ກົມກວດກາກະຊວງປ້ອງກັນປະເທດ ເຄື່ອນໄຫວເຮັດວຽກຢູ່ ກອງພັນໃຫຍ່ 11
ເວລາອອກຂ່າວ: 2026-07-10 09:04:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 171 | ຄວາມນິຍົມ: ![]()
ໃນວັນທີ 07 ກໍລະກົດ 2026 ນີ້, ກົມກວດກາກະຊວງປ້ອງກັນປະເທດ ເຊິ່ງນຳໂດຍ ສະຫາຍ ພັນເອກ ດາວປະເສີດ ທິພົມມະຈັນ ຮອງຫົວໜ້າກົມກວດກາກະຊວງປ້ອງກັນປະເທດ ພ້ອມດ້ວຍຄະ ນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ ກອງພັນໃຫຍ່ 11, ມີສະຫາຍ ພັນເອກ ຄຳສາຍ ມົນດວງສິງ ຫົວໜ້າການເມືອງກອງພັນໃຫຍ່ 11, ມີສະຫາຍ ພັນເອກ ສົມແພງ ແກ້ວສິລາ ຮອງເລຂາຄະນະພັກຫົວໜ້າການທະຫານກອງພັນໃຫຍ່ 11, ມີຄະນະພັກ-ຄະນະບັນຊາ, ພ້ອມດ້ວຍວິຊາການຂະແໜງກວດກາພັກ-ລັດ ກອງພັນໃຫຍ່ 11 ເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນເກີດ ພະໄຊຍະວົງ ຫົວໜ້າພະແນກ ການເມືອງ ປະທານກວດກາ-ພັກລັດ ກອງພັນໃຫຍ່ 11 ໄດ້ລາຍງານສະພາບການ ແລະ ການຈັດຕັ້ງປະຕິບັດ ໜ້າທີ່ວຽກງານຮອບດ້ານຂອງກົມກອງໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຫຼາຍດ້ານທີ່ພົ້ນເດັ່ນ ແລະ ປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນກົມກອງໃນໄລຍະຜ່ານມາ. ຄະນະພັກ-ຄະນະບັນຊາແຕ່ລະຂັ້ນໄດ້ພ້ອມກັນເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ແລະ ນັກຮົບ ຢູ່ພາຍໃນກົມກອງເປັນປະຈຳ ແລະ ໄດ້ຊີ້ນຳ-ນຳພາ, ຕິດຕາມ-ກວດກາ ວຽກງານວິຊາສະເພາະແຕ່ລະດ້ານ ຢູ່ພາຍໃນກົມກອງເປັນປະຈຳ ໂດຍສະ ເພາະວຽກງານກວດກາພັກ-ລັດ, ຊີ້ນຳ-ນຳພາ ໃນການປະຕິບັດໜ້າທີ່ການເມືອງ ແລະ ວຽກງານປິ່ນອ້ອມຂອງກົມກອງ ໂດຍສະເພາະແມ່ນການຈັດຕັ້ງເຊື່ອມຊຶມຜັນຂະຫຍາຍບັນດາມະຕິ, ຄຳສັ່ງ, ຂໍ້ກຳນົດ ກົດລະບຽບຂອງພັກ, ພາລະບົດບາດ, ໜ້າທີ່, ສິດຂອບເຂດ ແລະ ຄວາມຮັບຜິດຊອບຂອງຄະນະບັນຊາແຕ່ລະຂັ້ນ ໂດຍສະເພາະການປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ກະຊວງປ້ອງກັນປະເທດວາງອອກ, ມີແບບແຜນວິທີນຳພາ-ບັນຊາຕາມຫຼັກການລວມສູນປະຊາທິປະໄຕ ນຳພາເປັນໝູ່ຄະນະ, ມີຄວາມສາມັກຄີຮັກແພງພາຍໃນອັນແໜ້ນແຟ້ນ, ພ້ອມທັງຕິດຕາມເກັບກຳ ການດຳເນີນຮ່ວມຊີວິດພັກ, ຊຸກຍູ້ ແລະ ກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍຕິດພັນກັບກອງ 3 ປອດ, ກົມກອງວັດທະນະທຳ ແລະ ການກໍ່ສ້າງຂະຫຍາຍພັກຕາມ 5 ຫຼັກການ 3 ທິດນຳ.
ໂອກາດນີ້, ສະຫາຍ ພັນເອກ ດາວປະເສີດ ທິພົມມະຈັນ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນປະຕິບັດຕາມຫລັກການລວມສູນປະຊາທິ ປະໄຕ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ມີຄວາມສາມັກຄີ, ລົງໃກ້ຊິດຕິດແທດ, ຕິດຕາມ, ກວດກາ ບັນດາອົງການ, ພະ ແນກການ, ກົມກອງ ເຮັດໃຫ້ພື້ນຖານມີຄວາມສະຫງົບ, ເອົາ ໃຈໃສ່ນຳພາ-ຊີ້ນຳວຽກງານໃນຂົງເຂດຄວາມຮັບຜິດຊອບຂອງຕົນໄດ້ດີ, ວຽກງານກວດກາຢູ່ພາຍໃນກົມກອງໃຫ້ມີຄວາມເຂັ້ມແຂງສາມາດສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ກຳໄດ້ສະພາບການພົ້ນເດັ່ນ ແລະ ປະກົດການຫຍໍ້ທໍ້ໄດ້ດີ ເພື່ອແກ້ໄຂບັນຫາໄດ້ທັນກັບສະພາບການ, ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດ.
ຈາກນັ້ນ, ສະຫາຍ ພັນເອກ ດາວປະເສີດ ທິພົມມະຈັນ ພ້ອມດ້ວຍຄະນະ ກໍ່ໄດ້ລົງເຄື່ອນໄຫວເຮັດວຽກຢູ່ ກອງພັນນ້ອຍ 705 ແລະ ເຂດເຕັກນິກຂອງກອງພັນໃຫຍ່ 11 ອີກດ້ວຍ.
ໂດຍ: ໄລບອຍ ຈັນທະມາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















