ກອງພັນໃຫຍ່ 497 ຈັດຕັ້ງພິິທີເຄົາລົບທຸງຊາດ
ເວລາອອກຂ່າວ: 2026-07-10 09:12:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 212 | ຄວາມນິຍົມ: ![]()
ໃນທ້າຍເດືອນມິຖຸນາຜ່ານ ມາ, ກອງພັນໃຫຍ່ 497 ໄດ້ຈັດຕັ້ງພິທີເຄົາລົບທຸງຊາດ ແລະ ສະຫຼຸບຄືນການເຄື່ອນໄຫວນຳ ພາ-ຊີ້ນຳຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈຳເດືອນພຶດ ສະພາ ແລະ ເດືອນມິຖຸນາ, ໂດຍ ການເປັນປະທານຂອງ ສະຫາຍ ພັນເອກ ທອງດຳ ດວງມາລາ ຫົວ ໜ້າການທະຫານ ກອງພັນໃຫຍ່ 497, ມີສະຫາຍ ພັນເອກ ພອນໄຊ ບໍລະດົມ ຫົວໜ້າການເມືອງ, ມີຄະນະພັກ-ຄະນະບັນຊາກອງ ພັນໃຫຍ່, ພະແນກການ, ກົມກອງ ຮາກຖານ ຕະຫຼອດຮອດ ພະນັກ ງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນເອກ ທອງດຳ ດວງມາລາ ໄດ້ຕີລາຄາຄືນການ ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຮອບດ້ານ ຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ຕະຫຼອດໄລຍະ 2 ເດືອນຜ່ານມາ ໃນນີ້, ຄະ ນະພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ຖືສຳຄັນວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບເປັນປົກກະຕິ, ເຮັດດ້ວຍຫຼາຍຮູບການ ແລະ ແທດເຖິງທຸກເປົ້າໝາຍ ເຮັດໃຫ້ພະນັກງານ-ນັກຮົບ ມີແນວຄິດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ເປັນເຈົ້າການປະຕິບັດຂໍ້ກຳນົດ, ກົດລະບຽບຂອງກອງທັບ ຢ່າງເຂັ້ມງວດ, ເຮັດສຳເລັດໜ້າທີ່ວຽກງານທີ່ຖືກມອບໝາຍ, ໄດ້ຊີ້ນຳບັນດາກົມກອງ, ຂະແໜງການ ຫັນເອົາພະນັກງານລົງກໍ່ສ້າງຮາກຖານ ຕາມຂອບເຂດກົມກອງຮັບຜິດຊອບເຫັນວ່າມີຄວາມ ສະຫງົບໂດຍພື້ນຖານ, ວຽກງານກຽມພ້ອມສູ້ຮົບ ໄດ້ຈັດຕັ້ງລະບົບປະຈຳການ ນັບແຕ່ຂັ້ນກອງພັນ ໃຫຍ່ລົງຮອດໝວດ-ໝູ່, ມີກຳລັງ ປະຈຳການ-ພາຫະນະປະຈຳ ການຕະຫຼອດ 24 ຊົ່ວໂມງ, ອັນພົ້ນເດັ່ນ ໄດ້ເປີດຊຸດອົບຮົມ-ຫັດແອບທະຫານໃໝ່ປະຈຳປີ 2026, ເປີດຊຸດບຳລຸງວຽກງານວິຊາສະ ເພາະສື່ສານ ຊຸດທີ III, ເປີດຂະບວນການແຂ່ງຂັນກິລາມວນຊົນ ແລະ ກິລາການທະຫານ ປະຈຳປີ, ຈັດຕັ້ງປາຖະກະຖາວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ພ້ອມທັງຕ້ອນ ຮັບຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ລົງມາພົບປະແລກປ່ຽນບົດຮຽນການກໍ່ ສ້າງນັກຮົບວັດທະນະທຳ-ກົມກອງວັດທະນະທຳ ຢູ່ກອງພັນ 424, ຈັດຕັ້ງປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ, ມອບຫຼຽນໄຊ, ຫຼຽນກາ ແລະ ໃບຍ້ອງຍໍ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ, ສຳເລັດການເຂົ້າຮ່ວມຊ້ອມຮົບ ລາວ-ລັດເຊຍ “ໃຕ້ຝຸ່ນ 2026” ແລະ “ລາໂຣສ 2026” ແລະ ສຳເລັດການຈັດກອງປະຊຸມເຜີຍແຜ່ກົດລະບຽບຂອງກອງທັບປະຊາຊົນລາວ. ນອກນັ້ນ, ຍັງໄດ້ເອົາໃຈໃສ່ຊີ້ນຳອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ-ແມ່ຍິງ ໃຫ້ເຄື່ອນໄຫວຕາມພາລະບົດບາດຂອງເຂົາເຈົ້າ, ຄຸ້ມຄອງບົວລະບັດຜັດເຊັດ ພາຫະນະເຕັກນິກອາວຸດ-ກະສຸນ ເພື່ອຮັບ ປະກັນໃຫ້ແກ່ການເຝິກແອບຮ່ຳ ຮຽນ ແລະ ກຽມພ້ອມສູ້ຮົບ, ຊີ້ນຳວຽກງານຮັບປະກັນພະລາທິການ ແກ້ໄຂຊີວິດການເປັນຢູ່, ການ ຈັດຕັ້ງລ້ຽງດູທັບ ໂດຍການຂຸດຄົ້ນທ່າແຮງບົ່ມຊ້ອນຂອງກົມກອງ ປູກຝັງ-ລ້ຽງສັດ ຕາມທິດນຳ ເພິ່ງຕົນເອງ, ກຸ່ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
ໂດຍ: ເປີ້ນ ແສງຄຳມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















