ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ສິງຫາ 2026

  

ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ 2 ວຽງ​ໄຊ ປະກາດ​ການ​ປະດັບ​ທຽບ​ຊັ້ນ​ໃຫ້​ນັກຮຽນ​ທີ່​ຮຽນ​ຈົບ​ວິຊາ​ສະເພາະ​ຈາກ​ສາຍ​ລັດ
ເວລາອອກຂ່າວ: 2026-07-10 09:03:31 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 169 | ຄວາມນິຍົມ:



ວັນ​ທີ 2 ກໍລະກົດ 2026 ນີ້, ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ 2 ວຽງ​ໄຊ ໄດ້​ຈັດ​ຕັ້ງ​ພິທີ​ປະກາດ​ການ ຊັ້ນ​ໃຫ້​ປະດັບ​ທຽບ​ຊັ້ນ​ໃຫ້​ນັກຮຽນ​ທີ່​ຮຽນ​ຈົບ​ວິຊາ​ສະເພາະ​ຈາກ​ສາຍ​ລັດ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ບຸນ​ມີ ໄຕ​ໄຊ​ຍະ​ວົງ ຮອງ​ຫົວໜ້າ​ການເມືອງ​ໂຮງຮຽນ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ຫ້ອງການ, ພະແນກການ​ທີ່​ກຽ່ວ​ຂ້ອງ ຕະ ຫຼອດ​ຮອດ ພະນັກງານ​ທີ່​ໄດ້​ຮັບ​ຊັ້ນ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ທິດ​ສະ​ດີ ອຸດ​ທະ​ວົງ ຫົວໜ້າ​ພະ​ແນກ​ພະ ນັກງານ ໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ​ການ​ປະດັບ​ທຽບ​ຊັ້ນ​ນາຍ​ທະຫານ ໃຫ້​ນັກຮຽນ​ທີ່​ຮຽນ​ຈົບ​ວິຊາ​ສະເພາະ​ຈາກ​ສາຍ​ລັດ​ຢູ່​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ 2 ວຽງ​ໄຊ ໂດຍ​ອີງ​ຕາມ​ມາດຕາ 19 ແລະ ມາດຕາ 20 ຂອງ​ກົດໝາຍ​ວ່າ​ດ້ວຍ​ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ, ໃນ​ນີ້ ກົມ​ໃຫຍ່​ການເມືອງ​ກອງທັບ​ຕົກລົງ ປະດັບ​ທຽບ​ຊັ້ນ ຮ້ອຍ​ໂທ ຈຳນວນ 3 ສະຫາຍ. ໂອກາດ​ນີ້, ສະຫາຍ ພັນ​ເອກ ບຸນ​ມີ ໄຕ​ໄຊ​ຍະ​ວົງ ໄດ້​ເນັ້ນ​ໜັກ​ໃຫ້​ບັນດາ​ສະຫາຍ​ທີ່​ໄດ້​ຮັບ​ຊັ້ນ​ໃໝ່ ໃນ​ຄັ້ງ​ນີ້ ເອົາໃຈໃສ່​ເພີ່ມ​ທະວີ ການ​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ຢ່າງຮອບດ້ານ ເສີມ​ຂະຫຍາຍ​ແນວ​ຄິດ​ປະດິດ​ສ້າງ ເຂົ້າ​ໃນ​ແບບ ແຜນ​ວິທີ​ເຮັດ​ວຽກ, ມີ​ແບບແຜນ​ດຳລົງ​ຊີວິດ​ທີ່​ປອດ​ໃສ​ຂາວ​ສະ ອາດ ເອົາໃຈໃສ່​ເຮັດ​ໜ້າທີ່​ວຽກ​ງານ​ທີ່​ການຈັດຕັ້ງ​ມອບ​ໝາຍ​ໃຫ້​ມີ​ຜົນສຳເລັດ​ເປັນ​ຢ່າງ​ສູງ ແລະ ສ້າງ​ໃຫ້​ຕົນ​ເອງ​ກາຍເປັນ​ພະນັກງານ​ຜູ້​ສືບ​ທອດ​ທີ່​ມີ​ຄຸນະພາບ​ໃຫ້​ກອງທັບ​ປະຊາຊົນ​ລາວ. ໂດຍ: ຄຳ​ແປງ ຟອງ​ສາຍໄໝ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ