນະໂຍບາຍການສະໜອງສິນເຊື່ອຜ່ານກອງທຶນຕ່າງໆ ເພື່ອສົ່ງເສີມຫົວໜ່ວຍທຸລະກິດ SME ເຊັ່ນ: ສະໜອງຜ່ານກອງທຶນສົ່ງເສີມ SME ແລະ ກອງທຶນການສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ (LAFF); ຄົ້ນຄວ້າກໍານົດນະໂຍບາຍສົ່ງເສີມສິນເຊື່ອສໍາລັບສິນເຊື່ອຂະແໜງກະສິກຳ, ອຸດສາຫະກຳປຸງແຕ່ງ, ສິນເຊື່ອສໍາລັບການຜະລິດສົ່ງອອກ ແລະ ທົດແທນການນໍາເຂົ້າດ້ວຍການໝູນໃຊ້ແຫຼ່ງທຶນ ຫຼື ສະພາບຄ່ອງສ່ວນເກີນຂອງບັນດາ ທທກ ບົນພື້ນຖານ ທຫລ ຮີບຮ້ອນຄົ້ນຄວ້ານະໂຍບາຍກະຕຸ້ນຄື: ຄົ້ນຄວ້າປັບປຸງລະບຽບການກ່ຽວກັບການຈັດຊັ້ນໜີ້ ແລະ ຫັກເງິນແຮສໍາລັບ ທທກ ທີ່ສະໜອງສິນເຊື່ອຂະແໜງກະສິກຳ, ອຸດສາຫະກຳປຸງແຕ່ງ ເພື່ອທົດແທນການນໍາເຂົ້າ; ຄົ້ນຄວ້າຫຼັກການນໍາມູນຄ່າທີ່ບໍລິສັດຄໍ້າປະກັນສິນເຊື່ອ ໃຫ້ການຜະລິດກະສິກຳເປັນສ່ວນຫຼຸດ ໃນການຫັກເງິນແຮໜີ້ເສຍໄດ້, ໝາຍຄວາມວ່າ: ສາມາດເອົາມູນຄ່າທີ່ບໍລິສັດຄໍ້າປະກັນສິນເຊື່ອລົບຍອດສິນເຊື່ອ ແລ້ວຈຶ່ງເອົາມາຄິດໄລ່ເງິນແຮຈັດຊັ້ນໜີ້; ສົມທົບກະຊວງການເງິນຄົ້ນຄວ້ານໍາໃຊ້ຄັງແຮຂອງກະຊວງການເງິນເພື່ອດັດສົມດອກເບ້ຍສ່ວນໃດສ່ວນໜຶ່ງໃຫ້ຫົວໜ່ວຍທຸລະກິດ ເພື່ອຫຼຸດຜ່ອນຕົ້ນທຶນການຜະລິດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















