ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 16 ສິງຫາ 2026

  

ກົມ​ກວດກາ​ກະຊວງ​ປ້ອງ​ກັນ​ປະເທດ ເຄື່ອນ​ໄຫວ​ເຮັດ​ວຽກ​ຢູ່ ກອງພັນ​ໃຫຍ່ 11
ເວລາອອກຂ່າວ: 2026-07-10 09:04:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 174 | ຄວາມນິຍົມ:



ໃນ​ວັນ​ທີ 07 ກໍລະກົດ 2026 ນີ້, ກົມ​ກວດກາ​ກະຊວງ​ປ້ອງ​ກັນ​ປະເທດ ເຊິ່ງ​ນຳ​ໂດຍ ສະຫາຍ ພັນ​ເອກ ດາວ​ປະເສີດ ທິ​ພົມມະຈັນ ຮອງ​ຫົວໜ້າ​ກົມ​ກວດກາ​ກະຊວງ​ປ້ອງ​ກັນ​ປະເທດ ພ້ອມ​ດ້ວຍ​ຄະ ນະ ໄດ້​ລົງ​ເຄື່ອນ​ໄຫວ​ເຮັດ​ວຽກ​ຢູ່ ກອງພັນ​ໃຫຍ່ 11, ມີ​ສະຫາຍ ພັນ​ເອກ ຄຳ​ສາຍ ມົນ​ດວງ​ສິງ ຫົວໜ້າ​ການເມືອງ​ກອງພັນ​ໃຫຍ່ 11, ມີ​ສະຫາຍ ພັນ​ເອກ ສົມ​ແພງ ແກ້ວ​ສິລາ ຮອງ​ເລຂາ​ຄະນະ​ພັກ​ຫົວໜ້າ​ການ​ທະຫານ​ກອງພັນ​ໃຫຍ່ 11, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພ້ອມ​ດ້ວຍ​ວິຊາ​ການ​ຂະແໜງ​ກວດກາ​ພັກ-ລັດ ກອງພັນ​ໃຫຍ່ 11 ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ບຸນ​ເກີດ ພະ​ໄຊ​ຍະ​ວົງ ຫົວໜ້າ​ພະແນກ ການ​ເມືອງ ປະທານ​ກວດກາ-ພັກ​ລັດ ກອງພັນ​ໃຫຍ່ 11 ໄດ້​ລາຍ​ງານ​ສະພາບ​ການ ແລະ ການຈັດຕັ້ງ​ປະຕິບັດ ໜ້າທີ່​ວຽກ​ງານ​ຮອບດ້ານ​ຂອງ​ກົມ​ກອງ​ໄລຍະ​ຜ່ານ​ມາ ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ຫຼາຍ​ດ້ານ​ທີ່​ພົ້ນ​ເດັ່ນ ແລະ ປາກົດການ​ຫຍໍ້ທໍ້​ທີ່​ເກີດ​ຂຶ້ນ​ໃນ​ກົມ​ກອງ​ໃນ​ໄລຍະ​ຜ່ານ​ມາ. ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ​ໄດ້​ພ້ອມ​ກັນ​ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ໃຫ້​ສະມາຊິກ​ພັກ-ພະນັກງານ ແລະ ນັກຮົບ ຢູ່​ພາຍ​ໃນ​ກົມ​ກອງ​ເປັນ​ປະຈຳ ແລະ ໄດ້​ຊີ້​ນຳ-ນຳພາ, ຕິດຕາມ-ກວດກາ ວຽກ​ງານ​ວິຊາ​ສະເພາະ​ແຕ່​ລະ​ດ້ານ ຢູ່​ພາຍ​ໃນ​ກົມ​ກອງ​ເປັນ​ປະຈຳ ໂດຍ​ສະ ເພາະ​ວຽກ​ງານ​ກວດກາ​ພັກ-ລັດ, ຊີ້​ນຳ-ນຳພາ ໃນ​ການ​ປະຕິບັດ​ໜ້າທີ່​ການເມືອງ ແລະ ວຽກ​ງານ​ປິ່ນ​ອ້ອມ​ຂອງ​ກົມ​ກອງ ໂດຍ​ສະເພາະ​ແມ່ນ​ການຈັດຕັ້ງ​ເຊື່ອມ​ຊຶມ​ຜັນ​ຂະຫຍາຍ​ບັນດາ​ມະຕິ, ຄຳ​ສັ່ງ, ຂໍ້​ກຳນົດ ກົດ​ລະບຽບ​ຂອງ​ພັກ, ພາລະ​ບົດບາດ, ໜ້າທີ່, ສິດ​ຂອບ​ເຂດ ແລະ ຄວາມ​ຮັບຜິດຊອບ​ຂອງ​ຄະນະ​ບັນຊາ​ແຕ່​ລະ​ຂັ້ນ ໂດຍ​ສະເພາະ​ການ​ປະຕິບັດ 4 ໜ້າທີ່​ໃຫ​​ຍ່ 26 ແຜນ​ງານ ທີ່​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ, ມີ​ແບບແຜນ​ວິທີ​ນຳພາ-ບັນຊາ​ຕາມ​ຫຼັກການ​ລວມ​ສູນ​ປະຊາທິປະໄຕ ນຳພາ​ເປັນ​ໝູ່​ຄະນະ, ມີ​ຄວາມ​ສາມັກຄີ​ຮັກແພງ​ພາຍ​ໃນ​ອັນ​ແໜ້ນ​ແຟ້ນ, ພ້ອມ​ທັງ​ຕິດຕາມ​ເກັບ​ກຳ ການ​ດຳເນີນ​ຮ່ວມ​ຊີວິດ​ພັກ, ຊຸກຍູ້ ແລະ ກໍ່ສ້າງ​ໜ່ວຍ​ພັກ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ໂດຍ​ຕິດ​ພັນ​ກັບ​ກອງ 3 ປອດ, ກົມ​ກອງ​ວັດທະນະທຳ ແລະ ການ​ກໍ່ສ້າງ​ຂະຫຍາຍ​ພັກ​ຕາມ 5 ຫຼັກການ 3 ທິດ​ນຳ. ໂອກາດ​ນີ້, ສະຫາຍ ພັນ​ເອກ ດາວ​ປະເສີດ ທິ​ພົມມະຈັນ ໄດ້​ເນັ້ນ​ໜັກ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ​ປະຕິບັດ​ຕາມ​ຫລັກການ​ລວມ​ສູນ​ປະຊາທິ ປະໄຕ, ແບ່ງ​ວຽກ​ໃຫ້​ບຸກຄົນ​ຮັບຜິດຊອບ, ມີ​ຄວາມ​ສາມັກຄີ, ລົງ​ໃກ້ຊິດຕິດແທດ, ຕິດຕາມ, ກວດກາ ບັນດາ​ອົງການ, ພະ ແນກການ, ກົມ​ກອງ ເຮັດ​ໃຫ້​ພື້ນຖານ​ມີ​ຄວາມ​ສະຫງົບ, ເອົາ ໃຈໃສ່​ນຳພາ-ຊີ້​ນຳ​ວຽກ​ງານ​ໃນ​ຂົງເຂດ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ໄດ້​ດີ, ວຽກ​ງານ​ກວດກາ​ຢູ່​ພາຍ​ໃນ​ກົມ​ກອງ​ໃຫ້​ມີ​ຄວາມ​ເຂັ້ມແຂງ​ສາມາດ​ສອດ​ຫ້ອຍ​ເຂົ້າ​ໃນ​ທຸກ​ຂົງເຂດ​ວຽກ​ງານ, ກຳ​ໄດ້​ສະພາບ​ການ​ພົ້ນ​ເດັ່ນ ແລະ ປະກົດ​ການ​ຫຍໍ້ທໍ້​ໄດ້​ດີ ເພື່ອ​ແກ້​ໄຂ​ບັນຫາ​ໄດ້​ທັນ​ກັບ​ສະພາບ​ການ, ປະຕິບັດ​ໜ້າທີ່​ຂອງ​ຕົນ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ແລະ ມີ​ຜົນສຳເລັດ. ຈາກ​ນັ້ນ, ສະຫາຍ ພັນ​ເອກ ດາວ​ປະເສີດ ທິ​ພົມມະຈັນ ພ້ອມ​ດ້ວຍ​ຄະນະ ກໍ່​ໄດ້​ລົງ​ເຄື່ອນ​ໄຫວ​ເຮັດ​ວຽກ​ຢູ່ ກອງພັນ​ນ້ອຍ 705 ແລະ ເຂດ​ເຕັກນິກ​ຂອງ​ກອງພັນ​ໃຫຍ່ 11 ອີກ​ດ້ວຍ. ໂດຍ: ໄລ​ບອຍ ຈັນທະ​ມາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ