ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ສິງຫາ 2026

  

ຫ້ອງການ​ບໍລິຫານ ກົມ​ໃຫຍ່​ການເມືອງ​ກອງທັບ ປິດ​ບັ້ນ​ອົບຮົມ​ວຽກ​ງານ​ການເມືອງ-ແນວ​ຄິດ ປະຈຳ​ປີ 2026
ເວລາອອກຂ່າວ: 2026-07-10 09:08:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 174 | ຄວາມນິຍົມ:



ໃນ​ວັນ​ທີ 8 ກໍລະກົດ 2026 ນີ້, ຫ້ອງການ​ບໍລິຫານ ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ປິດ​ບັ້ນ​ອົບຮົມ​ວຽກ​ງານ​ການເມືອງ-ແນວ​ຄິດ​ໃຫ້​ພະນັກງານ-ນັກຮົບ ປະຈຳ​ປີ 2026, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ສຸກ​ສົມບັດ ລັດ​ຖະ​ຈັກ ຮອງ​ຫົວໜ້າ​ຫ້ອງການ​ບໍລິຫານ ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ບັນດາ​ຄະນະ​ຫ້ອງການ​ບໍລິຫານ ພ້ອມ​​ດວ້ຍ​ພະນັກງານ-ນັກຮົບ​ທົ່ວ​ຫ້ອງການ​ເຂົ້າ​ຮ່ວມ. ບັ້ນ​ອົບຮົມ​ວຽກ​ງານ​ການເມືອງ-ແນວ​ຄິດ​ທົ່ວ​ຫ້ອງການ​ບໍລິຫານ ດຳເນີນ​ມາ​ເປັນເວລາ 2 ວັນ ເຫັນ​ໄດ້​ວ່າ: ຄະນະ​ຮັບຜິດຊອບ ແລະ ພະນັກງານ-ນັກ ຮົບ ໄດ້​ພ້ອມ​ກັນ​ສຸມ​ສະຕິ​ປັນຍາ ກຳລັງ​ແຮງ ຜ່ານ​ຜ່າ​ຄວາມຫຍຸ້ງຍາກ​ເຂົ້າ​ຮ່ວມ​ອົບຮົມ​ຄັ້ງ​ນີ້​ຢ່າງ​ພ້ອມພຽງ. ນອກ​ນີ້, ຕ້ອງ​ເພີ່ມ​ທະວີ ການ​ເຝີກ​ຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ຕື່ມ​ອີກ​ຫຼາຍ​ບັນຫາ ເພື່ອ​ສ້າງ​ໃຫ້​ພະນັກງານ-ນັກຮົບ​ໃນ​ກົມ​ກອງ​ໃຫ້​ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ ແລະ ເພື່ອ​ນຳ​ເອົາ​ບົດ ຮຽນ​ໃນ​ການ ອົບຮົມ​ຄັ້ງ​ນີ້​ສືບຕໍ່​ນຳໄປ​ປັບປຸງພະ​ແນກ, ກອງ ແລະ ຂະແໜງ​ຂອງ​ຕົນ ໃຫ້​ປະກົດ​ຜົນ​ເປັນ​ຈິງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ