ມອບເຄື່ອງຊ່ວຍເຫຼືອ ໂຮງຮຽນການທະຫານທ້ອງຖິ່ນ ແຂວງຫຼວງນ້ຳທາ
ເວລາອອກຂ່າວ: 2026-07-10 09:02:23 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 174 | ຄວາມນິຍົມ: ![]()
ໃນວັນທີ 30 ມິຖຸນາ 2026, ພະແນກຊາວໜຸ່ມ ຫ້ອງການ ເມືອງ ກອງບັນຊາການທະຫານແຂວງຫຼວງນ້ຳທາ ໄດ້ມອບເຄື່ອງຊ່ວຍເຫຼືອ ໂຮງຮຽນການທະຫານທ້ອງຖິ່ນ ແຂວງຫຼວງນ້ຳທາ ເປັນເຄື່ອງຈັກຕັດຫຍ້າ 1 ເຄື່ອງ ລວມມູນຄ່າ 2.200.000 ກີບ ໂດຍການກ່າວມອບຂອງ ສະຫາຍ ພັນຕີ ສຸເພັດ ວົງຂັນສາ ຫົວໜ້າພະແນກຊາວໜຸ່ມ ກອງບັນຊາການທະຫານແຂວງຫຼວງນ້ຳທາ ພ້ອມດ້ວຍຄະນະ ແລະ ກ່າວຮັບຂອງ ສະຫາຍ ພັນໂທ ຄຳແພງ ບຸນປະເສີດ ຫົວໜ້າການເມືອງ ໂຮງຮຽນການທະຫານທ້ອງຖິ່ນແຂວງຫຼວງນ້ຳທາ ພ້ອມດ້ວຍຄະນະ.
ສະຫາຍ ພັນໂທ ຄຳແພງ ບຸນປະເສີດ ໄດ້ສະແດງຄວາມຂອບໃຈມາຍັງ ພະແນກຊາວໜຸ່ມຫ້ອງການເມືອງ ກອງບັນຊາການທະຫານແຂວງຫຼວງນ້ຳທາ ທີ່ໄດ້ນຳເອົາເຄື່ອງຈັກຕັດຫຍ້າ ມາມອບໃຫ້ໃນຄັ້ງນີ້ ອວຍພອນໄຊແດ່ ທາງພະແນກຊາວໜຸ່ມ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມພາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ມີຜົນສຳເລັດໃນໜ້າທີ່ວຽກງານ ໃຫ້ມີຄວາມກ້າວໜ້າຂຶ້ນເລື້ອຍໆ ແລະ ໃຫ້ຄຳໝັນສັນຍາວ່າ ຈະນຳເອົາເຄື່ອງດັ່ງກ່າວໄປໝູນໃຊ້ ໃຫ້ເກີດປະໂຫຍດສູງສຸດ.
ໂດຍ: ບຸນປັນ ປັນຍາລິນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















