ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 16 ສິງຫາ 2026

  

ເປິດ​ຊຸດ​ອົບຮົມ​ໄລຍະ​ສັ້ນ​ໃຫ້​ພະນັກງານ​ການເມືອງ ຂັ້ນ​ກອງພັນ, ກອງຮ້ອຍ ທົ່ວ​ກອງ​ພົນ​ທີ 5
ເວລາອອກຂ່າວ: 2026-07-10 09:01:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 169 | ຄວາມນິຍົມ:



ວັນ​ທີ 7 ກໍລະກົດ 2026 ນີ້, ຢູ່​ທີ່ ສູນ​ເຝິກ​ກອງ​ພົນ​ທີ 5 ໄດ້​ຈັດ​ພິທີ​ເປິດ​ຊຸດ​ອົບຮົມ​ໄລຍະ​ສັ້ນ​ໃຫ້​ພະນັກງານ​ການເມືອງ ຂັ້ນ​ກອງພັນ, ກອງຮ້ອຍ ໃນ​ທົວ​ກອງ​ພົນ​ທີ 5 ຂຶ້ນ, ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ເອກ ວຽງ​ແກ້ວ ມະຫາ​ໄຊ ຫົວໜ້າ​ຫ້ອງ​ການເມືອງ​ກອງ​ພົນ​ທີ 5, ມີ​ຄະນະ​ພັກ-ຄະນະ​ບັນຊາ​ຈາກ​ອົງການ 5 ຫ້ອງ, ສູນ​ເຝິກ​ກອງ​ພົນ, ກອງພັນ, ຄູ-ອາຈານ ຕະຫຼອດ​ຮອດ​ນັກ​ເຝິກອົບຮົມ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ທອງ​ດີ ໂລ​ຫາ​ຊາດ ຮອງ​ຫົວໜ້າ​ຫ້ອງ​ການເມືອງ​ກອງ​ພົນ​ທີ 5 ໄດ້​ຜ່ານ​ແຜນການ​ອົບຮົມ ໂດຍ​ກຳນົດ​ເວລາ​ໃນ​ການ​ອົບຮົມ​ແມ່ນ 45 ວັນ ແລະ ມີ​ນັກ​ເຝິກອົບຮົມ​ທັງ​ໝົດ 28 ສະຫາຍ, ເນື້ອ​ໃນ​ທີ່​ນຳ​ມາ​ອົບຮົມ​ລວມ​ມີ 5 ພາກ​ຄື: ພາກ​ພື້ນຖານ​ທິດ​ສະ​ດີ​ມາກ-ເລ​ນີນ, ແນວທາງ​ພື້ນຖານ​ຂອງ​ພັກ ເພື່ອ​ກໍ່ສ້າງ ແລະ ບູລະນະ​ລະບອບ ປະຊາທິປະໄຕ ປະຊາຊົນ​ລາວ ຕາມ​ເສັ້ນທາງ​ສັງຄົມ​ນິຍົມ, ວຽກ​ງານ​ກໍ່ສ້າງ​ພັກ, ພື້ນຖານ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ກົດໝາຍ ແລະ ການ​ບໍລິຫານ​ລັດ ​ສປປ ລາວ, ວຽກ​ງານ​ພັກ-ວຽກ​ງານ​ການເມືອງ​ສຳລັບ​ພະນັກງານ​ໃນ​ກອງທັບ. ໃນ​ການ​ເປີດ​ຊຸດ​ອົບ ຮົມ​ໃນ​ຄັ້ງ​ນີ້​ກໍ່​ເພື່ອ​ເປັນ​ການ​ຍົກ​ລະດັບ​ທາງ​ດ້ານ​ຄຸນ​ທາດ​ການເມືອງ, ຄວາມ​ຮູ້​ຄວາມ​ສາມາດ, ບົດຮຽນ​ທາງ​ດ້ານ​ທິດ​ສະ​ດີ​ການເມືອງ​ຂັ້ນ​ພື້ນຖານ ແລະ ພຶດຕິ​ກຳ​ໃຫ້​ພະນັກງານ​ການເມືອງ​ແຕ່​ລະ​ຂັ້ນ, ສົມ​ຄູ່​ກັບ​ຄວາມ​ຮັບຜິດຊອບ ແລະ ໜ້າທີ່​ການເມືອງ​ທີ່​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້. ໂດຍ: ໄຊ​ຍະ​ຄານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ