ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 14 ກໍລະກົດ 2026

  

ຫ້ອງການບໍລິຫານ ກມທ ປິດບັ້ນອົບຮົມວຽກງານການເມືອງ-ແນວຄິດ ປະຈຳປີ 2026
ເວລາອອກຂ່າວ: 2026-07-08 15:29:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 684 | ຄວາມນິຍົມ:



ວັນທີ 8 ກໍລະກົດ 2026 ນີ້, ຫ້ອງການບໍລິຫານ ກົມໃຫຍ່ການເມືອງກອງທັບ (ກມທ) ໄດ້ປິດບັ້ນອົບຮົມວຽກງານການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ ປະຈຳປີ 2026, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ສຸກສົມບັດ ລັດຖະຈັກ ຮອງຫົວໜ້າຫ້ອງການບໍລິຫານ ກມທ, ມີຄະນະຫ້ອງການບໍລິຫານ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ບັ້ນອົບຮົມວຽກງານການເມືອງ-ແນວຄິດ ທົ່ວຫ້ອງການບໍລິຫານ ໄດ້ດໍາເນີນມາເປັນເວລາ 2 ວັນ ເຫັນໄດ້ວ່າ: ຄະນະຮັບຜິດຊອບ ແລະ ພະນັກງານ-ນັກຮົບ ໄດ້ພ້ອມກັນສຸມສະຕິປັນຍາ, ກໍາລັງແຮງ ຜ່ານຜ່າຄວາມຫຍຸ້ງຍາກເຂົ້າຮ່ວມອົບຮົມຄັ້ງນີ້ຢ່າງພ້ອມພຽງ, ນອກນີ້ ຕ້ອງເພີ່ມທະວີການເຝີກຝົນຫຼໍ່ຫຼອມຕົນເອງຕື່ມອີກຫຼາຍບັນຫາ ເພື່ອສ້າງໃຫ້ພະນັກງານ-ນັກຮົບ ໃນກົມກອງ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ແລະ ເພື່ອນໍາເອົາບົດຮຽນ ໃນການອົບຮົມຄັ້ງນີ້ ນໍາໄປປັບປຸງພະແນກການ, ກອງ ແລະ ຂະແໜງຂອງຕົນ ໃຫ້ປະກົດຜົນເປັນຈິງ. ໂດຍ: ໜູແດງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ