ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 14 ກໍລະກົດ 2026

  

ໂຮງຮຽນ 303 ສະຫຼຸບວຽກງານຮອບດ້ານປະຈຳ 6 ເດືອນຕົ້ນປີ
ເວລາອອກຂ່າວ: 2026-07-08 16:00:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 736 | ຄວາມນິຍົມ:



ວັນທີ 8 ກໍລະກົດ 2026 ນີ້, ໂຮງຮຽນ 303 ໄດ້ສະຫຼຸບວຽກງານຮອບດ້ານປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ບົວຄຳ ສາມາວົງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພັນເອກ ຄຳແສງ ແກ້ວດວງດີ ຮອງຫົວໜ້າກົມ 49, ມີຜູ້ຕາງໜ້າຈາກພະແນກນະໂຍບາຍ, ພະແນກຈັດຕັ້ງພັກ, ພະແນກຊາວພະໝຸ່ມ ຫອ້ງການເມືອງ, ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນເອກ ສະຫມຽນ ເມກປະເສີດ ຫົວໜ້າການທະຫານ ໂຮງຮຽນ 303 ໄດ້ຜ່ານບົດສະຫຼຸບຕີລາຄາຄືນ ວຽກງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ ຊີ້ນຳ-ນຳພາ ເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ໂດຍປິ່ນອ້ອມຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ຖືເອົາການສຶກສາອົບຮົມການເມືອງ-ນໍາພາແນວຄິດ ເຮັດໃຫ້ພະນັກງານ-ນັກຮົບ ມີແນວຄິດການເມືອງໜັກແໜ້ນ, ອຸ່ນອຽນທຸ່ນທ່ຽງ, ມີຄຸນສົມບັດສິນທຳປະຕິວັດ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີຄວາມສາມັກຄີພາຍໃນ - ພາຍນອກ ຢ່າງແໜ້ນແຟ້ນ, ອັນພົ້ນເດັ່ນ ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດຕິດແທດກັບບັນດາພະແນກການ ຄື: ວຽກງານບໍລິຫານ, ວຽກງານຄົ້ນຄວ້າ-ສັງລວມ, ວຽກງານວິທະຍາສາດ-ປະຫວັດສາດການທະຫານ ແລະ ວຽກງານການຮຽນ-ການສອນ ໃຫ້ນັກຮຽນນາຍສິບ, ບຳລຸງ, ນັກຮຽນຊັ້ນກາງ ເຮັດສໍາເລັດໜ້າທີ່ຕາມພາລະບົດບາດ, ໄປພ້ອມໆກັນນີ້ ຍັງໄດ້ປຸກລະດົມຊຸກຍູ້ພະນັກງານລົງກໍ່ສ້າງຮາກຖານປະຊາຊົນ ສົບທົບກັບອຳນາດການປົກຄອງບ້ານ ເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕອບຕ້ານປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ເຮັດໃຫ້ສັງຄົມ-ກົມກອງ ມີຄວາມສະຫງົບປອດໄພໂດຍພື້ນຖານ, ເອົາໃຈໃສ່ປັບປຸງລະບຽບແບບແຜນ, ປະຕິບັດຂໍ້ກຳນົດຂອງກອງທັບ, ກົດໝາຍຂອງລັດ ໂດຍສະເພາະແມ່ນປະຕິບັດ 7 ລະບອບ 18 ວຽກຂອງກອງທັບ, ລົງໃກ້ຊິດຕິດແທດ, ປຸກລະດົມຊຸກຍູ້ພະນັກງານ-ນັກຮົບ ຕາມທິດນຳເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ໃນກອງປະຊຸມ ຜູ້ເຂົ້າຮ່ວມ ໄດ້ພ້ອມກັນປະກອບຄຳຄິດ, ຄຳເຫັນໃສ່ບົດສະຫຼູບ ແລະ ທິດທາງແຜນການ ມີເນື້ອໃນຖືກຕ້ອງແທດເໝາະກັບສະພາບເງື່ອນໄຂຕົວຈິງຂອງກົມກອງ. ໃນໂອກາດດຽວກັນນີ້, ຍັງໄດ້ປະກາດການບົ່ງຕົວແຕ່ງຕັ້ງ ພະນັກງານຂັ້ນນຳພາ-ບັນຊາ ແລະ ປະດັບຫຼຽນໄຊແຮງງານ, ຫຼຽນກາແຮງງານ, ໃບຍ້ອງຍໍລັດຖະບານ ໃຫ້ແກ່ພະນັກງານ-ນັກຮົບ ຜູ້ທີ່ມີຜົນງານດີເດັ່ນ ໃນໄລຍະ 5 ປີຜ່ານມາ ເພື່ອເປັນການເຊີດຊູຜົນງານ, ຍົກຍ້ອງກຽດຕິຄຸນ ແລະ ເປັນການສ້າງແຮງຈູງໃຈໃຫ້ແກ່ພະນັກງານ-ນັກຮົບ ສືບຕໍ່ປະຕິບັດວຽກງານດ້ວຍຄວາມຮັບຜິດຊອບ ແລະປະກອບສ່ວນໃນການກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງ ທັນສະໄໝ ແລະ ສາມາດປະຕິບັດພາລະກິດປ້ອງກັນຊາດໄດ້ຢ່າງມີປະສິດທິຜົນ. ໂດຍ: ແດງ ນັນທະສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ